ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ເມືອງຄູນຄໍາ

12/02/2024 11:05
Email Print 389
ຂປລ ຂ​ປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຄຳ​ມ່ວນ ​ໃຫ້​ຮູ້​ວ່າ: ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ​ແລະ ພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ​ແລ​ະເຜີຍແຜ່ເນື້ອໃນ ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຄໍາມ່ວນ

ຂ​ປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຄຳ​ມ່ວນ ​ໃຫ້​ຮູ້​ວ່າ: ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ​ແລະ ພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ​ແລ​ະເຜີຍແຜ່ເນື້ອໃນ ຜົນສຳເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຄໍາມ່ວນ ຊຸດທີ II ຢູ່ເມືອງຄູນຄໍາ ​ເມື່ອ​ບໍ່​ດົນ​ຜ່ານ​ມາ, ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ​ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມຄວາມຄືບໜ້າ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຫີນບູນ ​ເພື່ອຮັບຟັງການລາຍງານ ຄວາມຄືບໜ້າວຽກງານ ໂຄງການເຂື່ອນໄຟຟ້ານໍ້າຫີນບູນ.

ໂອກາດ​ນີ້, ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນ​ໂດຍ​ໄດ້ຊີ້ນໍາໂຄງການດັ່ງກ່າວ ໃຫ້ສືບຕໍ່ດຳເນີນການກໍ່ສ້າງໃຫ້ສຳເລັດ, ເອົາໃຈໃສ່ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ ມີບ່ອນທຳການຜະລິດກະສິກຳ, ຊົນລະປະທານ, ການສ້າງວຽກເຮັດງານທຳ, ການທ່ອງ ທ່ຽວ, ການສ້າງບຸກຄະລາກອນສືບທອດ.

ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະກໍໄດ້ພົບປະກັບປະຊາຊົນ ບ້ານໜອງຮາງ ແລະ ເຂດບ້ານຈັດສັນ ຂອງປະຊາຊົນ ທີ່ບ້ານຄູນມະນີ ເມືອງຄູນຄໍາ ຕື່ມອີກ.

ຂ່າວ: ວິທະຍາ
KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນການເມືອງ

      ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

      10/22/2024 3:43:44 PM

      ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.

ads
ads

Top