ເອຢິບ ເປີດນຳໃຊ້ຫໍພິພິທະພັນ ຢ່າງຍິ່ງໃຫຍ່

03/11/2025 17:27
Email Print 116
ຂປລ ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ ທ່ານ ​ອັບ​ດຸນ ຟາ​ຕາ ອັນ ຊິ​ສ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ ​ເນື່ອງ​ໃນ​ໂອ​ກາດ ​ເປີດ​ນຳ​ໃຊ້ ​ຫໍ​ພິ​ພິ​ທະ​ພັນ​ເອ​ຢິບ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 1 ພະ​ຈິກ​ນີ້, ທ່ານ ​ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ ທ່ານ ​ອັບ​ດຸນ ຟາ​ຕາ ອັນ ຊິ​ສ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ ​ເນື່ອງ​ໃນ​ໂອ​ກາດ ​ເປີດ​ນຳ​ໃຊ້ ​ຫໍ​ພິ​ພິ​ທະ​ພັນ​ເອ​ຢິບ. ເນື້ອ​ໃນ​ສານ​ຊົມ​ເຊີຍ​ຂອງ ​ທ່ານ ​ສີ ​ຈິ້ນ​ຜິງ​ ລະ​ບຸ​ວ່າ ສປ ຈີນ ແລະ ເອ​ຢິບ ​ມີ​ການ​ພົວ​ພັນ​ ມິດ​ຕະ​ພາບ​ ຮ່ວມ​ກັນ​ມາ ​ແຕ່​ດົນ​ນານ​ແລ້ວ. ຊຸມ​ປີ​ມໍ່ໆ​ມາ​ນີ້, ສາຍ​ພົວ​ພັນ​ ຄູ່​​ຮ່ວມຍຸດ​ທະ​ສາດ​ຮອບ​ດ້ານ​ ລະ​ຫວ່າງ ສປ ​ຈີນ-ເອ​ຢິບ ​ໄດ້​ຮັບ​ການ​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ການ​ແລກ​ປ່ຽນ ​ດ້ານ​ວັດ​ທະ​ນະ​ທຳ​ ລະ​ຫວ່າງ ​ສອງ​ປະ​ເທດ​ ມີ​ຈຸ​ດ​ເດັ່ນ​ ທີ່ຫລາກ​ຫລາຍ. ການ​ຈັດ ງານ​ວາງ​ສະ​ແດງ​ອະ​ລິ​ຍະ​ທຳ ​ເອ​ຢິບ​ບູ​ຮານຢູ່​ຫໍ​ພິ​ພິ​ທະ​ພັນ​ຊຽງ​ໄຮ້ ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ໜ່ວຍ​ງານສຳຫລວດ ​ບູ​ຮານ​ຄະ​ດີ​ຮ່ວມ​​ຂອງ​ ສປ ຈີນ ແລະ ເອ​ຢິບ ​ພວມ​ຮ່ວມ​ກັນ​ຄົ້ນ​ຫາ​ ອະ​ລິ​ຍະ​ທຳ​ເອ​ຢິບ​ບູ​ຮານ ​ທີ່​ໜ້າ​ອັດ​ສະ​ຈັນ​ ຢູ່​ທາດ​ປີ​ຣາ​ມິດ​ຊາກ​ຄາ​ຣາ. ໂດຍທັງສອງອະ​ລິ​ຍະ​ທຳ​ບູ​ຮານ​​ ກ້າວ​ໄປ​ສູ່​ ເປົ້າ​ໝາຍ​ດຽວ​ກັນ, ປະ​ຊາ​ຊົນ​ສອງ​ຊາດ ​ມີ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ສະ​ໜິດ​ສະ​ໜົມ​ກັນ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ປັດ​ຈຸ​ບັນ​, ສະ​ພາບ​ການ​ປ່ຽນ​ແປງ ​ທີ່​ບໍ່​ເຄີຍ​ມີ​ມາ​​ກ່ອນ ໃນ​ຮອບ​ຮ້ອຍ​ປີ​ຂອງ​ໂລກ​ ພວມ​ຜັນ​ແປ​ໄວ​ຂຶ້ນ, ສປ ຈີນ ແລະ ເອ​ຢິບ ​ທີ່​ເປັນ 2 ອະ​ລິ​ຍະ​ທຳ​ບູ​ຮານ​ ຄວນ​ສືບ​ຕໍ່​ລົງ​ເລິກ ​ການ​ແລກ​ປ່ຽນ​ດ້ານ​ອະ​ລິ​ຍະ​ທຳ, ເພີ່ມ​ແຮງ​ຂັບ​ເຄື່ອນ​ໃໝ່ ​ເຂົ້າ​ໃນ​ການ​ພັດ​ທະ​ນາ ​ຂອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ ​ຍຸດ​ທະ​ສາດ​ ຮອບ​ດ້ານ​ ລະ​ຫວ່າງ ສປ ​ຈີນ-ເອ​ຢິບ​ ຢ່າງ​ບໍ່​ຢຸດ​ຢັ້ງ, ເຕົ້າ​ໂຮມ​ກຳ​ລັງ​ແຮງ ​ຂອງ​ອະ​ລິ​ຍະ​ທຳ ເພື່ອ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ​ ຂອງມວນ​ມະ​ນຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top