ຂປລ
ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຂອງ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ໄດ້ຄົ້ນພົບ ແຫລ່ງຊັບພະຍາກອນ ແຮ່ທາດ ຍຸດທະສາດ 250 ແຫ່ງ ໃນປີ 2026 ນີ້ ເຊິ່ງລວມເຖິງ ແຫລ່ງສຳຮອງຄຳ, ທອງແດງ, ນິກເກີນ, ສັງກະສີ ແລະ ຊືນ (ຕະກົ່ວ) ໂດຍບັນດາແຫລ່ງ ຊັບພະຍາກອນ ແຮ່ທາດ ທີ່ ຄົ້ນພົບໃໝ່ ເປັນແຫລ່ງ ແຮ່ທາດແຂງ 239 ແຫ່ງ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ,
ເມື່ອບໍ່ດົນມານີ້, ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຂອງ ຣັດເຊຍ
ເປີດເຜີຍວ່າ: ຣັດເຊຍ ໄດ້ຄົ້ນພົບ ແຫລ່ງຊັບພະຍາກອນ ແຮ່ທາດ ຍຸດທະສາດ 250 ແຫ່ງ ໃນປີ 2026 ນີ້ ເຊິ່ງລວມເຖິງ ແຫລ່ງສຳຮອງຄຳ, ທອງແດງ, ນິກເກີນ, ສັງກະສີ ແລະ ຊືນ (ຕະກົ່ວ) ໂດຍບັນດາແຫລ່ງ ຊັບພະຍາກອນ
ແຮ່ທາດ ທີ່ ຄົ້ນພົບໃໝ່ ເປັນແຫລ່ງ ແຮ່ທາດແຂງ 239 ແຫ່ງ ແລະ ແຫລ່ງໄຮໂດຣກາກບອນ
11 ແຫ່ງ ພ້ອມທັງ ລະບຸວ່າ ໂດຍປົກກະຕິ ຖານຊັບພະຍາກອນ ແຮ່ທາດ ຂອງ
ຣັດເຊຍ ຈະຂະຫຍາຍຕົວ ເພີ່ມຂຶ້ນ ປີລະປະມານ 200-300 ແຫ່ງ.
ກະຊວງດັ່ງກ່າວ ຍັງລະບຸວ່າ
ການຄົ້ນພົບ ແຫລ່ງແຮ່ທາດ ຂະໜາດໃຫຍ່ທີ່ສຸດ ຈົນເຖິງ ປັດຈຸບັນ ໄດ້ແກ່ ແຫລ່ງແຮ່ຄຳໂມໂຣໂຊວາ
(Morozova) ໃນເຂດດິນແດນ
ທຣານສ໌ໄບຄານ (Transbaikalia) ເຊິ່ງຄາດວ່າ ມີຄຳສຳຮອງ ຢູ່ປະມານ
37 ໂຕນ ແລະ ເງິນ 13,6 ໂຕນ.
ການຄົ້ນພົບ ແຫລ່ງແຮ່ທາດ ທີ່ສຳຄັນອີກແຫ່ງໜຶ່ງ
ຄື ແຫລ່ງແຮ່ທອງແດງ-ນິກເກີນດັນເນເຍ (Dalneye)
ໃນເຂດດິນແດນ ຄຣາສໂນຢາສຄ໌ (Krasnoyarsk) ຄາດວ່າ
ຈະມີປະລິມານ ສຳຮອງ ນິກເກີນ 169,600 ໂຕນ, ໂຄບອນ (Cobalt) ຫລາຍກວ່າ 8.000
ໂຕນ, ທອງແດງ 250.000
ໂຕນ, ໂລຫະກຸ່ມແພລັດຕິນຳ (Platinum-group
metals) 242 ໂຕນ, ຄຳ 9,5 ໂຕນ ແລະ ເງິນເກືອບ 67 ໂຕນ.
ນອກຈາກນັ້ນ, ກະຊວງດັ່ງກ່າວ ຍັງລະບຸ ເຖິງແມ່ນວ່າ
ແຫລ່ງແຮ່ຊືນ-ສັງກະສີ ຣັສໂຊຄິນສະໂກເຍ (Rassokhinskoye)
ໃນເຂດດິນແດນ ຄຣາສໂນຢາສຄ໌ ທີ່ມີ ປະລິມານສຳຮອງ ສັງກະສີ ຫລາຍກວ່າ 145.000 ໂຕນ, ຊືນຫລາຍກວ່າ 36.000 ໂຕນ, ເງິນ 5,3 ໂຕນ ແລະ ແຄດມຽມ 226 ໂຕນ.
ອີກທັງຍັງມີ ການ ຄົ້ນພົບແຫລ່ງແຮ່ກໍຣາ ຢູຊານາຢາ (Gora Yuzhnaya) ໃນແຂວງ ມູຣມັນສຄ໌ (Murmansk) ເຊິ່ງມີ ແຮ່ອາປາໄທຕ໌
(Apatite) ທີ່ມີປະລິມານ ທາດເຫລັກຕ່ຳ ໂດຍຄາດວ່າ ມີປະລິມານ ສຳຮອງ
ແຮ່ອາປາໄທຕ໌ 1,1 ລ້ານໂຕນ, ແຮ່ເຫລັກ 20,5 ລ້ານໂຕນ ແລະ
ເຊີໂຄນຽມ (Zirconium) ເກືອບ 12000 ໂຕນ./
KPL