ຂປລ
ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການສະຫະປະຊາຊາດ ໄດ້ປະກອບຄຳເຫັນ ໃນກອງປະຊຸມ ອະພິປາຍ ເປີດພາຍໃຕ້ຫົວຂໍ້ “ການແກ້ໄຂຄວາມຂັດແຍ້ງໃນຍຸກ ແຫ່ງການປ່ຽນແປງ ດ້ານເຕັກໂນໂລຊີ ຢ່າງວ່ອງໄວ” ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 24 ພະຈິກນີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳ ອົງການສະຫະປະຊາຊາດ ໄດ້ປະກອບຄຳເຫັນ ໃນກອງປະຊຸມ ອະພິປາຍ ເປີດພາຍໃຕ້ຫົວຂໍ້ “ການແກ້ໄຂຄວາມຂັດແຍ້ງໃນຍຸກ ແຫ່ງການປ່ຽນແປງ ດ້ານເຕັກໂນໂລຊີ ຢ່າງວ່ອງໄວ” ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໂດຍເນັ້ນໜັກວ່າ: ຄວນນຳໃຊ້ ແລະ ບໍລິຫານວິທະຍາສາດເຕັກໂນໂລຊີຈະເລີນໃໝ່ຢ່າງເໝາະສົມ.ທ່ານ ຟູ້ຊົ່ງ ກ່າວວ່າ: ປັດຈຸບັນ, ການປະຕິວັດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງ ທາງອຸດສາຫະກຳຮອບໃໝ່ ກຳລັງເລັ່ງໄວຂຶ້ນ ເຊິ່ງໄດ້ສ້າງໂອກາດ ແລະ ສິ່ງທ້າທາຍ ທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ວິທະຍາສາດເຕັກໂນໂລຊີ ຈະເລີນໃໝ່ ເຊັ່ນ: ປັນຍາປະດິດ ແລະ ລະບົບທີ່ບໍ່ມີຄົນຂັບ ເປັນຕົ້ນ ສາມາດກາຍເປັນເຄື່ອງມື ໃນການປົກປັກຮັກສາ ສັນຕິພາບ, ທັງສາມາດກາຍເປັນກຳລັງແຮງ ທີ່ເຮັດໃຫ້ຄວາມຂັດແຍ້ງ ຮຸນແຮງຂຶ້ນ, ຈຸດສຳຄັນແມ່ນຂຶ້ນກັບວ່າ ມະນຸດສາມາດນຳໃຊ້ ແລະ ບໍລິຫານມັນ ດ້ວຍຄວາມຮັບຜິດຊອບໄດ້ ຫລື ບໍ່. ທຸກປະເທດຄວນເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື ເພື່ອຮັບປະກັນໃຫ້ວິທະຍາສາດ ເຕັກໂນໂລຊີຈະເລີນໃໝ່ ພັດທະນາຕາມທິດທາງທີ່ສ້າງຄວາມສຸກ ໃຫ້ແກ່ ມວນມະນຸດ ຢ່າງສະເໝີຕົ້ນ ສະເໝີປາຍ. ທ່ານ ຟູ້ຊົ່ງ ກ່າວຕື່ມວ່າ: ສປ ຈີນ ຍິນດີຮ່ວມມື ກັບທຸກຝ່າຍ, ຮ່ວມກັນສ້າງລະບົບ ການບໍລິຫານ ວິທະຍາສາດເຕັກໂນໂລຊີທົ່ວໂລກ ທີ່ທ່ຽງທຳ ແລະ ສົມເຫດສົມຜົນ ເພື່ອເຮັດໃຫ້ການປ່ຽນແປງ ທາງດ້ານວິທະຍາສາດ ເຕັກໂນໂລຊີ ເພີ່ມແຮງຂັບເຄື່ອນ ທີ່ເຂັ້ມແຂງ ເຂົ້າໃນພາລະກິດ ສັນຕິພາບ ແລະ ການພັດທະນາຂອງໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL