ຂປລ
ຂປລ. ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ, ເມືອງວັງວຽງ ແຂວງວຽງຈັນ ແມ່ນອີກຈຸດໝາຍປາຍທາງດ້ານການທ່ອງທ່ຽວຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ລັ່ງໄຫລເຂົ້າມາຊົມທິວທັດທຳມະຊາດ ທີ່ສວຍງາມຂອງເມືອງນີ້.

ຂປລ. ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ, ເມືອງວັງວຽງ ແຂວງວຽງຈັນ ແມ່ນອີກຈຸດໝາຍປາຍທາງດ້ານການທ່ອງທ່ຽວຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ລັ່ງໄຫລເຂົ້າມາຊົມທິວທັດທຳມະຊາດ ທີ່ສວຍງາມຂອງເມືອງນີ້. ແຕ່ເຖິງແນວໃດກໍດີ, ເມືອງວັງວຽງ ຈະມີຄວາມໂດດເດັ່ນດ້ານການທ່ອງທ່ຽວແຕ່ກໍຍັງຫລາຍບັນຫາ ທີ່ຍັງເປັນຂໍຄົງຂ້າງ ໂດຍສະເພາະການເກັບມ້ຽນຂີ້ເຫຍື້ອໃນຕົວເມືອງຍັງເປັນບັນຫາທີ່ຕ້ອງໄດ້ເອົາໃຈໃສ່ເພີ່ມຕື່ມ.
ຕາມການໃຫ້ຮູ້ຂອງ ທ່ານ ພຸດທະສອນ ຄໍາລື ຮອງຫ້ອງການອົງການພັດທະນາ ແລະ ບໍລິຫານຕົວເມືອງວ່າ:
ໜ່ວຍງານ ອພບ ໜ້າວຽກຫລັກແມ່ນການເກັບມ້ຽນຂີ້ເຫຍື້ອໃນພາກສະໜາມ ພາຍຫລັງທີ່ລົດນໍາເອົາຂີ້ເຫຍື້ອມາແລ້ວ ກໍຕ້ອງເບິ່ງວ່າຂີ້ເຫຍື້ອນີ້ ແມ່ນຂີ້ເຫຍື້ອປະເພດ ໃດຖ້າເປັນຂີ້ເຫຍື້ອຕິດເຊື້ອກໍຕ້ອງແຍກອອກໄປຈູດໃນເຕົາເຜົາທີ່ໄດ້ມາດຕະຖານ, ສ່ວນຂີ້ເຫຍື້ອທີ່ສາມາດແຍກໄດ້ກໍເອົາໄປແຍກ ໂຕໃດທີ່ບໍ່ສາມາດນໍາໃຊ້ໄດ້ກໍເອົາໄປຖິ້ມຕາມມາດຕະ ຖານຂອງທາງ ອພບ ປະຕິບັດຄື ຂີ້ເຫຍື້ອທີ່ໃຊ້ບໍ່ໄດ້ເຮົາກໍຈະຖິ້ມໃສ່ຂຸ້ມຂີ້ເຫຍື້ອເມື່ອດັບ ກໍຈະເອົາດິນຖົມ ແລະ ປູກຕົ້ນ ໄມ້ໃສ່ ເພື່ອຄວາມສວຍງາມ. ສໍາລັບການເຂົ້າເຖິງບໍລິການເກັບມ້ຽນຂີ້ເຫຍື້ອໃນປັດຈຸບັນ ເລີ່ມຕົ້ນທີ່ບໍລິສັດສໍາປະທານເລື່ອງການມ້ຽນຂີ້ເຫຍື້ອ ໃນໄລຍະທຳອິດແມ່ນ 27 ບ້ານແຕ່ໄລຍະນີ້ ແມ່ນຫລຸດລົງເຫລືອ 15 ບ້ານ ຍ້ອນວ່າ ບໍລິສັດຜູ້ຮັບເໝົາບໍ່ໄປເອົາບ່ອນທີ່ຫ່າງໄກ ແຕ່ຈະເນັ້ນຕົວເມືອງທີ່ມີລາຍຮັບສູງ. ສ່ວນເຂດທີ່ຢູ່ໄກອາດຈະບໍ່ກຸ້ມຄ່າ.

ສໍາລັບການເກັບລາຍຮັບ ແມ່ນຄອບລະ 45.000 ກີບຕໍ່ເດືອນ, ສ່ວນຫົວໜ່ວຍທຸລະກິດແມ່ນໄລ່ຕາມປະລິມານນ້ອຍ ຫລື ຫລາຍ. ຕໍ່ກັບບັນຫາຂີ້ເຫຍື້ອ ກໍຍັງມີການສ່ອງແສງມາເລື້ອຍໆທາງດ້ານການບໍລິການທີ່ບໍ່ທົ່ວເຖິງ ປະຊາຊົນກໍໄດ້ຕຳນິຕິຊົມ ສ່ອງແສງມາ ເລື່ອງການເກັບຂີ້ເຫຍື້ອທີ່ຊ້າ, ບາງເດືອນ 2 ເທື່ອ, ແຕ່ປັດຈຸບັນການເກັບຂີ້ເຫຍື້ອແມ່ນທິດໜຶ່ງ 2 ເທື່ອ, ພາກເອກະຊົນຮຽກຮ້ອງໃຫ້ເກັບ 3 ເທື່ອຕໍ່ອາທິດ ແຕ່ຜູ້ສຳປະທານບໍລິການບໍ່ສາມາດບໍລິ ການໃຫ້ປະຊາຊົນໄດ້, ຍ້ອນພາຫະນະບໍ່ພຽງພໍ ແລະ ບຸກຄະລາກອນບໍ່ພຽງພໍ. ທ່ານ ພຸດທະສອນ ຄໍາລື ກ່າວ.
ຕໍ່ກັບບັນຫານີ້ ທາງອົງປົກຄອງເມືອງກໍກຳລັງຫາວິທີແກ້ໄຂ ເປັນຕົ້ນການເພີ່ມລົດມ້ຽນຂີ້ເຫຍື້ອຕື່ມ ເພື່ອໃຫ້ ການບໍລິການວ່ອງໄວ, ກວ້າງຂວາງຂຶ້ມຕື່ມ.
KPL