ກະຊວງສຶກສາ ເລີ່ມວິໄຈຄຸນນະພາບ ການຮຽນ-ການສອນ ຢູ່ 30 ເມືອງເປົ້າໝາຍ

15/02/2024 13:09
Email Print 2863
ຂປລ ຂປລ. ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູ ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ລົງເກັບກຳຂໍ້ມູນທຽບຖານ ສຳລັບກໍລະນີສຶກສາຄົ້ນຄວ້າ ການຮຽນ-ການສອນ ແບບເໝາະສົມສຳລັບເດັກທຸກຄົນ ເປັນໄລຍະເວລາ 3 ປີ (2024-2026) ຢູ່ໂຮງຮຽນຊັ້ນປະຖົມສຶກສາ 120 ແຫ່ງ ຢູ່ 30 ເມືອງເປົ້າໝາຍໃນ 7 ແຂວງ

ຂປລ. ທີມນັກເກັບຂໍ້ມູນ 23 ທ່ານ ຈາກບັນດາວິທະຍາໄລຄູ ຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ລົງເກັບກຳຂໍ້ມູນທຽບຖານ ສຳລັບກໍລະນີສຶກສາຄົ້ນຄວ້າ ການຮຽນ-ການສອນ ແບບເໝາະສົມສຳລັບເດັກທຸກຄົນ ເປັນໄລຍະເວລາ 3 ປີ (2024-2026) ຢູ່ໂຮງຮຽນຊັ້ນປະຖົມສຶກສາ 120 ແຫ່ງ ຢູ່ 30 ເມືອງເປົ້າໝາຍໃນ 7 ແຂວງ ຄື: ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໂດຍເລີ່ມແຕ່ກາງ ເດືອນກຸມພາ ຫາ ເດືອນມີນາ ຂອງທຸກປີ ເພື່ອສຶກສາວິໄຈຄຸນນະພາບ ການຮຽນ-ການສອນ ທີ່ຈະນຳໄປສູ່ການມີສ່ວນຮ່ວມ ຂອງນັກຮຽນໃນການຮຽນຫລາຍຂຶ້ນ ແລະ ສາມາດປັບປຸງຜົນການຮຽນຂອງນັກຮຽນ.

ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ກົມສ້າງຄູ ໄດ້ຊີ້ນໍາການອອກແບບການສຶກສາວິໄຈ ການສອນທີ່ເໝາະສົມສຳລັບເດັກທຸກຄົນ ແລະ ວິທີ ການສະໜັບສະໜູນ ນັກເກັບຂໍ້ມູນທີ່ຈະລົງໄປປະເມີນ ຢູ່ໂຮງຮຽນ ແລະ ວິທີ ທີ່ຈະອໍານວຍຄວາມສະດວກ ແກ່ການສົນທະນາກ່ຽວກັບ ຂໍ້ມູນທີ່ເກັບໄດ້ໃນເບື້ອງຕົ້ນ. ການສຶກສາຄົ້ນຄວ້າຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ ໂດຍຜ່ານແຜນງານບີຄວາ, ເຊິ່ງຈະຮວບຮວມເອົາຂໍ້ມູນ ດ້ານການປ່ຽນແປງ ແລະ ການປັບປຸງການປະຕິບັດ ການສິດສອນຂອງຄູ ຂັ້ນ ປ1, 2 ແລະ ປ3 ພ້ອມທັງສຶກສາວ່າ ການປະຕິບັດເຫລົ່ານັ້ນ ແມ່ນມີຜົນກະທົບແນວໃດ ຕໍ່ກັບການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນ. ການສຶກສາຈະກໍານົດຍຸດທະສາດ ທີ່ມີປະສິດທິພາບໃນການສ້າງວັດທະນະທໍາ ສຳລັບການສອນ ແລະ ການຮຽນ ແບບທີ່ເໝາະສົມສຳລັບເດັກທຸກຄົນ ໃນໄລຍະເວ ລາ 3 ປີ ເຊິ່ງມີຈຸດປະສົງເພື່ອຄົ້ນຫາວິທີ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ການປະຕິບັດການສິດສອນ ທີ່ຕອບສະໜອງຄວາມຕ້ອງການຂອງນັກຮຽນ ແລະ ປະກອບສ່ວນເຂົ້າໃນການຮຽນ-ການສອນ.



ທ່ານ ເກດ ພັນລັກ ກ່າວຕື່ມວ່າ: ການສຶກສາດັ່ງກ່າວ
, ໂຮງຮຽນທີ່ຖືກຄັດເລືອກແມ່ນອີງໃສ່ ດ້ານຄວາມຫລາກຫລາຍຂອງນັກຮຽນທີ່ມາຮຽນ ເຊັ່ນ: ໂຮງຮຽນທີ່ມີນັກຮຽນຊົນເຜົ່າ ທີ່ບໍ່ເວົ້າພາສາລາວ ເປັນຫລັກໃນຄອບຄົວ, ນັກຮຽນທີ່ມີຄວາມພິການ ແລະ ນັກຮຽນທີ່ຕ້ອງໄດ້ຂາດຮຽນ ເພາະຈຳເປັນຕ້ອງໄດ້ຊ່ວຍວຽກຄອບຄົວ. ຜົນຂອງການສຶກສາຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາປັບປຸງລະບົບ ການພັດທະນາວິຊາຊີບ ຂອງຄູແບບຕໍ່ເນື່ອງ ເຊິ່ງຈະກໍານົດກໍລະນີ ຜົນສໍາເລັດໃນການປະຕິບັດໜ້າທີ່ ການສິດສອນທີ່ນໍາໄປສູ່ ການຮຽນຮູ້ຂອງນັກຮຽນ ທີ່ຄຳນຶງເຖິງການສຶກສາຮຽນ ຮ່ວມຢູ່ໃນໂຮງຮຽນຕົວຢ່າງ ແລະ ວິທີການພັດທະນາວິ ຊາຊີບຄູທີ່ຖືກນໍາໃຊ້. ວິທີການທີ່ດີເຫລົ່ານັ້ນ ຈະໄດ້ຮັບການເຜີຍແຜ່ໃນທົ່ວປະເທດ ເພື່ອຊຸກຍູ້ການປະຕິ ບັດໜ້າທີ່ ຂອງຄູ ແລະ ນັກຮຽນ.
KPL

