ຂປລ
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ເມື່ອບໍ່ດົນມານີ້ ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ເວທີປາໄສ “ຊຸກຍູ້ ນະວັດຕະກຳ, ພັດທະນາບັນດາຂະແໜງການເຕັກໂນໂລຊີ ຍຸດທະສາດຢູ່ ສສ ຫວຽດນາມ: ປະສົບການ ຈາກ ປະເທດອັງກິດ”

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດ ເມື່ອບໍ່ດົນມານີ້ ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ເວທີປາໄສ “ຊຸກຍູ້ ນະວັດຕະກຳ, ພັດທະນາບັນດາຂະແໜງການເຕັກໂນໂລຢີ ຍຸດທະສາດຢູ່ ສສ ຫວຽດນາມ: ປະສົບການ ຈາກ ປະເທດອັງກິດ”, ດ້ວຍການເຂົ້າຮ່ວມ ຂອງນັກຊ່ຽວຊານ, ນັກວິທະຍາສາດ, ນັກທຸລະກິດ ແລະ ວິສະວວະກອນ ຫວຽດນາມ ທີ່ພວມຮຽນຢູ່ ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ກຸ່ມບໍລິສັດເຕັກໂນໂລຊີ ແຖວໜ້າຂອງ ອັງກິດ ແລະ ອຽກລັງເໜືອ ປະມານ 100 ຄົນ. ໃນເວທີປາໄສ, ທ່ານ ຫງວຽນຈີຢຸງ ສະເໜີ ໃຫ້ສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ສືບຕໍ່ເຊື່ອມຕໍ່ກັບ ເຄືອຂ່າຍນະວັດຕະກຳ ແລະ ນັກຊ່ຽວຊານ ຫວຽດນາມ ໃນທົ່ວໂລກ ຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາບັນດາຂະແໜງອຸດສາຫະກຳຍຸດທະສາດ ເຊິ່ງ ອັງກິດ ອາດຈະມີທ່າແຮງ, ເຊັ່ນ: AI, ທາດເຄິ່ງຊັກນຳໄຟຟ້າ, ກວນເຕີມ, ພະລັງງານທົດແທນ, ຮຸ່ນຍົນ. ພ້ອມທັງ ຮຽກຮ້ອງ ໃຫ້ບັນດານັກຊ່ຽວຊານ, ປັນຍາຊົນ ຫວຽດ ນາມ ຢູ່ ອັງກິດ, ຍູ້ແຮງການແລກປ່ຽນທິດສະດີ, ໃຫ້ຄຳປຶກສາ ກ່ຽວກັບ ນະໂຍບາຍ, ໜູນຊ່ວຍ ຫວຽດນາມ ສ້າງລະບົບນິເວດ ນະວັດຕະກຳ ແບບຍືນຍົງ. ຂະນະທີ່ ລັດຖະບານ ຫວຽດນາມ ກຽມພ້ອມ ສ້າງສະພາບແວດລ້ອມ ສະດວກທີ່ສຸດ ເພື່ອໃຫ້ບັນດານັກຊ່ຽວຊານ, ປັນຍາຊົນເສີມຂະຫຍາຍກຳລັງ ຄວາມສາມາດ ໄດ້ຢ່າງສຸດຂີດ, ປະກອບ ສ່ວນ ເຂົ້າໃນການພັດທະນາຂອງປະເທດຊາດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL