ອາຊຽນ ຫາລືວຽກປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ

22/10/2024 15:43
ຂປລ ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ 7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024.



ຂປລ. ກອງປະຊຸມວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ອາຊຽນ ຄັ້ງທີ
7 ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີເຈົ້າໜ້າທີ່ ຕາງໜ້າ 10 ປະເທດອາຊຽນເຂົ້າຮ່ວມ ເຊິ່ງເປັນໜຶ່ງໃນກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈິຕອນ ອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 21-25 ຕຸລາ 2024. ໃນນັ້ນ ສປປ ລາວ ນຳພາໂດຍ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈິຕອນ ໂດຍຜູ້ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການປະຕິບັດ ຫລັກການປົກຂໍ້ມູນ ແລະ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການແລກ ປ່ຽນຄວາມຮູ້ ແລະ ການປະຕິບັດທີ່ດີທີ່ສຸດ ສຳລັບວຽກງານປົກປ້ອງຂໍ້ມູນ ເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ ລະຫວ່າງບັນດາປະເທດສະມາຊິກອາຊຽນ.




ກອງປະຊຸມຄັ້ງນີ້
, ໄດ້ປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ປົກປ້ອງຂໍ້ມູນ ຂອງແຕ່ລະປະເທດ ສະມາຊິກອາຊຽນ ທັງດ້ານນິຕິກຳ, ເຫດການຕ່າງໆ ແລະ ການແກ້ໄຂສິ່ງທ້າທາຍໃນ ວຽກງານປົກປ້ອງຂໍ້ມູນ. ໃນນີ້, ທ່ານ ສຸເນດໂຕ ຊາພັກດີ, ຮອງຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວຽກງານປົກປ້ອງຂໍ້ມູນ ຂອງ ສປປ ລາວ, ຈາກນັ້ນ ປະເທດສິງປະໂປ ໄດ້ລາຍງານເພີ່ມຕື່ມກ່ຽວກັບແຜນຈັດຕັ້ງປະຕິບັດ ຂອບການຮ່ວມມືອາຊຽນ ທາງດ້ານຂໍ້ມູນລັດຖະບານ, ຂອບຮ່ວມມືສໍາລັບ ການໂອນຍ້າຍຂໍ້ມູນສ່ວນບຸກຄົນຂ້າມແດນ. ນອກຈາກນັ້ນ, ຜູ້ແທນຈາກປະເທດກໍາປູເຈຍ ໃນນາມປະທານຂອງກອງປະຊຸມໄດ້ລາຍງານບັນດາຂໍ້ລິເລີ່ມ ພາຍໃຕ້ແຜນງານທີ່ຈະຕ້ອງ ໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ.




ໃນຕອນບ່າຍວັນດຽວກັນ ກໍໄດ້ມີການຈັດສຳມະນາ ພາຍໃນຫົວຂໍ້
ເຕັກໂນໂລຊີໃໝ່ ໃນການປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ’’ ໂດຍມີການນໍາສະເໜີ ຈາກອົງການປົກປ້ອງຂໍ້ມູນເອເລັກໂຕຣນິກ ຂອງປະເທດຍີ່ປຸ່ນ, ພາກສ່ວນທຸລະກິດ ຈາກບັນດາປະເທດອາຊຽນ. ນອກຈາກນັ້ນ, ກໍມີການແລກປ່ຽນຄຳເຫັນ ກ່ຽວກັບ ຄວາມກັງວົນຕໍ່ກັບ ມາດຕະຖານປົກປ້ອງຂໍ້ມູນ ສ່ວນບຸກຄົນ ຂອງພາກທຸລະກິດ, ການແບ່ງປັນຂໍ້ມູນຂອງພາກລັດໃນແບບຂໍ້ມູນເປີດ, ລວມທັງການນຳໃຊ້ຂໍ້ມູນ ເພື່ອຕໍ່ຍອດໃຫ້ແກ່ເຕັກໂນໂລຊີໃໝ່.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ສະແດງຄວາມຫວັງ ໃນອະນາຄົດຂອງການປົກປ້ອງຂໍ້ມູນ ໃນພາກພື້ນອາຊຽນ ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມມຸ້ງໝັ້ນ ລວມຂອງບັນດາປະເທດສະມາຊິກ ເພື່ອເສີມສ້າງກົນໄກ ການປົກປ້ອງຂໍ້ມູນສ່ວນບຸກຄົນ ແລະ ສົ່ງເສີມວັດທະນະທໍາ ຄວາມເປັນສ່ວນຕົວ ທີ່ສອດຄ່ອງກັບຄວາມຕ້ອງການ ຂອງພົນລະເມືອງ ແລະ ທຸລະກິດ.


ຂໍ້ມູນ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

KPL

ຂ່າວອື່ນໆ

    • ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈການເມືອງ

      ສອງອົງການນິຕິບັນຍັດ ລາວ-ໄທ ຈະສືບຕໍ່ປະຕິບັດບົດບັນທຶກຄວາມເຂົ້າໃຈ

      10/22/2024 4:13:45 PM

      ຂປລ. ວັນທີ 21 ຕຸລາ 2024 ຜ່ານມາ, ຢູ່ທີ່ສະພາແຫ່ງຊາດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກັບ ທ່ານ ວັນມູຫະມັດນໍ ມະທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນລາດສະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

    • ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມການເມືອງ

      ຣັດເຊຍ ມອບນ້ຳມັນພືດປຸງແຕ່ງອາຫານ ຊ່ວຍໂຮງຮຽນ ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

      10/22/2024 3:59:45 PM

      ຂປລ. ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານ ອົງການອາຫານໂລກ ປະຈຳ ສປປ ລາວ ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

    • ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

      10/22/2024 3:52:25 PM

      ຂປລ. ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານ ລາວ-ມຽນມາ.

    • ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວການເມືອງ

      ຜູ້ອຳນວຍການ ຫ້ອງການ ເອດີບີ ຍື່ນສານແຕ່ງຕັ້ງ ປະຕິບັດໜ້າທີ່ ຢູ່ ລາວ

      10/22/2024 3:47:40 PM

      ຂປລ. ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຊນນີ ແຄມເບວ (Shanny Chambell) ຜູ້ອໍານວຍການຫ້ອງການທະນາ ຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່

    • ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳຢູ່ ນວການເມືອງ

      ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳຢູ່ ນວ

      10/22/2024 3:37:00 PM

      ຂປລ. ລະຫວ່າງວັນທີ 19-21 ຕຸລາ 2024 ຜ່ານມາ, ບັນດາພັນລະຍາຂອງຫົວໜ້າຄະນະ ຜູ້ແທນລັດຖະສະພາ ຈາກ ບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ

ads
ads

Top