ຂປລ
ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກຳ ແລະ ປ່າໄມ້ ກໍຄື ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ, ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດເຂົ້າ, ການຜະລິດພືດ ສະບຽງອາຫານ, ການລ້ຽງສັດ-ການປະມົງ ແລະ ອື່ນໆ ເຊິ່ງປະກອບສ່ວນເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 4,1% (ລື່ນ ແຜນການ 1,5%) ກວມເອົາ 18,90% ຂອງ GDP.
ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກຳ ແລະ ປ່າໄມ້ ກໍຄື ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ, ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດເຂົ້າ, ການຜະລິດພືດ ສະບຽງອາຫານ, ການລ້ຽງສັດ-ການປະມົງ ແລະ ອື່ນໆ ເຊິ່ງປະກອບສ່ວນເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 4,1% (ລື່ນ ແຜນການ 1,5%) ກວມເອົາ 18,90% ຂອງ GDP.
ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ເມື່ອບໍ່ດົນ ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນປີ 2024 ມີຫລາຍໜ້າວຽກ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ແລະ ປະສົບຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນ ການຜະລິດເຂົ້າເປືອກ ສາມາດປັກດໍາໄດ້ທັງໝົດ 916.616 ເຮັກຕາ, ເນື້ອທີ່ ເກັບກ່ຽວ 912.998 ເຮັກຕາ, ຜົນຜະລິດປະມານ 3.750.740 ໂຕນ, ເທົ່າກັບ 97% ຂອງແຜນການປີ (3,86 ລ້ານໂຕນ); ການຜະລິດພືດສະບຽງອາຫານ ສາມາດປູກພືດໄດ້ທັງໝົດ ມາຮອດປັດຈຸບັນ 265.559 ເຮັກຕາ, ຜົນຜະລິດ 2.384.280 ໂຕນ. ໃນນັ້ນ, ພືດທີ່ພົ້ນເດັ່ນແມ່ນ ສາລີຫວານ 17.478 ເຮັກຕາ, ຜົນຜະລິດ 100.690 ໂຕນ, ເຜືອກມັນຕ່າງໆ 111.638 ເຮັກຕາ, ຜົນຜະລິດ 987.000 ໂຕນ, ພືດຜັກ 91.771 ເຮັກຕາ, ຜົນຜະລິດ 847.290 ໂຕນ, ໝາກໄມ້ 44.672 ເຮັກຕາ, ຜົນຜະລິດ 449.300 ໂຕນ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ສົ່ງເສີມການລ້ຽງສັດ ແລະ ການປະມົງ ເຮັດໃຫ້ຝູງສັດ ມີການຂະຫຍາຍຕົວສະເລ່ຍໃນລະດັບ 3,5%. ໃນນັ້ນ, ຄວາຍ 1.263.342 ໂຕ ເພີ່ມຂຶ້ນ 1,1%, ງົວ 2.691.456 ໂຕ ເພີ່ມຂຶ້ນ 5,1%, ໝູ 4.766.775 ໂຕ ເພີ່ມຂຶ້ນ 5%, ແກະ-ແບ້ 834.129 ໂຕ ເພີ່ມຂຶ້ນ 5,2% ແລະ ສັດປີກ 54.773.212 ໂຕ ເພີ່ມຂຶ້ນ 5,4%. ສຳລັບ ການຜະລິດຊີ້ນ, ໄຂ່ ແລະ ປາ ສາມາດຜະລິດໄດ້ທັງໝົດ 554.000 ໂຕນ, ເທົ່າກັບ 100% ຂອງແຜນການ (ແຜນການ 554.000 ໂຕນ). ໃນນັ້ນ, ຜະລິດຊີ້ນ ໄດ້ທັງໝົດ 271.500 ໂຕນ, ໄຂ່ 52.500 ໂຕນ ແລະ ປາ 230.000 ໂຕນ, ສາມາດຄໍ້າປະກັນການບໍລິໂພກພາຍໃນໄດ້ຢ່າງພຽງພໍ.
