ອີຢູ ຊຸກຍູ້ວິວັດທະນາການ ເຂົ້າຮ່ວມກຸ່ມ ຂອງບັນດາ ຄູ່ຮ່ວມມືຈຸດສຸມ

06/11/2025 13:58
ຂປລ ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາ ແຜນການເປີດກວ້າງ ສະຫະພາບ ເອີຣົບ (EU) ປີ 2025. ນີ້ໄດ້ຮັບຖືວ່າ ແມ່ນການຕີລາຄາ ຢ່າງຮອບ ດ້ານ ໃນຮອບເວລາ 12 ເດືອນຜ່ານມາ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາ ແຜນການເປີດກວ້າງ ສະຫະພາບ ເອີຣົບ (EU) ປີ 2025. ນີ້ໄດ້ຮັບຖືວ່າ ແມ່ນການຕີລາຄາ ຢ່າງຮອບ ດ້ານ ໃນຮອບເວລາ 12 ເດືອນຜ່ານມາ. ບົດລາຍງານປີນີ້ ຢັ້ງຢືນວ່າ ວິວັດທະນາການເປີດກວ້າງ ສືບຕໍ່ແມ່ນບຸລິມະສິດແຖວໜ້າ ໃນໂຄງການດຳເນີນງານຂອງສະຫະພາບ ເອີຣົບ. ຕາມ EC ແລ້ວ, ເລື່ອງເປີດກວ້າງ ສະຫະພາບ ບໍ່ພຽງແຕ່ ມີຄວາມໝາຍ ດ້ານການເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນ ວິໄສທັດຍຸດທະສາດ ໃນການປັບປຸງທີ່ຕັ້ງຂອງ ເອີຣົບ ໃນເວທີສາກົນ ອີກດ້ວຍ. ຄະນະ ກຳມະການ ເນັ້ນໜັກວ່າ ຄວາມຢຶດໝັ້ນ ແລະ ວິທີການສຳຜັດ ອີງໃສ່ຜົນງານ ອັນແທດຈິງ ຂອງແຕ່ລະຄູ່ຮ່ວມມືນັ້ນ ຈະແມ່ນປັດໄຈແກ່ນສານ ເພື່ອຮັບປະກັນ ໃຫ້ແກ່ ວິວັດທະນາການ ເຂົ້າຮ່ວມກຸ່ມ ຢ່າງສຳເລັດຜົນ ແລະ ຍືນຍົງ. ປັດຈຸບັນ, ມີປະເທດ Montenegro, Albania, Ukraine (ຢູແກຼນ), Cng hòa Moldova (ສ.ໂມນໂດວາ), Serbia, North Macedonia (ມາເຊດວນ ເໜືອ), Bosnia & Herzegovina (ບົດສນີ ແຮກເຊໂກວີນາ), Kosovo, ຕວັກກີ ແລະ Gruzia ໄດ້ຮັບຖືວ່າແມ່ນບັນດາຄູ່ຮ່ວມມືຈຸດສຸມ ພວມຫຍັບມໍ່ເຂົ້າໃກ້ກັບ EU ເທື່ອລະກ້າວ. ທ່ານ ນາງ Ursula von der Leyen ປະທານ EC ຢັ້ງຢືນວ່າ EU ຕັດສິນໃຈ ຫັນວິວັດທະນາ ການເປີດກວ້າງ ສະຫະພາບ ໃຫ້ປະກົດຜົນເປັນຈິງ, ຖືນີ້ແມ່ນບາດກ້າວ ທີ່ຈຳເປັນ ເພື່ອສ້າງເອີຣົບ ເຂັ້ມແຂງກວ່າ ແລະ ມີຜົນກະທົບໃຫຍ່ກວ່າ ໃນເວທີສາກົກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top