ທ່ານ ສີ ຈິ້ນຜິງ ພົບປະກັບ ປະທານາທິບໍດີ ສ.ເກົາຫລີ

03/11/2025 17:27
Email Print 103
ຂປລ ສປ ຈີນ ແລະ ສ.ເກົາຫລີ ເປັນປະເທດ ບ້ານໃກ້ ເຮືອນຄຽງ ທີ່ສຳຄັນ ເຊິ່ງຢູ່ຕິດກັນ ແລະ ບໍ່ອາດຍ້າຍໄປໃສໄດ້ ທັງ ເປັນຄູ່ຮ່ວມມືທີ່ແຍກຈາກກັນບໍ່ໄດ້. ຄວາມເປັນຈິງ ໄດ້ພິສູດ ແລ້ວ່າ ການຊຸກຍູ້ໃຫ້ສາຍພົວພັນ ລະຫວ່າງ ສປ ຈີນ ແລະ ສ.ເກົາຫລີພັດທະນາ ຢ່າງປອດໃສ ແລະ ໝັ້ນທ່ຽງ ແມ່ນທາງເລືອກ ທີ່ຖືກຕ້ອງ ໂດຍສອດຄ່ອງກັບ ຜົນປະ ໂຫຍດ ພື້ນຖານຂອງ ປະຊາຊົນ ສອງຊາດ ແລະ ຖືກກັບກະແສຍຸກສະໄໝ ຢ່າງສະເໝີຕົ້ນ ສະເໝີປາຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 1 ພະຈິກນີ້, ທ່ານ ລີເຈມຽງ ປະທານາທິບໍດີ ສ.ເກົາຫລີ ໄດ້ພົບປະກັບທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຢູ່ຫໍພິພິດທະພັນເມືອງຈອງຈູ. ທ່ານ ສີ ຈິ້ງຜິງ ຊີ້ໃຫ້ເຫັນວ່າ: ສປ ຈີນ ແລະ ສ.ເກົາຫລີ ເປັນປະເທດ ບ້ານໃກ້ ເຮືອນຄຽງ ທີ່ສຳຄັນ ເຊິ່ງຢູ່ຕິດກັນ ແລະ ບໍ່ອາດຍ້າຍໄປໃສໄດ້ ທັງເປັນຄູ່ຮ່ວມມືທີ່ແຍກຈາກກັນບໍ່ໄດ້. ຄວາມເປັນຈິງ ໄດ້ພິສູດ ແລ້ວ່າ ການຊຸກຍູ້ໃຫ້ສາຍພົວພັນ ລະຫວ່າງ ສປ ຈີນ ແລະ ສ.ເກົາຫລີພັດທະນາ ຢ່າງປອດໃສ ແລະ ໝັ້ນທ່ຽງ ແມ່ນທາງເລືອກ ທີ່ຖືກຕ້ອງ ໂດຍສອດຄ່ອງກັບ ຜົນປະໂຫຍດ ພື້ນຖານຂອງ ປະຊາຊົນ ສອງຊາດ ແລະ ຖືກກັບກະແສຍຸກສະໄໝ ຢ່າງສະເໝີຕົ້ນ ສະເໝີປາຍ. ສປ ຈີນ ໃຫ້ຄວາມສຳຄັນ ຕໍ່ສາຍພົວພັນ ລະຫວ່າງ ສອງຝ່າຍ, ຍິນດີຮ່ວມກັບ ສ.ເກົາຫລີ ຊຸກຍູ້ໃຫ້ການພົວພັນ ຄູ່ຮ່ວມມື ຍຸດທະສາດ ລະຫວ່າງ ສອງຝ່າຍກ້າວເດີນໄປໜ້າ ຢ່າງໝັ້ນທ່ຽງ ແລະ ຍາວໄກ, ສະໜອງພະລັງ ທີ່ສ້າງສັນໃຫ້ແກ່ ສັນຕິພາບ ແລະ ການພັດທະນາຂອງພາກພື້ນ ໃຫ້ໄດ້ຫລາຍກວ່າເກົ່າ. ທ່ານ ສີ ຈິ້ນຜິງ ກ່າວເນັ້ນໜັກວ່າ: ກອງປະຊຸມຄົບຄະນະ ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ຄັ້ງທີ 4 ສະໄໝທີ 20 ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍສະເໜີ ກ່ຽວກັບ ການວາງ “ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 15”. ເສດຖະກິດຈີນ ມີພື້ນຖານ ອັນໜັກແໜ້ນ, ມີທ່າແຮງໃນຫລາຍດ້ານ, ມີຄວາມທົນທານ ຢ່າງແຂງແຮງ ແລະ ມີກຳລັງບົ່ມຊ້ອນ ອັນມະຫາສານ, ເງື່ອນໄຂ ຄ້ຳຊູ ແລະ ທ່າອ່ຽງພື້ນຖານແຫ່ງ ການພັດທະນາ ໄປໃນທິດທາງທີ່ດີ ໃນໄລຍະຍາວ ບໍ່ໄດ້ມີການປ່ຽນແປງ ແຕ່ຢ່າງໃດ. ສປ ຈີນ ຈະເດັດດ່ຽວເປີດກວ້າງ ການເປີດປະຕູ ຕໍ່ພາຍນອກ ໃນລະດັບສູງ ໃຫ້ກວ້າງອອກຕື່ມອີກ ເພື່ອຊົມໃຊ້ ໂອກາດການພັດທະນາ ກັບປະເທດຕ່າງໆ ໃນໂລກ.ຈາກນັ້ນ ທ່ານ ລີເຈມຽງ ກ່າວວ່າ: ສ.ເກົາຫລີ ແລະ ສປ ຈີນ ເປັນປະເທດໃກ້ຄຽງ ທັງເປັນຄູ່ຮ່ວມ ທີ່ແຍກ ຈາກກັນບໍ່ໄດ້. ສ.ເກົາຫລີ ໃຫ້ຄວາມສຳຄັນຕໍ່ ການພົວພັນກັບ ສປ ຈີນ ຢ່າງສູງ, ຍິນດີພະຍາຍາມຮ່ວມກັບ ສປ ຈີນ ເພື່ອຊຸກຍູ້ ໃຫ້ການພົວພັນ ການຮ່ວມມື ບົນຈິດໃຈ ມິດຕະພາບ ລະຫວ່າງສອງ ຝ່າຍ ໄດ້ຮັບການພັດທະນາ ຢ່າງກວ້າງຂວາງ ກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top