ຂປລ
ອົງການ ອາຫານໂລກ ສປຊ (WFP) ໃຫ້ຮູ້ວ່າ ໃນ 4 ອາທິດ ຢຸດຍິງ ຜ່ານມາ,ປະລິມານ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ໄດ້ຮັບການຂົນສົ່ງ ເຂົ້າເຂດ ກາຊາ ພຽງແຕ່ ຕອບສະໜອງໄດ້ 50% ຄວາມຕ້ອງການ ຢ່າງຮີບດ່ວນ ແລະ ຈຳເປັນ ເທົ່ານັ້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ອົງການ ອາຫານໂລກ ສປຊ (WFP) ໃຫ້ຮູ້ວ່າ ໃນ 4 ອາທິດ ຢຸດຍິງ ຜ່ານມາ,ປະລິມານ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ໄດ້ຮັບການຂົນສົ່ງ ເຂົ້າເຂດ ກາຊາ ພຽງແຕ່ ຕອບສະໜອງໄດ້ 50% ຄວາມຕ້ອງການ ຢ່າງຮີບດ່ວນ ແລະ ຈຳເປັນ ເທົ່ານັ້ນ. ໃນຂະນະນັ້ນ, ບັນດາອົງການ ຈັດຕັ້ງມະນຸດສະທຳ ປາແລັດສະຕິນ ຢັ້ງຢືນວ່າ ປະລິມານ ເຄື່ອງຊ່ວຍເຫລືອ ໄດ້ຂົນສົ່ງເຂົ້າເຂດ ກາຊາ ພຽງແຕ່ຕອບ ສະໜອງໄດ້ ¼ ຫາ 1/3 ຄວາມຕ້ອງການເທົ່ານັ້ນ. ສ່ວນຕາມວົງການ ເຈົ້າໜ້າທີ່ ທ້ອງຖິ່ນ ກາຊາ ແລ້ວ, ສະເລ່ຍ ແຕ່ລະມື້ ມີພຽງແຕ່ 145 ຖ້ຽວລົດຂົນສົ່ງ ເຄື່ອງຊ່ວຍເຫລືອ ມະນຸດສະທຳ ໄດ້ສົ່ງເຖິງມື ປະຊາຊົນເຂດ ກາຊາ, ໃນຂະນະທີ່ ສປຊ ຄາດຄະເນວ່າ ຢ່າງໜ້ອຍສຸດ ຕ້ອງມີ 600 ຖ້ຽວຕໍ່ວັນ.ອີກຄັ້ງໜຶ່ງ, ອົງການ ອາຫານໂລກ ແລະ ບັນດາອົງການຈັດຕັ້ງ ມະນຸດສະທຳຮຽກຮ້ອງ ໃຫ້ການນຳກຳອຳນາດຂອງ ອິດສະຣາແອັນ ຍົກເລີກການປິດລ້ອມ ໃນທັນທີ ແລະ ອະນຸຍາດ ໃຫ້ເຄື່ອງຊ່ວຍ ເຫລືອ ໄດ້ຂົນສົ່ງເຂົ້າເຂດ ກາຊາ ແບບເສລີ ເພື່ອແນໃສ່ຫລີກລ້ຽງ ຜົນຕາມມາ ອັນຮ້າຍແຮງ ໃນສະພາບການລະດູໜາວກຳລັງວຽນ ມາອີກບໍ່ພໍເທົ່າໃດວັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL