ພະແນກການຕ່າງປະເທດ ນວ ເປີດກອງປະຊຸມໃຫຍ່ ຄັ້ງທີ III

04/02/2025 22:05
Email Print 150
ຂປລ ຂປລ. ກອງປະຊຸມໃຫຍ່ ຄັ້ງທີ III ສະມາຊິກພັກຂອງໜ່ວຍພັກຮາກຖານ ພະແນກການຕ່າງປະເທດ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ວົງໄຊ ພົມມີໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດ ນວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງ ນວ, ສະຫາຍ ຄຳມາ ແສງມີໄຊ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນວ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ກອງປະຊຸມໃຫຍ່ ຄັ້ງທີ
III ສະມາຊິກພັກຂອງໜ່ວຍພັກຮາກຖານ ພະແນກການຕ່າງປະເທດ ນະຄອນຫລວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ວົງໄຊ ພົມມີໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດ ນວ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງ ນວ, ສະຫາຍ ຄຳມາ ແສງມີໄຊ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນວ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັັ່ງກ່າວ, ສະຫາຍ ວົງໄຊ ພົມມີໄຊ ໄດ້ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກ ໂດຍຍົກໃຫ້ເຫັນຜົນງານ ການເຄື່ອນໄຫວດ້ານດີ, ດ້ານອ່ອນ, ຂໍ້ຄົກຄ້າງ ແລະ ບົດຮອດຖອນຖອນໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II (2019-2024) ເຊິ່ງໃນ 5 ປີຜ່ານມາໜ່ວຍພັກ ໄດ້ເອົາໃຈໃສ່ເຮັດວຽກງານ ແນວຄິດ-ການເມືອງ ໃຫ້ສະມາຊິກພັກ ແລະ ພະນັກງານພາຍໃນພະແນກ ປັບປຸງການຈັດຕັ້ງ, ຍົກລະດັບຄວາມຮູ້ໃຫ້ພະນັກງານ, ເປັນເຈົ້າການຈັດຕັ້ງປະຕິບັດ ວຽກງານພິທີການຂອງ ນວ ໃນການ ຮັບໃຊ້ຕິດຕາມຄະນະຜູ້ແທນຂັ້ນສູງ ນວ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນວ, ບັນດາສະຖານທູດ ອົງການຜູ້ຕາງໜ້າ ແລະ ແຂກຕ່າງ ປະເທດ ທີ່ສະເໜີຂໍເຂົ້າຢ້ຽມຄຳນັບການນໍາ ນວ. ນອກນັ້ນ, ຍັງໄດ້ຊ່ວຍດ້ານພິທີການ ໃນງານສຳຄັນຕ່າງໆ ຢ່າງເປັນປົກກະຕິ, ທັງເປັນໃຈກາງປະສານງານພົວພັນ ແລະ ຮ່ວມມືກັບຕ່າງປະເທດໃຫ້ຄະນະພັກ, ອົງການປົກຄອງ ນວ ແລະ ເມືອງ. ມາຮອດປັດຈຸບັນ ນວ ໄດ້ພົວພັນຮ່ວມມືກັບ 19 ປະເທດ, 74 ນະຄອນ-ແຂວງ ແລະ 7 ເມືອງ. ໃນນັ້ນ, ໄດ້ມີການລົງນາມສ້າງເປັນ ນະຄອນມິດຕະພາບນຳກັນແລ້ວ 15 ນະຄອນ-ແຂວງ (8 ນະຄອນຫລວງ, 3 ນະຄອນ ແລະ 4 ແຂວງ).




