ຂປລ
ກອງປະຊຸມ ຜູ້ບັນຊາການ ຕຳຫລວດ ແຫ່ງຊາດ ອາຊຽນ (ASEANAPOL) ຄັ້ງທີ 43 ໄດ້ໄຂຂຶ້ນທີ່ ບາງກອກ ພາຍໃຕ້ ການເປັນປະທານຂອງ ທ່ານ ອະນຸທິນ ຊານວີຣະກຸນ, ນາຍົກລັດຖະມົນຕີໄທ ຈັດຂຶ້ນຮອດ ວັນທີ 7 ພະຈິກນີ້

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ຜູ້ບັນຊາການ ຕຳຫລວດ ແຫ່ງຊາດ ອາຊຽນ (ASEANAPOL) ຄັ້ງທີ 43 ໄດ້ໄຂຂຶ້ນທີ່ ບາງກອກ ພາຍໃຕ້ ການເປັນປະທານຂອງ ທ່ານ ອະນຸທິນ ຊານວີຣະກຸນ, ນາຍົກລັດຖະມົນຕີໄທ ຈັດຂຶ້ນຮອດ ວັນທີ 7 ພະຈິກນີ້, ໂດຍເຕົ້າໂຮມ ຜູ້ແທນກວ່າ 200 ຄົນ ຈາກບັນດາປະເທດ ອາຊຽນ, ຄູ່ເຈລະຈາ ແລະ ຜູ້ສັງເກດການສາກົນ ເຂົ້າ ຮ່ວມ. ຄະນະຝ່າຍ ຫວຽດນາມ ນຳໂດຍ ທ່ານ ພົຈວ ເຈິ່ນ ມິງ ຕຽນ, ຫົວໜ້າຫ້ອງການຕຳຫລວດສືບສວນ ກະຊວງຕຳຫລວດ, ທັງເປັນ ຫົວໜ້າຫ້ອງການ Interpol ຫວຽດນາມ ເຂົ້າຮ່ວມ ກອງ ປະຊຸມ ດັ່ງກ່າວ. ດ້ວຍຫົວຂໍ້ ‘’ການຮ່ວມມື ໃນການກະທຳ: ທຳລາຍລ້າງ ການຕົວະຍົວະ ຫລອກລວງ, ສະກັດກັ້ນ ການສໍ້ໂກງ ແລະ ປົກປ້ອງປະຊາຊົນ’’, ກອງປະຊຸມປີນີ້ ສຸມໃສ່ບັນດາຄວາມທ້າທາຍ ຄວາມ ໝັ້ນຄົງ ທີ່ພົ້ນເດັ່ນ ຢູ່ໃນພາກພື້ນ, ພິເສດແມ່ນ ອາຊາຍະກຳຂ້າມຊາດເຊັ່ນ: ການຊື້-ຂາຍ ຢາເສບຕິດ, ການຄ້າມະນຸດ, ອາຊາຍະກຳ ອິນເຕີເນັດ ແລະ ການຫລອກລວງທາງອອນໄລ.ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ໄທ ເນັ້ນໜັກວ່າ ຄວາມຈຳເປັນ ໃນການເພີ່ມທະວີການຮ່ວມມື ໃນພາກພື້ນ ໃນສະພາບການອາຊະຍາກຳ ຂ້າມຊາຍແດນ ນັບມື້ ນັບແນບນຽນ ແລະ ມີຜົນກະທົບ ຢ່າງກວ້າງຂວາງ ເຖິງ ເສດຖະກິດ-ສັງຄົມ. ທ່ານ ອະນຸທິນ ກໍໄດ້ຮັບຮູ້ເຖິງ ບົດບາດນັບມື້ຕັ້ງໜ້າ ຂອງປະຊາຄົມສາກົນ, ໃນນັ້ນການທີ່ ປະເທດໄທ ພ້ອມກັບ 67 ປະເທດ ໄດ້ເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ສະຫະ ປະຊາຊາດ ກ່ຽວກັບ ການຕ້ານ ອາຊາຍະກຳ ທາງໄຊເບີ ຢູ່ນະຄອນຫລວງ ຮ່າໂນ້ຍ ໂດຍ ສສ ຫວຽດນາມ ເປັນເຈົ້າພາບ ໃນທ້າຍເດືອນຕຸລາ 2025, ກໍຄືເລື່ອງ ລັດຖະສະພາໂລກ (IPU) ນຳເອົາບັນຫາ ນີ້ ເຂົ້າໃນໂຄງການ ການປຶກສາຫາລື ຮີບດ່ວນຕາມ ຂໍ້ສະເໜີຂອງໄທ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL