ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ອາເມລິກາ ປະຈໍາ ລາວ

04/02/2025 13:17
Email Print 191
ຂປລ ຂປລ. ໃນວັນທີ 3 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.




ຂປລ. ໃນວັນທີ 3 ກຸມພາ 2025 ນີ້
, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ໂອກາດດັ່ງກ່າວ, ທ່ານທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານຮັກສາການຫົວໜ້າ ຄຕພ, ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ສະຖານທູດ ຈະສືບຕໍ່ປະກອບສ່ວນຊຸກຍູ້ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ອາເມລິກາ-ລາວ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຈະນໍາເອົາເນື້ອໃນຈິດໃຈ ຂອງການພົບປະໃນຄັ້ງນີ້ ລາຍງານພາກສ່ວນທີ່ກ່ຽວຂ້ອງຂອງ ອາເມລິກາ ເພື່ອພິຈາລະນາການສືບຕໍ່ຮ່ວມມືກັນໃນຕໍ່ໜ້າ. ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ໃນການປະຕິບັດນະໂຍບາຍມະນຸດສະທໍາ ໃນໂຄງການຊອກຫາສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ລາວ (MIA) ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການອັນອຸດົມສົມບູນຂອງ ທ່ານຮັກສາການຫົວໜ້າ ຄຕພ ຈະສືບຕໍ່ຊຸກຍູ້ການປະສານສົມທົບ ລະຫວ່າງ ສະຖານທູດອາເມລິກາ ແລະ ຄຕພ ເພື່ອປະກອບສ່ວນເຂົ້າໃນ ການພົວພັນຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ເເໜ້ນເເຟ້ນຍິ່ງໆຂຶ້ນ.

ທ່ານຮັກສາການ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ຂອງສອງປະເທດ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຮ່ວມມືກັບ ສປປ ລາວ ໃນບັນດາໂຄງການ ເປັນຕົ້ນຂະແໜງການສຶກສາ, ສາທາລະນະສຸກ, ການຕ້ານຢາເສບຕິດ, ການຄ້າ, ການລົງທຶນ, ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ອື່ນໆ. ພ້ອມນັ້ນ, ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການສະໜັບສະໜູນ ສປປ ລາວ ເປັນປະທານໝູນວຽນອາຊຽນ ຢ່າງມີຜົນສໍາເລັດ, ເຊື່ອໝັ້ນວ່າ ການປະຕິບັດໜ້າທີ່ຂອງທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ບົນພື້ນຖານແຫ່ງສາຍພົວພັນການທູດ ລາວ-ອາເມລິກາ ຄົບຮອບ 70 ປີ ແລະ ຖະເເຫລງການຮ່ວມ ວ່າດ້ວຍການເປັນ ຄູ່ຮ່ວມມືແບບກວມລວມ ລະຫວ່າງ ສອງປະເທດ.

ໃນຕອນທ້າຍ, ສອງຝ່າຍ ເຫັນດີ ຕໍ່ການຕີລາຄາການພົວພັນຮ່ວມມື ໃນໄລຍະຜ່ານມາ ໂດຍຈະສືບຕໍ່ຊຸກຍູ້ການພົວພັນໃນຕໍ່ໜ້າໃຫ້ມີໝາກຜົນຍິ່ງໆຂຶ້ນ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025

      2/4/2025 10:11:45 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 3 ກຸມພາ ແລະ ອັດລົງໃນຕອນແລງວັນທີ 4 ກຸມພາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາ ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບ ຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.

    • ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ IIIການເມືອງ

      ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ III

      2/4/2025 10:05:11 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ III ສະມາຊິກພັກຂອງໜ່ວຍພັກຮາກຖານ ພະແນກການຕ່າງປະເທດ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ວົງໄຊ ພົມມີໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດ ນວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງ ນວ, ສະຫາຍ ຄຳມາ ແສງມີໄຊ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນວ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

    • ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024ການເມືອງ

      ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

      2/4/2025 9:52:47 PM

      ຂປລ. ວັນທີ 3 ກຸມພາ 2025 ນີ້, ຄະນະສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ປະຈໍາເຂດເລືອກຕັ້ງເມືອງຫາດຊາຍຟອງ ຈັດກອງປະຊຸມປະຈໍາປີ 2024 ເພື່ອເປັນການສະຫລຸບລາຍງານ ການເຄື່ອນ ໄຫວວຽກງານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍການເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານ ສະພາປະຊາຊົນ ນວ, ມີບັນດາຄະນະປະຈໍາ ສະພາປະຊາຊົນ ນວ, ສະມາຊິກ ສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງ ເມືອງຫາດຊາຍຟອງ ເຂົ້າຮ່ວມ.

    • ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງການເມືອງ

      ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      2/4/2025 9:44:43 PM

      ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກຳ ແລະ ປ່າໄມ້ ກໍຄື ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ, ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດເຂົ້າ, ການຜະລິດພືດ ສະບຽງອາຫານ, ການລ້ຽງສັດ-ການປະມົງ ແລະ ອື່ນໆ ເຊິ່ງປະກອບສ່ວນເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 4,1% (ລື່ນ ແຜນການ 1,5%) ກວມເອົາ 18,90% ຂອງ GDP.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດ

      2/4/2025 9:53:31 AM

      ຂປລ. ທ້າຍເດືອນມັງກອນ 2025 ຜ່ານມາ, ຢູ່ສໍານັກງານປະທານາທິບໍດີບັງກລາເທດ ທີ່ ນະຄອນຫລວງດາກາ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ໂມຮໍາເມັດ ຊາຮາບຸດດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ ເຊິ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດ ອິນເດຍ.

ads
ads

Top