ສາຍການບິນຫວຽດເຈັດ ເລີ່ມເປີດເສັ້ນທາງບິນກົງ ນະຄອນຫລວງວຽງຈັນ ແລະ ໂຮ່ຈີມິນ

26/02/2024 15:02
Email Print 3809
ຂປລ ຂປລ. ສາຍການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມຫວຽເຈັດ (Vietjet), ໄດ້ເລີ່ມເປີດຖ້ຽວບິນເຊື່ອມຕໍ່ນະຄອນຫລວງຂອງ ສປປ ລາວ ກັບສູນກາງດ້ານເສດຖະກິດຂອງຫວຽດນາມ ນະຄອນໂຮ່ຈີມິນ.

ຂປລ. ສາຍການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມຫວຽເຈັດ (Vietjet), ໄດ້ເລີ່ມເປີດຖ້ຽວບິນເຊື່ອມຕໍ່ນະຄອນຫລວງຂອງ ສປປ ລາວ ກັບສູນກາງດ້ານເສດຖະກິດຂອງຫວຽດນາມ ນະຄອນໂຮ່ຈີມິນ. ຄາດວ່າຈະເປັນເສັ້ນທາງທີ່ປະຢັດເວລາ ແລະ ຄ່າໃຊ້ຈ່າຍສໍາລັບການເດີນທາງລະຫວ່າງສອງປະເທດ, ພ້ອມທັງມອບໂອກາດໃນການທ່ອງທ່ຽວ, ການຄ້າຂາຍ ແລະ ການພັດທະນາເສດຖະກິດ.

ພິທີດັ່ງກ່າວ​ຈັດຂຶ້ນທີ່ ສະໜາມ​ບິນ​ສາກົນ ​Tan Son Nhat ​ແລະ ສະໜາມ​ບິນ​ສາກົນ​ວັດ​ໄຕ,ເປັນກຽດເຂົ້າຮ່ວມໂດຍ ​ທ່ານ ສຸວັນນະ​ແສງ ອຳໄພ ຮອງ​ກົງສຸນ​ໃຫຍ່ ສປປ ລາວ ປະຈຳ​ນະຄອນ ​ໂຮ່ຈີ່ມິງ, ພ້ອມດ້ວຍທ່ານ ບຸນ​ແຕງ ສີ​ມູນ ຮອງ​ຫົວໜ້າ​ກົມ​ການບິນ​ພົນລະ​ເຮືອນ​ລາວ (DCAL), ທ່ານ ສັກດາ ສຸລິສັກ ຮອງຜູ້ອໍານວຍການໃຫຍ່ສະໜາມບິນລາວ (AOL), ທ່ານ ແກ້ວສຸລີ ນູຟອງສະໝຸດ ຮັກສາການຜູ້ອໍານວຍການສະໜາມບິນສາກົນວັດໄຕ, ການນໍາສາຍການບິນລາວ ແລະ Vietjet ເຂົ້າຮ່ວມ. ຖ່ຽວບິນດັ່ງກ່າວ ໃຫ້ບໍລິການ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກແລະ ວັນອາທິດ ຊຶ່ງນັກ​ທ່ອງ​ທ່ຽວ​ສາມາດ​ບິນ​ໂດຍ​ກົງ​ຈາກ​ນະຄອນຫລວງ​ວຽງ​ຈັນ​ໄປ​ນະຄອນ​ໂຮ່ຈີມິນໃນ​ເວລາ​ບໍ່​ຮອດ 2 ຊົ່ວ​ໂມງ. ຖ້ຽວ​ບິນ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ​ໃນ​ເວ​ລາ 18:45 ໂມງ ແລະ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Tan Son Nhat ນະ​ຄອນ​ໂຮ່​ຈີມິນ​ໃນ​ເວ​ລາ 20:45 ໂມງ. ໃນຂະນະທີ່, ຖ້ຽວບິນຈາກນະຄອນໂຮ່ຈີມິນ ຫາ ນະຄອນຫລວງວຽງຈັນ ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 17:45 ໂມງ (ຕາມເວລາທ້ອງຖິ່ນ).

ທ່ານ Nguyen Thanh Son, ຮອງປະທານບໍລິສັດ Vietjetໃຫ້ຮູ້ວ່າ: ຖ້ຽວບິນໃໝ່ເຊື່ອມຕໍ່ນະຄອນ ໂຮ່ຈີມິນ ຫາ ນະຄອນຫລວງວຽງຈັນ ບໍ່ພຽງແຕ່ເຮັດໃຫ້ເວລາໃນການເດີນທາງລະຫວ່າງ ຫວຽດນາມ ແລະ ລາວ ສັ້ນລົງເທົ່ານັ້ນ, ແຕ່ຍັງໄດ້ຂະຫຍາຍການເຊື່ອມຕໍ່ທາງອາກາດຂອງ ນະຄອນຫລວງວຽງຈັນ ໄປເຖິງບັນດາຈຸດໝາຍປາຍທາງໃນພາກພື້ນ ແລະ ໃນໂລກຜ່ານເຄືອຂ່າຍການບິນສາກົນຂອງ Vietjet. ພວກ​ເຮົາ​ຈະ​ສືບ​ຕໍ່​ມອບປີ້​ຍົນ​ທີ່​ມີ​ລາ​ຄາ​ຖືກ​ກວ່າ​ໃນ​ເຮືອ​ບິນ​ໃໝ່, ທັນ​ສະ​ໄໝ ແລະ ​ການ​ບໍ​ລິ​ການ​ທີ່​ດີ​ເລີດ​ຂອງ​ພວກ​ເຮົາ.

ເພື່ອສະເຫລີມສະຫລອງເສັ້ນທາງໃໝ່, ແຕ່ວັນທີ 1 ຫາ 8 ມີນາ 2024, Vietjet ມອບປີ້ຍົນລາຄາພິເສດ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທໍານຽມ) ສໍາລັບເສັ້ນທາງ ນະຄອນຫລວງວຽງຈັນ-ນະຄອນໂຮ່ຈີມິນ ແລະ ໄປເຖິງຈຸດໝາຍປາຍທາງໃນອົດສະຕາລີ, ສ ເກົາຫລີ, ຍີ່ປຸ່ນ, ຮົງກົງ, ໄຕ້ຫວັນ, ອິນເດຍ ແລະ ອື່ນໆ. ນັກທ່ອງທ່ຽວສາມາດຮັບປີ້ບິນຟຣີ ໄດ້ທີ່ www.vietjetair.com ຫລື ແອັບ Vietjet Air ແລະ ວາງແຜນທ່ອງທ່ຽວໃນລະຫວ່າງວັນທີ 01 ເມສາ ຫາ 31 ຕຸລາ 2024 (ຕາມຂໍ້ກໍານົດ ແລະ ເງື່ອນໄຂ). ສອບຖາມຂໍ້ມູນເພີ່ມຕື່ມທີ່ www.vietjetair.com
KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top