ພ້ອມນີ້, ສະຫາຍ ວຽງສະໄໝ ສະເຫລີມສຸກ ຮອງເລຂາໜ່ວຍພັກຮາກຖານ
, ຮອງຫົວໜ້າພະແນກການຕ່າງປະເທດ ນວ ໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການຈັດຕັ້ງປະຕິບັດ ວຽກງານການຕ່າງປະເທດ ໂດຍຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງ ນວ ມາເປັນແຜນງານ ແລະ ໂຄງການ ສາ ມາດຍາດໄດ້ຜົນງານ ພົ້ນເດັ່ນຫລາຍດ້ານ, ໄດ້ປະສານງານພິທີການຕ້ອນຮັບ ຄະນະຜູ້ແທນຕ່າງປະເທດ ມາຢ້ຽມຢາມ ນວ, ເປັນໃຈກາງປະສານງານ ກັບຕ່າງປະເທດໃຫ້ການນໍາ ນວ ແລະ ເມືອງ, ຍາດແຍ່ງເອົາການຊ່ວຍເຫລືອຈາກຕ່າງປະເທດ ໄດ້ຫລາຍໂຄງການ ເປັນຕົ້ນ ບັນດານະຄອນເພື່ອນມິດຍຸດທະສາດ ແລະ ໃນ 5 ປີຕໍ່ໜ້າ (2025-2029) ນວ ຈະສືບຕໍ່ຍົກສູງປະສານງານ ກັບຕ່າງປະເທດ ໃນການເປັນເສນາທິການໃຫ້ການນໍາ ນວ, ແລກປ່ຽນບົດຮຽນວຽກງານຕ່າງປະເທດ ກັບພະແນກຕ່າງປະເທດ ບັນດານະຄອນ ແລະ ແຂວງ ບັນດາປະເທດເພື່ອນມິດ, ເກັບກຳຂໍ້ມູນຊາຍແດນ ເພື່ອລາຍງານໃຫ້ກະຊວງການຕ່າງປະເທດ ແລະ ການ ນໍາ ນວ,  ເພີ່ມທະວີການຄຸ້ມຄອງໂຄງການຮ່ວມມືກັບຕ່າງປະເທດ ທີ່ເປັນອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ ທີ່ເຄື່ອນໄຫວຢູ່ ນວ.

ໃນກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຊຸດໃໝ່ ມີຜູ້ລົງສະໝັກທັງໝົດ 5 ສະຫາຍ, ເລືອກເອົາ 3 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວົງໄຊ ພົມມີໄຊ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ດາລາວັນ ແກ້ວນະຄອນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຈັນສຸກ ພົມເມືອງ ເປັນຄະນະໜ່ວຍພັກ, ທັງເປັນປະທານກວດກາໜ່ວຍພັກ. ພ້ອມນີ້, ກອງປະຊຸມ ຍັງໄດ້ບ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ 2 ສະຫາຍ ແລະ ສຳຮອງ 1 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກ ນວ.




ໂອກາດນີ້
, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນໂອລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ພະແນກ ການຕ່າງປະເທດ ນວ ຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເຮັດໃຫ້ວຽກງານ ການຕ່າງປະ ເທດ ມີບາດກ້າວໃໝ່, ມີການພົວພັນຮ່ວມມືກັບ ສາກົນຢ່າງຕັ້ງໜ້າ ແລະ ເຕີບໃຫຍ່ຂະຫຍາຍຕົວ ເຂົ້າສູ່ລວງເລິກ, ສ້າງໄດ້ເພື່ອນມິດຫລາຍປະເທດ ທີ່ເຮັດໃຫ້ການປະສານງານ ຮ່ວມມືທຸກວຽກງານ ທີ່ສອດຫ້ອຍໃນທົ່ວຂົງເຂດຂອງ ນວ ບັນລຸຜົນຢ່າງມີປະສິດທິພາບ. ພ້ອມທັງ ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ເອົາໃຈໃສ່ໃນການນຳພາ-ຊີ້ນຳ ວຽກງານການຕ່າງປະເທດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ມີຄວາມເຂັ້ມແຂງ ດ້ານການເມືອງ-ແນວຄິດ, ເຮັດໃຫ້ສະມາຊິກ ມີຄວາມເຊື່ອໝັ້ນຕໍ່ແນວທາງ-ນະໂຍບາຍ ຂອງພັກຢ່າງໜັກແໜ້ນ, ສ້າງແບບແຜນນຳພາ ໃນການດຳເນີນວຽກງານ ໃຫ້ມີຄວາມສາມັກຄີກົມກຽວ, ຮ່ວມກັນເຮັດວຽກ ໃຫ້ມີຜົນສຳເລັດເປັນກ້າວໆ, ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ໃຫ້ນັບມື້ນັບຫລາຍ, ຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫລືອເຂົ້າມາ ເພື່ອພັດທະນາເສດຖະກິດ-ສັງຄົມ, ຕີຖ້ອຍບັນຫາຫຍໍ້ທໍ້ ທີ່ມີໃນສັງຄົມໃຫ້ໝົດໄປ ເພື່ອເຮັດໃຫ້ ນວ ມີຄວາມຮຸ່ງເຮືອງສີວິໄລ ແລະ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ.

ຂໍ້ມູນ-ພາບ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025ການເມືອງ

      ຜົນກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈໍາເດືອນ ມັງກອນ 2025

      2/4/2025 10:11:45 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມັງກອນ 2025 ໄຂຂຶ້ນໃນຕອນເຊົ້າວັນທີ 3 ກຸມພາ ແລະ ອັດລົງໃນຕອນແລງວັນທີ 4 ກຸມພາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ຜູ້ຕາງໜ້າກະຊວງ-ອົງການ, ກໍາມາທິການກົດໝາຍຂອງສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາ ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບ ຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມັງກອນ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກຸມພາ 2025.

    • ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024ການເມືອງ

      ສະມາຊິກສະພາປະຊາຊົນ ນວ ເມືອງຫາດຊາຍຟອງ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

      2/4/2025 9:52:47 PM

      ຂປລ. ວັນທີ 3 ກຸມພາ 2025 ນີ້, ຄະນະສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ປະຈໍາເຂດເລືອກຕັ້ງເມືອງຫາດຊາຍຟອງ ຈັດກອງປະຊຸມປະຈໍາປີ 2024 ເພື່ອເປັນການສະຫລຸບລາຍງານ ການເຄື່ອນ ໄຫວວຽກງານ ປະຈໍາປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍການເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຮອງປະທານ ສະພາປະຊາຊົນ ນວ, ມີບັນດາຄະນະປະຈໍາ ສະພາປະຊາຊົນ ນວ, ສະມາຊິກ ສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງ ເມືອງຫາດຊາຍຟອງ ເຂົ້າຮ່ວມ.

    • ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງການເມືອງ

      ປີ 2024 ວຽກງານຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      2/4/2025 9:44:43 PM

      ຂປລ. ໃນປີ 2024 ຜ່ານມາ, ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງກະສິກຳ ແລະ ປ່າໄມ້ ກໍຄື ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ, ວຽກງານຫລາຍດ້ານໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດເຂົ້າ, ການຜະລິດພືດ ສະບຽງອາຫານ, ການລ້ຽງສັດ-ການປະມົງ ແລະ ອື່ນໆ ເຊິ່ງປະກອບສ່ວນເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 4,1% (ລື່ນ ແຜນການ 1,5%) ກວມເອົາ 18,90% ຂອງ GDP.

    • ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ອາເມລິກາ ປະຈໍາ ລາວການເມືອງ

      ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ອາເມລິກາ ປະຈໍາ ລາວ

      2/4/2025 1:17:06 PM

      ຂປລ. ໃນວັນທີ 3 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດ

      2/4/2025 9:53:31 AM

      ຂປລ. ທ້າຍເດືອນມັງກອນ 2025 ຜ່ານມາ, ຢູ່ສໍານັກງານປະທານາທິບໍດີບັງກລາເທດ ທີ່ ນະຄອນຫລວງດາກາ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ໂມຮໍາເມັດ ຊາຮາບຸດດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ ເຊິ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດ ອິນເດຍ.

ads
ads

Top