ການປ່ອຍຕົວກ່ອນກຳນົດໂດຍມີເງື່ຶອຍໄຂ

12/02/2024 10:16
Email Print 657
ຂປລ ການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ແມ່ນການປ່ອຍຕົວນັກໂທດ ຊຶ່ງໄດ້ປະຕິບັດໂທດສ່ວນ ໃດສ່ວນໜຶ່ງມາແລ້ວ, ມີຄວາມກ້າວ ໜ້າ, ໄດ້ຝຶກຝົນຫລໍ່ຫລອມຕົນເອງ, ເປັນແບບຢ່າງໃນການປະຕິບັດລະບຽບຂອງຄ້າຍດັດສ້າງ ແລະ ການອອກແຮງງານ, ໄດ້ມີການປ່ຽນ ແປງທາງດ້ານທັດສະນະແນວຄິດ ແລະ ໄດ້ມີຄວາມຮູ້ສຶກກິນແໜງຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຕົນ ໃນໄລຍະຜ່ານມາ.

     *ການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ແມ່ນການປ່ອຍຕົວນັກໂທດ ຊຶ່ງໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງມາແລ້ວ, ມີຄວາມກ້າວໜ້າ, ໄດ້ຝຶກຝົນຫລໍ່ຫລອມຕົນເອງ, ເປັນແບບຢ່າງໃນການປະຕິບັດລະບຽບຂອງຄ້າຍດັດສ້າງ ແລະ ການອອກແຮງງານ, ໄດ້ມີການປ່ຽນແປງທາງດ້ານທັດສະນະແນວຄິດ ແລະ ໄດ້ມີຄວາມຮູ້ສຶກກິນແໜງຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ. ນັກໂທດທີ່ຈະໄດ້ຮັບການພິຈາລະນາປ່ອຍຕົວກ່ອນກຳນົດ ຕ້ອງແມ່ນນັກໂທດທີ່ໄດ້ປະຕິບັດໂທດມາແລ້ວດັ່ງນີ້: ເຄິ່ງໜຶ່ງ ສຳ ລັບຜູ້ກະທຳຜິດ ທີ່ມີອາຍຸຕໍ່າກວ່າສິບແປດປີໃນເວລາກະທຳຜິດ; ສອງສ່ວນສາມ ສຳລັບຜູ້ກະທຳຜິດທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ ໃນເວລາກະທຳຜິດ; ສິບຫ້າປີສຳລັບຜູ້ກະທຳຜິດທີ່ປະຕິບັດໂທດຕັດອິດສະລະພາບຕະຫລອດຊີວິດ. ສຳລັບຜູ້ກະທຳຜິດທີ່ບ່ໍເຂັດຫລາບ ແລະ ຜູ້ຖືກລົງໂທດປະຫານຊີວິດແລ້ວປ່ຽນມາເປັນໂທດຕັດອິດສະລະພາບນັ້ນບໍ່ອະນຸຍາດໃຫ້ປ່ອຍຕົວກ່ອນກຳນົດ.

    ສ່ວນກໍລະນີການລຶບຊ່ືອອກຈາກບັນຊີຜູ້ຖືກລົງໂທດທາງອາຍາ ໃຫ້ປະຕິບັດຕາມມາດຕາ 106 ແລະ 107  ຂອງປະມວນກົດໝາຍສະບັບນີ້. ສຳລັບບຸກຄົນທີ່ໄດ້ຮັບການລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດ ທາງອາຍາໂດຍອັດຕະໂນມັດໂດຍບ່ໍມີຄຳຕັດສິນຂອງສານແມ່ນບຸກ ຄົນທີ່ພົ້ນຈາກການປະຕິບັດຄຳຕັດສີນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 102 ຂອງປະມວນກົດ ໝາຍສະບັບນີ້; ບຸກຄົນທີ່ຖືກຕັດສິນພາກໂທດ ຊຶ່ງບໍ່ໄດ້ກະທຳຜິດເທື່ອໃໝ່ພາຍໃນກຳນົດໜຶ່ງປີພາຍຫລັງສິ້ນສຸດກຳນົດເວລາພາກໂທດ; ບຸກ ຄົນທີ່ໄດ້ປະຕິບັດໂທດຕັດອິດສະລະພາບຂອງຕົນສຳເລັດແລ້ວ ຫລື ຫລັງຈາກໝົດອາຍຸຄວາມໃນການປະຕິບັດຄຳຕັດສີນ ຊຶ່ງບໍ່ໄດ້ກະທຳຜິດເທື່ອໃໝ່ພາຍໃນກຳນົດເວລາດ່ັງນ້ີ: ໜ່ຶງປີສຳລັບການກະທຳຜິດໃນສະຖານລະຫຸໂທດ; ຫ້າປີສຳລັບການກະທຳຜິດໃນສະຖານໂທສານຸໂທດ; ເຈັດປີສຳລັບການກະທຳຜິດ ໃນສະຖານຄະຣຸໂທດ. ຖ້າວ່າຜູ້ທີ່ຍັງບໍ່ທັນໄດ້ຖືກລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຫາກໄດ້ກະທຳຜິດເທື່ອໃໝ່, ກຳນົດເວລາໃນການລຶບຊື່ອອກຈາກບັນຊີເກົ່ານັ້ນໃຫ້ນັບແຕ່ວັນປະຕິບັດຄຳຕັດສີນໃໝ່ສຳເລັດ ຫລື ຫລັງ ຈາກໝົດອາຍຸຄວາມໃນການປະຕິບັດຄຳຕັດສີນເປັນຕົ້ນໄປ.

     ພ້ອມນີ້ໃນ ມາດຕາ 107 ຍັງກຳ ນົດການລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຕາມຄຳຕັດສິນຂອງສານ. ສານຈະຕັດສິນລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາສຳລັບຜູ້ກະທຳຜິດທີ່ຖືກຕັດສິນກ່ຽວກັບການກະທຳຜິດທີ່ໄດ້ກຳນົດໂທດໄວ້ໃນໝວດທີ 1 ພາກທີ II ຂອງປະມວນກົດໝາຍສະບັບນີ້ ໂດຍອີງໃສ່ລັກສະນະຂອງການກະທຳຜິດ, ບຸກຄະລິກກະພາບຂອງຜູ້ກະທຳຜິດ, ການປະຕິບັດໂທດ ແລະ ການອອກແຮງງານຂອງຜູ້ກະທຳຜິດ ຊຶ່ງສານຈະຕັດສິນລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາ ຕາມວັກທີໜຶ່ງເທິງນີ້ໃນກໍລະນີດັ່ງນີ້: ຜູ້ຖືກສານຕັດສີນລົງໂທດຕັດອິດສາລະພາບຕ່ຳກວ່າຫ້າປີ ຊຶ່ງບໍ່ໄດ້ກະທຳຜິດໃໝ່ພາຍໃນສາມປີຫລັງຈາກການປະຕິບັດໂທດຂອງຕົນສຳເລັດ ຫລື  ໝົດອາຍຸຄວາມໃນການປະຕິບັດຄຳຕັດສີນຂອງສານເປັນຕົ້ນໄປ; ຜູ້ຖືກສານຕັດສິນລົງໂທດຕັດອິດສາລະພາບ ແຕ່ຫ້າປີຫາສິບຫ້າປີ ຊ່ຶງບ່ໍໄດ້ກະທຳຜິດໃໝ່ພາຍໃນຫ້າປີ ຫລັງຈາກການປະຕິບັດໂທດຂອງຕົນສຳເລັດ ຫລື ພາຍຫລັງໝົດອາຍຸຄວາມໃນການປະຕິບັດຄຳຕັດສີນຂອງສານເປັນຕົ້ນໄປ; ຜູ້ຖືກສານຕັດສີນລົງໂທດຕັດອິດ ສາລະພາບແຕ່ສິບຫ້າປີຂຶ້ນໄປ, ຕະຫລອດຊີວິດ ຫລື ປະຫານຊີວິດທີ່ໄດ້ຮັບການອະໄພຍະໂທດຫລຸດຜ່ອນ ໂທດ ຊຶ່ງບໍ່ໄດ້ກະທຳຜິດໃໝ່ພາຍໃນເຈັດປີ ຫລັງຈາກການປະຕິບັດໂທດຂອງຕົນສຳເລັດ ຫລື ພາຍຫລັງໝົດອາຍຸຄວາມໃນການປະຕິບັດຄຳຕັດສິນຂອງສານເປັນຕົ້ນໄປ. ຄຳຮ້ອງຂໍໃຫ້ລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຕ້ອງຂຽນດ້ວຍຕົນເອງ ຫລື ຜູ້ປົກຄອງແລ້ວຍື່ນຕໍ່ສານທີ່ກ່ຽວຂ້ອງ. ໃນກໍລະນີທີ່ສານ ຫາກປະຕິເສດຄຳຮ້ອງດັ່ງກ່າວຄັ້ງທຳອິດກໍສາມາດຍື່ນຄຳຮ້ອງໃໝ່ພາຍຫລັງໜຶ່ງປີນັບແຕ່ວັນສານປະຕິເສດຄຳຮ້ອງ, ຖ້າວ່າຄຳຮ້ອງໃໝ່ຫາກຖືກປະຕິເສດອີກເປັນຄັ້ງທີສອງສາມາດຍື່ນຄຳຮ້ອງໃໝ່ອີກ ພາຍຫລັງສອງປີນັບແຕ່ວັນສານປະຕິເສດຄຳຮ້ອງຄັ້ງທີສອງ.


