ຍອດມູນຄ່າການນຳເຂົ້າ-ສົ່ງອອກ ສປ ຈີນ ໃນເດືອນພະຈິກ ບັນລຸ 3.700 ຕື້ຢວນ

09/12/2023 21:40
Email Print 505
ຂປລ ອົງການ ພາສີ ແຫ່ງຊາດ ຈີນ ແຈ້ງໃຫ້ຮູ້ວ່າ: ໃນເດືອນພະຈິກ ຜ່ານມານີ້, ຍອດມູນຄ່າ ການນຳເຂົ້າ-ສົ່ງອອກ ສິນຄ້າ ຂອງ ສປ ຈີນ ມີເຖິງ 3.700 ຕື້ຢວນ ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ ປີຕໍ່ປີ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 8 ທັນວານີ້, ອົງການ ພາສີ ແຫ່ງຊາດ ຈີນ ແຈ້ງໃຫ້ຮູ້ວ່າ: ໃນເດືອນພະຈິກ ຜ່ານມານີ້, ຍອດມູນຄ່າ ການນຳເຂົ້າ-ສົ່ງອອກ ສິນຄ້າ ຂອງ ສປ ຈີນ ມີເຖິງ 3.700 ຕື້ຢວນ ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ ປີຕໍ່ປີ ຫລັງຈາກ ການສົ່ງອອກ 2.100 ຕື້ຢວນ, ເພີ່ມຂຶ້ນ 1,7%; ການນຳເຂົ້າ 1.600 ຕື້ຢວນ, ເພີ່ມຂຶ້ນ 0,6%.ການຄ້າ ຕ່າງປະເທດ ຂອງ ສປ ຈີນ ໄດ້ຮັດແໜ້ນ ທ່ວງທ່າທີ່ດີ ແລະ ມີຄວາມໝັ້ນທ່ຽງ. ນັບແຕ່ ໃນເດືອນມັງກອນ ຫາເດືອນ ພະຈິກ ປີນີ້, ຍອດມູນຄ່າ ການນຳເຂົ້າ-ສົ່ງອອກ ສິນຄ້າ ຂອງສປ ຈີນ ບັນລຸເຖິງ 37.960 ຕື້ຢວນ ເມື່ອທຽບໃສ່ ປີຕໍ່ປີ ໃນນັ້ນ, ມູນຄ່າ ສົ່ງອອກ ບັນລຸ 21.600 ຕື້ຢວນ, ເພີ່ມຂຶ້ນ 0,3%; ມູນຄ່າ ນຳເຂົ້າ ບັນລຸ 16.360 ຕື້ຢວນ ຫລຸດລົງ 0,5%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top