ປີ 2023 ເຂດເສດຖະກິດພິເສດ ສ້າງວຽກເຮັດໃຫ້ປະຊາຊົນ 3.644 ຄົນ

02/01/2024 15:00
Email Print 5187
ຂປລ ຂປລ. ຕາມການລາຍງານ ຂອງທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:ໃນປີ 2023 ຜ່ານມາ, ເຂດເສດຖະກິດພິເສດ ສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ໄດ້ທັງໝົດ 3.644 ຄົນ. ໃນນັ້ນ, ປະຊາຊົນລາວ 3.572 ຄົນ ແລະ ຕ່າງປະເທດ 72 ຄົນ.

ຂປລ. ຕາມການລາຍງານ ຂອງທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:ໃນປີ 2023 ຜ່ານມາ, ເຂດເສດຖະກິດພິເສດ ສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ໄດ້ທັງໝົດ 3.644 ຄົນ. ໃນນັ້ນ, ປະຊາຊົນລາວ 3.572 ຄົນ ແລະ ຕ່າງປະເທດ 72 ຄົນ. ໃນຂະນະທີ່ ທົ່ວປະເທດມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດ (ຂສພ) ທັງໝົດ 178 ບໍລິສັດ, ກວມເອົາຂະແໜງ ອຸດສາຫະກໍາ 18 ບໍລິສັດ, ການຄ້າ 30 ບໍລິສັດ, ບໍລິການ 127 ບໍລິສັດ ແລະ ກະສິກໍາ 3 ບໍລິສັດ ໂດຍມີທຶນທັງໝົດ 520 ລ້ານກວ່າໂດລາ ແລະ ທຶນຈົດທະບຽນ 178 ລ້ານກວ່າໂດລາ. ນອກຈາກບໍລິສັດທີ່ເຂົ້າມາລົງທຶນແລ້ວ ຍັງມີບັນດາຫ້າງຮ້ານ ແລະ ຫົວໜ່ວຍວິສາຫະກິດຈໍານວນໜຶ່ງ ທີ່ເຂົ້າມາລົງທຶນພາຍໃນ ເຂດເສດຖະກິດພິເສດ ທັງໝົດ 2.645 ຫົວໜ່ວຍ. ໃນນັ້ນ, ບໍລິສັດລົງທຶນໄດ້ມອບພັນທະເຂົ້າ ງົບປະມານຂອງລັດໄດ້ທັງໝົດ 174 ຕື້ກວ່າກີບ.

ທ່ານ ສອນປະເສີດ ດາລາວົງ ຍັງໃຫ້ຮູ້ອີກວ່າ: ໃນປີ 2023 ຜ່ານມາ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ຄົ້ນຄວ້າຮ່າງດໍາລັດວ່າດ້ວຍການຈັດຕັ້ງແລະ ການເຄື່ອນ ໄຫວຂອງອົງການຄຸ້ມຄອງ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ປັບປຸງ ຂໍ້ຕົກລົງ 60/ນຍ, ປັດຈຸບັນ ທັງສອງນິຕິກໍາ ແມ່ນໄດ້ຖືກຮັບຮອງ ແລະ ໄດ້ປະກາດໃຊ້ ໃນວັນທີ 5 ທັນວາ 2023; ໄດ້ສ້າງຮ່າງກົດໝາຍວ່າດ້ວຍ ຂສພ ຊຶ່ງສະພາແຫ່ງຊາດ ໄດ້ມີມະຕິໃຫ້ສືບຕໍ່ປັບປຸງບາງເນື້ອໃນຄືນ ໃໝ່ ແລະ  ສືບຕໍ່ແກ້ໄຂວຽກງານ 6 ກຸ່ມວຽກ ຢູ່ ຂສພ ສາມຫລ່ຽມຄໍາ ແລະ ຂສພ ບໍ່ເຕ່ນແດນງາມ.

ພ້ອມນີ້, ຍັງໄດ້ສືບຕໍ່ເຈລະຈາຂາຍຮຸ້ນ 20% ຂອງລັດຖະບານ ໃນເນື້ອທີ່ 827 ເຮັກຕາ ຂອງເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄລຍະຜ່ານມາ ຄະນະວິຊາການລົງເກັບກໍາຂໍ້ມູນ ຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ການເງິນ ສະບັບເລກທີ 3092/ກງ ລົງວັນທີ 4 ຕຸລາ 2023 ກໍໄດ້ລາຍງານຜົນຂອງການ ລົງເຄື່ອນໄຫວວຽກງານຕົວຈິງ ໃນຄັ້ງວັນທີ 24 ພະຈິກ 2023 ທີ່ຜ່ານມາ, ໄດ້ຊຸກຍູ້ ແລະ ຕິດຕາມການຄົ້ນຄວ້າ ຫົວໜ່ວຍລາຄາຊົດເຊີຍ, ວຽກງານການຊົດເຊີຍ ແລະ ວຽກງານການຄຸ້ມຄອງ ສິ່ງແວດລ້ອມ ຢູ່ບັນດາເຂດເສດຖະກິດສະເພາະ ໂດຍສະເພາະບຶງທາດຫລວງ, ເຂດເສດຖະກິດສະເພາະລ່ອງແທ່ງ, ມະຫານາທີສີທັນດອນ, ອໍາມະຕະ ຈຸດນາເຕີຍ ແຂວງຫລວງນໍ້າທາ ແລະ ນາໝໍ້ ແຂວງອຸດົມໄຊ. ພ້ອມທັງ ສໍາເລັດການປະເມີນສັນຍາ ການພັດທະນາ ບັນດາ ເຂດເສດຖະກິດພິເສດປະຈໍາປີ 2003 ແລະ ໄດ້ຄົ້ນຄວ້າຮ່າງແຜນຍຸດທະສາດ ການພັດທະນາ ຂສພ ແຕ່ປີ 2021-2030 ຕື່ມອີກ.

ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top