ນອກຈາກນີ້, ຂະແໜງກະສິກຳ ແລະ ປ່າໄມ້ ຍັງໄດ້ສຸມໃສ່ຜະລິດບັນດາພືດ ທີ່ໄດ້ຮັບການເຈລະຈາເຕັກນິກເປີດຕະຫລາດແລ້ວ ເຊິ່ງສາມາດປະຕິບັດໄດ້ 719.273 ເຮັກຕາ, ລື່ນແຜນການ 3,9% ຂອງແຜນການປີ (ແຜນການ 692.260 ເຮັກຕາ), ຜົນຜະລິດ 11.092.150 ໂຕນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ຜົນຜະລິດເພີ່ມຂຶ້ນ 13,8%. ໃນນັ້ນ, ພືດພົ້ນເດັ່ນ ແມ່ນ ສາລີແຂງ 103.603 ເຮັກຕາ, ຜົນຜະລິດ 515.300 ໂຕນ; ກາເຟ 96.100 ເຮັກຕາ, ຜົນຜະລິດ 174.900 ໂຕນ; ມັນຕົ້ນ 295.000 ເຮັກຕາ, ຜົນຜະລິດ 7,40 ລ້ານໂຕນ, ໝາກກ້ວຍ 38.892 ເຮັກຕາ, ຜົນຜະລິດ 901.500 ໂຕນ, ໝາກໂມ 5.106 ເຮັກຕາ, ຜົນຜະລິດ 93.600 ໂຕນ, ອ້ອຍ 33.300 ເຮັກຕາ, ຜົນຜະລິດ 1,6 ລ້ານໂຕນ, ປະເພດຖົ່ວ 61.114 ເຮັກຕາ, ຜົນຜະລິດ 130.700 ໂຕນ ແລະ ພືດສິນຄ້າ ອື່ນໆ. ພ້ອມນີ້, ຍັງໄດ້ສໍາເລັດ ການເຈລະຈາເຕັກນິກເປີດຕະຫລາດ ກັບບັນດາປະເທດຄູ່ຄ້າ ໄດ້ທັງໝົດ 67 ລາຍການພືດ ຄື: ສປ ຈີນ ພືດ 31 ລາຍການ ແລະ ສັດ 3 ລາຍການ (ງົວ-ຄວາຍ, ລີງຫາງຍາວ ແລະ ລີງວອກ), ສສ ຫວຽດນາມ ມີ 17 ລາຍການພືດ, ປະເທດໄທ ມີ 16 ພືດ. ສໍາລັບ ການສົ່ງອອກໄປສະຫະພາບເອີຣົບ (EU) ແມ່ນເປີດ ຮັບທຸກປະເພດສິນຄ້າ ແຕ່ຕ້ອງປະຕິບັດຕາມເງື່ອນ ໄຂການນໍາເຂົ້າຂອງສະຫະພາບເອີຣົບ.
ມາຮອດປັດຈຸບັນ, ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າ ແບບເປັນກຸ່ມ, ເປັນຟາມ ໄດ້ມີການຂະ ຫຍາຍຕົວ ເຊິ່ງມີຟາມ ທັງໝົດ 2.242 ຟາມ, ມີສັດລ້ຽງ 6.591.561 ໂຕ. ໃນນັ້ນ, ຟາມລ້ຽງຄວາຍ 41 ຟາມ, ມີຄວາຍ 2.475 ໂຕ; ຟາມລ້ຽງງົວ 709 ຟາມ, ມີງົວ 78.890 ໂຕ; ຟາມລ້ຽງໝູ 737 ຟາມ ມີໝູ 503.695 ໂຕ, ຟາມ ລ້ຽງແບ້/ແກະ 89 ຟາມ, ມີແບ້ 11.426 ໂຕ; ຟາມລ້ຽງໄກ່ພັນໄຂ່ 365 ຟາມ, ມີໄກ່ແມ່ໄຂ່ 2.503.602 ໂຕ, ຟາມລ້ຽງໄກ່ພັນຊີ້ນ 208 ຟາມ, ມີໄກ່ 3.008.043 ໂຕ; ຟາມເປັດພັນໄຂ່ 68 ຟາມ, ມີເປັດແມ່ພັນໄຂ່ 162.400 ໂຕ, ຟາມເປັດຊີ້ນ 18 ຟາມ, ມີເປັດ 56.730 ໂຕ ແລະ ນົກກະທາ ມີ 7 ຟາມ, ມີນົກກະທາ 264.300 ໂຕ, ຟາມ ລ້ຽງປາກະຊັງ 146 ກະຊັງ ມີປາ 19.500.000 ໂຕຕໍ່ຮອບ.
ຂ່າວ: ທະນູທອງ
ພາບ: ເພັດສະໜອນ
KPL