KPL

ຂ່າວອື່ນໆ

    • ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນບົດ-ສາລະຄະດີ

      ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ

      1/5/2026 10:34:19 AM

      ຂປລ. ພະທອງສາມສີ ພະມິ່ງຂວັນຄູ່ ຊາວເມືອງທຸລະຄົມ ແຂວງວຽງຈັນ ປະດິດສະຖານ ທີ່ວັດບ້ານລິ່ງຊັນ (ໃຕ້) ກົ່ງກັນຂ້າມ ກັບວັດນາຄອງ ທີ່ພະທາດມາຫລ້າ ປະດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາຫລາຍຮ້ອຍປີ ມີປະຫວັດຄວາມເປັນມາຍາວນານ ແລະ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ສຽງຂອງເມືອງທຸລະຄົມອີກດ້ວຍ.

    • ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາບົດ-ສາລະຄະດີ

      ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ

      1/5/2026 10:23:53 AM

      ຂປລ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງ ເມືອງມູນລະປາໂມກ ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນເມືອງຖືເປັນບຸລິມະສິດອັນດັບຕົ້ນຕໍ ໂດຍສະເພາະ ບ້ານຫ້ວຍຊາຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ

    • ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າບົດ-ສາລະຄະດີ

      ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າ

      1/5/2026 10:18:06 AM

      ຂປລ. ແຂວງສາລະວັນເປັນໜຶ່ງໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຢຶດຖືອາຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາການພັດ ທະນາກະສິກໍາ ໄດ້ມີການນໍາໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍລວມ.

    • ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດບົດ-ສາລະຄະດີ

      ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

      1/5/2026 10:11:00 AM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ເຊິ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ.

    • ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດບົດ-ສາລະຄະດີ

      ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດ

      12/30/2025 1:31:45 PM

      ກົມພົວພັນລັດຖະສະພາສອງຝ່າຍຮ່ວມກັບກົມພົວພັນລັດຖະສະພາຫລາຍຝ່າຍທີ່ເປັນເສນາທິການໃຫ້ແກ່ກຳມາທິການການຕ່າງປະເທດ ຈັດກອງປະຊຸມປຶກສາຫາລືການປະມວນບັນດາເອກກະສານທາງການໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX (2021- 2025) ໃນວັນທີ 26-27 ທັນວາ 2025 ຢູ່ເມືອງແກ້ວອຸດົມ ແຂວງ ວຽງຈັນ.

ads
ads

Top