ຂ່າວອື່ນໆ

    • ສົກສຶກສາ 2024-2025 ມຊ ຈະຮັບ ເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນສຶກສາ-ກິລາ

      ສົກສຶກສາ 2024-2025 ມຊ ຈະຮັບ ເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນ

      7/17/2024 4:48:14 PM

      ຂປລ. ໃນສົກສຶກສາ 2024-2025 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຈະຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ ເຊິ່ງຈະຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ນີ້. ປັດຈຸບັນ, ມຊ ມີຫລັກສູດການຮຽນທັງໝັດ 244 ຫລັກສູດ.

    • ສະຖານທູດລາວ ປະຈຳ ຫວຽດນາມ ສະຫລຸບ ວຽກຄຸ້ມຄອງການສຶກສາລາວ ສົກປີ 2023-2024 ສຶກສາ-ກິລາ

      ສະຖານທູດລາວ ປະຈຳ ຫວຽດນາມ ສະຫລຸບ ວຽກຄຸ້ມຄອງການສຶກສາລາວ ສົກປີ 2023-2024

      7/16/2024 6:17:09 PM

      ຂປລ. ເມື່ອບໍ່ດົນມານີ້, ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ​ຈັດກອງ​ປະ​ຊຸມ ​ສະຫລຸບ​ວຽກ​ງານ ການ​ຄຸ້ມ​ຄອງ​ການ​​ສຶກ​ສາ​ລາວ ສົກ​​ປີ 2023-2024 ແລະ ວາງ​ທິດ​ທາງແຜນ​ການ ສົກ​ປີ 2024-2025 ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແຂວງຫວິງລອງ ສ​ສ ຫວຽດ​ນາມ ໂດຍມີ ທ່ານ ສຳ​ລານ ພັນ​ຄະ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແຫ່ງ ສປປ ລາວ, ທ່ານ ຄຳ​ຕັນ ສົມ​ວົງ ທີ່​ປຶກ​ສາ​ສຶກ​ສາ-ວັດ​ທະ​ນະ​ທຳ ສະ​ຖານ​ທູດ​ລາວ​ ປະ​ຈຳ ສ​ສ ຫວຽດ​ນາມ, ທ່ານ ຫງວຽນ ວັນ​ຟຸກ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ​ພະ​ນັກ​ງານ​ຫວຽດ​ນາມ, ທ່ານ ຫງວຽນ ທິກວຽນ​ແທັກ ຮອງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຫວິງ​ລອງ, ມີຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເລີ່ມຈັດຕັ້ງປະຕິ ບົດຮຽນຝຶກເວົ້າພາສາລາວ ທົ່ວປະເທດ ໃນສົກຮຽນ 2024-2025ສຶກສາ-ກິລາ

      ເລີ່ມຈັດຕັ້ງປະຕິ ບົດຮຽນຝຶກເວົ້າພາສາລາວ ທົ່ວປະເທດ ໃນສົກຮຽນ 2024-2025

      7/12/2024 10:41:02 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບິຄວາ) ຈັດກອງປະຊຸມສະຫລຸບ ກ່ຽວກັບການທົດລອງ ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ໃຫ້ນັກຮຽນ ຂັ້ນ ປ1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວ ເປັນຫລັກໃນຄອບຄົວ ໃນວັນທີ 11 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ

    • ປະທານປະເທດຫວຽດນາມ ຢ້ຽມຢາມ  ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູສຶກສາ-ກິລາ

      ປະທານປະເທດຫວຽດນາມ ຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ

      7/12/2024 10:15:11 PM

      ຂປລ. ໃນໂອກາດການຢ້ຽມຢາມທາງລັດຖະກິດທີ່ ສປປ ລາວ, ວັນທີ 12 ກໍລະກົດ 2024 ນີ້, ສະຫາຍ ໂຕ ເລິມ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ ໂດຍການຕ້ອນຮັບຂອງ ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ.

    • ລັດຖະບານເຢຍລະມັນ ສະໜັບສະໜູນ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນສຶກສາ-ກິລາ

      ລັດຖະບານເຢຍລະມັນ ສະໜັບສະໜູນ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ

      7/2/2024 4:40:41 PM

      ຂປລ. ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດ ຖະບານເຢຍລະມັນ ຈັດ​ຂຶ້ນ​ໃນວັນທີ 2 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ແນໃສ່ສະໜັບສະໜູນເຄືອຂ່າຍ ຄວາມປອດໄພທາງສັງຄົມ ກໍຄື ວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ, ລວມທັງ ການສົ່ງເສີມການຜະລິດກະສິກຳທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ໃຫ້ໂຮງຮຽນຢ່າງຕໍ່ເນື່ອງ ແນໃສ່ຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ

ads
ads

Top