ສປຈີນ-ເອີຣົບ ຂົນສົ່ງສິນຄ້າລົດໄຟດ່ວນ ເຕີບໂຕ 19%

08/12/2023 14:16
Email Print 438
ຂປລ ບໍລິສັດ ການລົດໄຟ ແຫ່ງປະເທດ ຈີນ ຈຳກັດ ລາຍງານວ່າ: ບໍລິການ ລົດໄຟດ່ວນ ຈີນ-ເອີຣົບ ໄດ້ແລ່ນລົດ ລວມມີ 16.145 ຖ້ຽວ ໃນໄລຍະ ເດືອນມັງກອນ-ເດືອນພະຈິກ ຂອງ ປີນີ້.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ບໍລິສັດ ການລົດໄຟແຫ່ງປະເທດ ຈີນ ຈຳກັດລາຍງານວ່າ: ບໍລິການລົດໄຟດ່ວນ ຈີນ-​ເອີຣົບໄດ້ແລ່ນລົດ ລວມມີ 16.145 ຖ້ຽວໃນໄລຍະ ເດືອນມັງກອນ-​ເດືອນພະຈິກຂອງ ປີນີ້. ​ໂດຍການແລ່ນລົດຈຳນວນເບື້ອງຕົ້ນເພີ່ມຂຶ້ນ 7% ​ເມື່ອທຽບໃສ່ປີຕໍ່ປີແລະໄດ້ຂົນສົ່ງ ຕູ້ຄອນເທັນເນີ ສິນຄ້າເກືອບ 1,75 ລ້ານທີອີຢູ (TEU: ໜ່ວຍ​ນັບ​ຕູ້​ ຄອນ​ເທັນ​ເນີ ຍາວ 20ຟຸດ) ຊຶ່ງ​ເພີ່ມ​ຂຶ້ນ 19% ​ເມື່ອ​ທຽບໃສ່​ປີ​ຕໍ່​ປີ. ເຈົ້າໜ້າທີ່ ບໍລິສັດເປີດເຜີຍວ່າ: ປະລິມານ ສິນຄ້າ ທັງໝົດ ທີ່ ຂົນສົ່ງ ໂດຍລົດໄຟສາຍດ່ວນຈີນ-​ເອີຣົບ ຊຶ່ງ ປັດຈຸບັນເຂົ້າເຖິງ 217 ​ເມືອງໃນ 25 ປະເທດ​ ​ເອີຣົບໃນໄລຍະ 11 ​ເດືອນທຳອິດຂອງ ປີນີ້ ໄດ້ເພີ່ມຂຶ້ນຫລາຍກວ່າ ປະລິມານລວມ ຂອງທັງ ປີ 2022 ຜ່ານມາ./.

 

KPL

ຂ່າວອື່ນໆ

ads
ads

Top