ພັກການເມືອງຕ່າງໆຢູ່ກຳປູເຈຍ ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງ

12/02/2024 15:23
Email Print 1711
ຂປລ ໃນວັນທຳອິດ ຂອງບັ້ນຂົນຂວາຍ ຫາສຽງ ເລືອກຕັ້ງ, ບັນດາ ການເຄື່ອນໄຫວ ເຕົ້າໂຮມ, ເຊີດຊູ ກຳລັງ, ແຫ່ຂະບວນ ໂຄສະນາ ຂົນຂວາຍ ຫາສຽງ ເລືອກຕັ້ງ ໄດ້ດຳເນີນ ຢູ່ນະຄອນຫລວງ ພະນົມເປັນ ແລະ ຫລາຍທ້ອງຖິ່ນ,ສ່ວນຫລາຍ ແມ່ນພັກປະຊາຊົນ ກຳປູເຈຍ(CPP) ກຳອຳນາດ .

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,ວັນທີ11 ກຸມພານີ້,ໃນວັນທຳອິດ ຂອງບັ້ນຂົນຂວາຍ ຫາສຽງ ເລືອກຕັ້ງ, ບັນດາ ການເຄື່ອນໄຫວ ເຕົ້າໂຮມ, ເຊີດຊູ ກຳລັງ, ແຫ່ຂະບວນ ໂຄສະນາ ຂົນຂວາຍ ຫາສຽງ ເລືອກຕັ້ງ ໄດ້ດຳເນີນ ຢູ່ນະຄອນຫລວງ ພະນົມເປັນ ແລະ ຫລາຍທ້ອງຖິ່ນ,ສ່ວນຫລາຍ ແມ່ນພັກປະຊາຊົນ ກຳປູເຈຍ(CPP) ກຳອຳນາດ .ບົດລາຍງານ ການອັບເດັດ ຂອງຄະນະ ກຳມະການ ເລືອກຕັ້ງ ແຫ່ງຊາດ ກຳປູເຈຍ (NEC) ໄດ້ຢັ້ງຢືນວ່າ: ໃນວັນທຳອິດ ຂອງບັ້ນຂົນຂວາຍ ການຫາສຽງ ເລືອກຕັ້ງ, ມີພຽງແຕ່ ພັກ CPP ໄດ້ຈັດຕັ້ງ ການເຄື່ອນໄຫວ ເດີນຂະບວນ ທີ່ມີການເຂົ້າຮ່ວມ ຂອງປະຊາຊົນ ເປັນຈຳນວນຫລາຍ ຢູ່ 7 ຫົວໜ່ວຍ ອຳນາດ ການປົກຄອງ ຂັ້ນແຂວງ ຢູ່ 5/8 ເຂດເລືອກຕັ້ງ.ໃນຂະນະນັ້ນ, ພັກເຈດຈຳນົງ ຂະແມ ໄດ້ຈັດການເຄື່ອນໄຫວ ເຕົ້າໂຮມ ກຳລັງ, ໃຊ້ໂທລະໂຄ່ງ ໂຄສະນາ ຢູ່ສຳນັກງານພັກ,ສະຖານທີ່ຕ່າງໆ ແລະ ຄອບຄົວ ຂອງສະມາຊິກພັກ.ສອງພັກກ່ອນ ຍັງເຫລືອແມ່ນ ພັກ FUNCINPEC ແລະ ພັກ ກຳລັງຊົນຊາດ ຍັງບໍ່ທັນ ດຳເນີນ ການເຄື່ອນໄຫວ ຂົນຂວາຍ ຫາສຽງ ເລືອກຕັ້ງໃດ./.

ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top