ຮັກສາປ່າ ຮັກສາສະພາບອາກາດທີ່ປອດໂປ່ງ

27/02/2024 09:28
Email Print 591
ຂປລ ເຫດໄຟໄໝ້ລາມປ່າ ເປັນບັນຫາມາຫລາຍປີ, ແຕ່ກໍ່ເຊື່ອແນ່ວ່າປີນີ້ຈະຄ່ອຍແກ້ໄຂຕົກໄປໃນເຂດທີ່ມີຄວາມສ່ຽງ ເພາະເຫັນວ່າມີບົດ ຮຽນຜ່ານມາ, ອາດຈະຖອດຖອນໄດ້ວ່າຈະເຮັດແນວໃດ ເພື່ອບໍ່ໃຫ້ເກີດຂຶ້ນອີກ ເພາະການຮັກສາປ່າໄມ້ມັນຈໍາເປັນຫລາຍຂຶ້ນ, ປ່ານັບມ້ືຈະໜ້ອຍຖ້າຊຸມເຮົາເຈົ້າຂ້ອຍບໍ່ຊ່ວຍກັນປົກປັກຮັກສາໃຫ້ດີແທ້ໆ.

*ເຫດໄຟໄໝ້ລາມປ່າ ເປັນບັນຫາມາຫລາຍປີ, ແຕ່ກໍ່ເຊື່ອແນ່ວ່າ ປີນີ້ຈະຄ່ອຍແກ້ໄຂຕົກໄປໃນເຂດທີ່ມີຄວາມສ່ຽງ ເພາະເຫັນວ່າມີບົດຮຽນຜ່ານມາ, ອາດຈະຖອດຖອນໄດ້ວ່າຈະເຮັດແນວໃດເພື່ອບໍ່ໃຫ້ເກີດຂຶ້ນອີກ ເພາະການຮັກສາປ່າໄມ້ມັນຈໍາເປັນຫລາຍຂຶ້ນ, ປ່ານັບມ້ືຈະໜ້ອຍຖ້າຊຸມເຮົາເຈົ້າຂ້ອຍບໍ່ຊ່ວຍກັນປົກປັກຮັກສາໃຫ້ດີແທ້ໆ ຖ້າບໍ່ມີປ່າໄມ້ສະພາບອາກາດອັນປອດໂປ່ງໂລ່ງດັງ ບໍ່ຮູ້ຈະຫານໍາອັນໃດ, ແມ່ນຢູ່ວ່າວິທະຍາສາດວິທະຍາການນັບມືກ້າວໜ້າແມ່ນຫຍັງກໍ່ເຮັດໄດ້, ດຽວນີ້ມາຮອດຍຸກສະໄໝ ເອໄອ (AI) ປັນຍາປະດິດ, ແຕ່ກໍ່ຄິດວ່າເລື່ອງອາກາດຍັງຕ້ອງອາໄສປ່າໄມ້ຟອກໃຫ້.

    ສະນັ້ນ ການປົກປັກຮັກສາປ່າໄມ້ຈຶ່ງຖືວ່າຈໍາເປັນ, ເຫັນຄົນໃນເມືອງໃຫຍ່ດຽວນີ້ຫັນມາປູກໄມ້ອ້ອມເຮືອນເທົ່າທີ່ເຮັດໄດ້, ຜູ້ເງື່ອນໄຂດິນບໍ່ຫລາຍກໍ່ປູກໃສ່ໂຖໃສ່ກະຖາງ-ກະຕ່າ ເພ່ີມຄວາມງາມ ແລະ ສີຂຽວໃຫ້ສະບາຍຕາສະບາຍໃຈ.ແຕ່ກ່ອນບັນຫາຄວັນໄຟຈາກ ການຈູດໄຮ່-ນາ-ສວນ...ເປັນເລື່ອງປົກກະຕິກໍ່ວ່າໄດ້ ເພາະຕົກຍາມແລ້ງ ເລີ່ມກະກຽມຜະລິດລະດູແລ້ງ ຫລື ກຽມໃສ່ລະດູຝົນກໍ່ມີການຖາງປ່າເຮັດໄຮ່... ການຖາງປ່າເຮັດໄຮ່ກໍ່ເຄີຍເປັນບັນຫາທີ່ພວກເຮົາໄດ້ແກ້, ດໍາເນີນການແກ້ໄຂປັບປຸງມາຫລາຍປີ ຖາງປ່າເຮັດໄຮ່ປູກເຂົ້າແບບເລື່ອນລອຍກໍ່ຄ່ອຍມີການຫັນປ່ຽນທີ່ຕັ້ງໜ້າ,  ມາຮອດດຽວນີ້ ໂດຍພື້ນຖານຖືວ່າແກ້ໄຂຕົກໄປການຖາງປ່າເຮັດໄຮ່ເຂົ້າແບບເລື່ອນລອຍ. ຍ້ອນແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດ, ການແກ້ໄຂການເຮັດໄຮ່ປູກເຂົ້າ ໂດຍອາໄສການຖາງປ່າໄປໜ້າເລື້ອຍໆ ຫລື ເລື່ອນລອຍກໍ່ຕົກໄປ ເພາະລັດມີການຊຸກຍູ້ສົ່ງເສີມປະຊາຊົນຮູ້ເຮັດຫລາຍອາຊີບ ທີ່ເປັນທາງເລືອກບໍ່ມີແຕ່ການຖາງປ່າເຮັດໄຮ່...ຈາກແຕ່ກ່ອນພວກເຮົາມັກເວົ້າເຖິງບັນຫາການຂາດເຂົ້າກິນເທົ່ານັ້ນເທົ່ານີ້ ເດືອນຂອງປະຊາຊົນໃນແຕ່ລະເຂດ, ດຽວນ້ີບໍ່ໄດ້ເວົ້າເຖິງແລ້ວ, ການບໍລິໂພກໄດ້ມີຫລາຍທາງເລືອກ...ດຽວນ້ີສະພາບບ້ານເມືອງບ່ໍຄືເກົ່າ ໄດ້ມີການປ່ຽນແປງໄປໃນທິດທີ່ຕັ້ງໜ້າຂຶ້ນຊັກໄຊ້, ມີການພັດທະນາຮອບດ້ານ ແລະ ເຊື່ອມໂຍງພາກພື້ນ-ສາກົນ.

    ພວກເຮົາກໍ່ບໍ່ອາດເຮັດຄືເກົ່າໄດ້, ໄດ້ມີການຫັນປ່ຽນທາງດ້ານແນວຄິດ ແລະ ການກະທໍາ ເພື່ອໃຫ້ສົມຄູ່ກັບກະແສຟອງພັດທະນາ. ຄືກັບການຖາງປ່າເພື່ອເຮັດການຜະລິດ ຫລື ອື່ນໆ ແລ້ວຈູດດຽວນີ້ກໍ່ມີລະບຽບກົດໝາຍໃຫ້ທຸກຄົນປະຕິບັດຢ່າງເອກະພາບ. ຖ້າຢູ່ເຂດເມືອງໃຫຍ່, ແມ່ນແຕ່ຈູດຂີ້ເຫຍື້ອເພິ່ນກໍ່ບໍ່ໃຫ້ເຮັດເພາະມັນເປັນເຂດບ້ານເຮືອນ-ຄົນອາໄສໜາແໜ້ນບໍ່ສົມມາພາຄວນ, ບໍ່ດີຕໍ່ສະພາບແວດລ້ອມ- ສຸຂະພາບຄົນ. ບັນຫາມີມາປີມໍ່ໆມານີ້ ຂ່າວວ່າໄຟໄໝ້ລາມປ່າມາຈາກການຈູດເຮັດໄຮ່-ສວນພືດອຸດສາຫະກໍາ ທີ່ຕະຫລາດຕ້ອງການ, ນ້ັນແມ່ນສິ່ງກະຕຸກຊຸກຍູ້ປະຊາຊົນປູກ.  ມັນເປັນເລື່ອງດີ (ຫລາຍ) ຖ້າວ່າການຖາງປ່າເຮັດໄຮ່...ບໍ່ເປັນການແຕະຕ້ອງອັນທີ່ພວກເຮົາພ້ອມກັນສະຫງວນມາຫລາຍປີ ຄືປ່າໄມ້ປະເພດຕ່າງໆທີ່ຕ້ອງປົກປັກຮັກສາ.ໄດ້ມີບາງທັດສະນະຂອງຜູ້ອາວຸໂສທ່ີກີ້ງເກືອກລີເລືອວຽກພັດທະນາຊົນນະບົດເວົ້າເຖິງການລະວັງໄຟໄໝ້ລາມປ່າເມື່ອບໍ່ດົນນີ້ຜ່ານສື່ອອນລາຍຊື່ເພຈ jita chanthalangsy ວ່າ, ຍາມແລ້ງລະວັງໄຟ.

     ເດືອນໜ້າໄຟຈະລາມປ່າ. ຊົມເຊີຍຂໍ້ລິເລີ່ມຂອງນະຄອນຫລວງວຽງຈັນ. ເມືອງສັງທອງ. ກັນດີກວ່າແກ້ປີນີ້ກຽມດີເດີບັນດາທ້ອງຖິ່ນຮາກຖານ. ປີກາຍ 5 ເມືອງສີໂຄດຕະບອງ, ນາຊາຍທອງ, ສັງທອງຫີນເຫີບ, ໂພນໂຮງສຸມກໍາ ລັງ 600 ຄົນ ໃນນັ້ນທະຫານ 200 ຄົນ ໃສ່ເພື່ອມອດ; ສູນກາງເອົາຍົນບິນຊ່ວຍໜູນຫລາຍຖ້ຽວ. ປາກງື່ມໃຊ້ທະຫານຊາວໜຸ່ມ 400 ຄົນ ດັບໄຟພູເຂົາຄວາຍ ຢູ່ເວີນກະເບົາຊຽງແລນາຊຽງແລທ່າ... ເມືອງ ວຽງຄໍາ, ຫລວງພະບາງ ລະດົມທະຫານ. ລວມແລ້ວເປືອງເງິນຫລາຍຕື້, ແຮງງານຄົນເປັນພັນແຕ່ເສຍໄປ ບ່ອນລະ 300 ຫາ 500 ເຮັກຕາ. ໄລຍະປີ 2018-22 ທົ່ວປະເທດ ໄຟລາມໄໝ້ເສຍ 320.000 ເຮັກຕາ. ປີນີ້ຖ້າມີແຜນປ້ອງກັນຈະໃຊ້ ງົບໜ້ອຍກວ່າບໍ່ເສຍປ່າໄມ້ສັດປ່າບໍ່ມີຄວັນຫືດ mp 2,5 ສຸຂະພາບ- ການທ່ອງທ່ຽວຈະດີຫລາຍ. ບໍ່ລົບ ກວນຜູ້ແທນຈາກເພື່ອນບ້ານຂ້າມຂອງມາຫາອີກ. ບັນຫາແມ່ນຄົນເຮົາມີເຂດແດນເມືອງໃຜລາວ, ແຕ່ປ່າ, ໄຟ, ຄວັນບໍ່ມີເຂດແດນເມືອງ. ຕ້ອງຮ່ວມແຮງປະສານກັນແຈບຈໍາແຕ່ຕົ້ນ ໂດຍມີຂັ້ນຍຸດທະສາດມະຫາພາກເປັນໃຈກາງ.

   ຄະນະພັກແຕ່ລະຂັ້ນຄວນຫັນພະນັກງານລົງຮາກຖານປະຈໍາແຕ່ລະບ້ານເປົ້າໝາຍແຕ່ຫົວທີໂລດ. ຈັດຕັ້ງເປັນໜ່ວຍ 8-10 ຄອບຄົວ ທີ່ມີຄວາມຈໍາເປັນຖາງຈູດເຮັດການຜະລິດ, ເປີດບັ້ນແຂ່ງຂັນໂຄສະນາປຸກລະດົມການຮັກສາປ່າ-ພູ ຕ້ານໄຟລາມປະກາດລະບຽບ ໃຫ້ແຕ່ລະຄອບຄົວຮູ້ແລ້ວລົງລາຍເຊັນແປະໂປ້ໄວ້. ຕ້ອງລົງທະບຽນບໍ່ຄວນປະໃຫ້ຈູດໃຜຈູດລາວບໍ່ຈູດພ້ອມກັນບາດດຽວ; ແຕ່ລະໜ່ວຍຄອບຄົວສຸມກໍາລັງແຮງງານໄປຊ່ວຍ ກັນຈູດໄປເທື່ອລະຜືນເທື່ອລະຕອນຢ່າງມີການຄວບຄຸມ. ເມື່ອສໍາເລັດຄວນຈັດກອງປະຊຸມສະຫລຸບຖອດຖອນບັ້ນແຂ່ງຂັນ, ຍ້ອງຍໍທັນເວລາສົມກຽດຕໍ່ຜູ້ມີຜົນງານພະນັກງານຊາວບ້ານ ໂດຍສະເພາະຄອບຄົວທີ່ເຮັດໄດ້ ໃນນັ້ນມີຍ້ອງຍໍດ້ານວັດຖຸປັດໄຈນໍາ ໂດຍມີງົບປະມານກະກຽມໄວ້ໂລດ; ປະຕິບັດວິໄນເຄັ່ງຄັດຕໍ່ຜູ້ລະເມີດຖືເບົາໃນນັ້ນມີການປັບໃໝນໍາ. ຖືເປັນຂໍ້ຄິດຄວາມເຫັນທີ່ມີປະໂຫຍດ, ບັນຫາໄຟໄໝ້ລາມປ່າຈະທຸເລົາເບົາບາງລົງໄດ້ຂຶ້ນກັບພວກເຮົາທຸກຄົນ, ໂດຍສະເພາະຜູ້ຕິດພັນໂດຍກົງກັບການເຮັດໄຮ່ປູກ... ແລະ ອໍານາດການປົກຄອງຂັ້ນຮາກຖານບ້ານ...ເວົ້າແນວນີ້ອາດມີຄໍາເຫັນແຍ້ງວ່າ ຖ້າບໍ່ເຮັດເຫດໃດຈະໄດ້ຢູ່ໄດ້ກິນ ຍິ່ງສະພາບເສດຖະກິດດຽວນີ້ຫຍຸ້ງຍາກ...ທີ່ກ່າວມາບ່ໍໝາຍວ່າບໍ່ໃຫ້ປູກບໍ່ໃຫ້ຖາງ, ສໍາຄັນແມ່ນການຈູດຄວນມີວິທີປ້ອງກັນ, ທຸກບັນຫາລ້ວນແຕ່ມີທາງອອກສໍາຄັນປຶກສາຫາລືກັນ ຜູ້ທີ່ເຮັດໄຮ່ເຮັດສວນຕິດກັນ ແລະ ອື່ນໆ, ແຕ່ກ່ອນການເຮັດໄຮ່ເຮັດນາ ມີການວານກັນຍ້ອນແຮງງານບໍ່ຫລາຍໃນແຕ່ລະຄອບຄົວ, ການເຮັດແນວນັ້ນ ນອກຈາກເຮັດໃຫ້ເປົ້າໝາຍຂອງວຽກສໍາເລັດທັນເວລາແລ້ວ ສໍາຄັນອັນໜຶ່ງແມ່ນໄດ້ຄວາມສາມັກຄີ, ໄປເຮັດວຽກນໍາກັນໄດ້ສົນທະນາປຶກສາຫາລືກັນຫລາຍຕໍ່ຫລາຍ ເລື່ອງ ທັງວຽກງານການຄອບຄົວ, ທັງສ່ວນຕົວ ແລະ ໂສກັນຊວນໃຫ້ຫົວຕໍ່ອາຍຸ. ໝາຍວ່າເຖິງແມ່ນໄຮ່- ນາຄົນລະຜືນເປັນເຈົ້າໃຜລາວ, ແຕ່ກໍ່ສາມັກຄີກັນເຮັດຮ່ວມກັນບໍ່ໄດ້ເຮັດປ່ຽວດຽວດາຍ.  

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top