ປະເພນີ ບຸນຜີໂຂນ ເມືອງປາກລາຍ ປີນີ້ຈະຈັດຂຶ້ນຕິດພັນກັບປີທ່ອງທ່ຽວລາວ

07/02/2024 06:06
Email Print 1321
ຂປລ ເມືອງປາກລາຍ ແຂວງໄຊຍະບູລີ ແມ່ນເມືອງໜຶ່ງທີ່ຄືກັບຫລາຍໆເມືອງໃນທົ່ວປະເທດ ທີ່ນິຍົມເຮັດບຸນພະເຫວດໃນແຕ່ລະປີ, ບຸນດັ່ງກ່າວແມ່ນນິຍົມຈັດຂຶ້ນໃນ ລະຫວ່າງ ເດືອນ 3 ຫາເດືອນ 4.

     *ເມືອງປາກລາຍ ແຂວງໄຊຍະບູລີ ແມ່ນເມືອງໜຶ່ງທີ່ຄືກັບຫລາຍໆເມືອງໃນທົ່ວປະເທດ ທີ່ນິຍົມເຮັດບຸນພະເຫວດໃນແຕ່ລະປີ, ບຸນດັ່ງກ່າວແມ່ນນິຍົມຈັດຂຶ້ນໃນ ລະຫວ່າງ ເດືອນ 3 ຫາເດືອນ 4. ສໍາລັບຢູ່ເມືອງປາກລາຍກໍມີການແຫ່ພະເຫວດເຊັ່ນກັນ, ແຕ່ມີອັນແປກແຕກຕ່າງກັບບ່ອນອື່ນໆກໍ່ຄື ມີຜີຕາໂຂນທີ່ປະກອບຂຶ້ນມານັ້ນເອງ. ສະນັ້ນ, ເພື່ອເປັນການດຶງດູດ ນັກທ່ອງທ່ຽວໃນໂອ ກາດປີທ່ອງທ່ຽວລາວ ອົງການປົກຄອງເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ຕົກລົງເປັນເອກະພາບກໍານົດເອົາບຸນປະເພນີຜີໂຂນ ເປັນໂອກາດເປີດປີທ່ອງທ່ຽວລາວ 2024 ຊຶ່ງຄາດວ່າຈະສາມາດດຶງ ດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວໃນໄລຍະດັ່ງກ່າວໄດ້ເປັນຈໍານວນຫລາຍ.

    ບຸນຜີໂຂນປີນີ້ຈະຈັດຂຶ້ນຢູ່ ບ້ານສີສະອາດຊົມພູ ຊຶ່ງຈະມີຫລາຍກິດຈະກຳຕິດພັນການທ່ອງທ່ຽວ, ສ່ອງແສງໃຫ້ເຫັນຄຸນຄ່າສໍາຄັນດ້ານປະເພນີວັດທະນາທໍາອັນຈົບງາມ  ແລະ ຮັບປະກັນໄດ້ ຄວາມປອດໄພ, ສ້າງຄວາມປະທັບໃຈອັນດີໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ມາຮ່ວມບຸນດັ່ງກ່າວເປັນຢ່າງດີ ອັນຈະຊ່ວຍດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາ ທ່ອງທ່ຽວຢູ່ປະເທດ ລາວເວົ້າລວມ ເວົ້າສະເພາະແມ່ນແຂວງໄຊຍະບູລີ ໃຫ້ນັບມື້ເພີ່ມຂຶ້ນ.  ສ່ວນຄວາມເປັນມາຂອງຜີຕາໂຂນ ທີ່ກ່ຽວພັນກັບບຸນພະເຫວດ ນັ້ນ ກໍມີເລື່ອງເລົ່າທີ່ຂ້ອນຂ້າງເປັນປະຫວັດຍາວສົມຄວນ, ແຕ່ມີບາງຕອນຂອງເລື່ອງເລົ່າໄດ້ບອກວ່າ: ເວລາພະເຫວດສັນດອນກັບເຂົ້າສເມືອງນ້ັນ ໄດ້ມີພູດຜີປີສາດ (ທະຫານຮັກສາພະອົງ) ຕາມມາສົ່ງເຖິງບ່ອນເຖິງທີ່ຈຶ່ງໄດ້ຄຳວ່າ: ຜີຕາມຄົນໝາຍວ່າ: ຜີ ໄດ້ແຫ່ມາສົ່ງ ພະເຫວດເຖິງເມືອງ ແລະ ຫລາຍປີຕໍ່ມາຄຳວ່າ: ຜີຕາມຄົນກໍກາຍມາ ເປັນຜີໂຂນ ຫລື ຜີໂຂນໃນປັດຈຸບັນ. ສ່ວນຮູບຮ່າງຂອງຜີໂຂນ ທີ່ພວກເຮົາເຫັນຢູ່ໃນພິທີແຫ່ພະ ເຫວດໃນ ແຕ່ລະປີນັ້ນ ກໍແມ່ນຈິນຕະນາການຂອງບັນດາອາຈານ ໃນສະໄໝອາດີດຂອງເມືອງປາກລາຍ ຄິດຄົ້ນຂຶ້ນມາໃຫ້ມີລັກສະນະຮູບຮ່າງແປກຈາກຄົນເຮົາ ມີຫົວໃຫຍ່, ສານດ້ວຍໄມ້ເຮ້ຍ, ມີດັງໂມ, ລີ້ນຍາວ, ຫູຍາວ, ນຸ່ງເຄື່ອງຄ້າຍຄືຄົນເຮົາ ມີສຽງຮ້ອງອອກມາແບບເອກະລັກສະເພາະຂອງເມືອງ, ຢູ່ໃບຫູມັກຈະຂຽນເປັນພາສາລາວສະ ແດງອອກເຖິງຄວາມຮັກລະຫວ່າງບ່າວສາວ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top