ອົດສະຕຣາລີ-ປາປົວນີວກິນີ ລົງນາມຂໍ້ຕົກລົງຍົກລະດັບ ການຮ່ວມມືດ້ານຄວາມໝັ້ນຄົງ

08/12/2023 14:16
Email Print 439
ຂປລ ທ່ານ ແອນໂທນີ ອັລບາເນຊີ ນາຍົກ ລັດຖະມົນຕີ ອົດສະຕຣາລີ ແລະ ທ່ານ ເຈມສ ມາຮາເປ ນາຍົກ ລັດຖະມົນຕີ ປາປົວນີວກິນີ ໄດ້ລົງນາມ ຮ່ວມມືກັນ ໃນຂໍ້ຕົກລົງ ການສົ່ງເສີມ ແລະ ຍົກລະດັບ ຄວາມຮ່ວມມື ດ້ານຄວາມໝັ້ນຄົງ ເພື່ອສົ່ງເສີມ ປະສິດທິພາບ ດ້ານການຕໍ່ຕ້ານ ການຄ້າ ມະນຸດ, ການຂັດຂວາງ ການຄ້າ ຢາເສບຕິດ ແລະ ຄວາມຮຸນແຮງ ລະຫວ່າງ ກຸ່ມປະເທດ ໃນປາປົວນີວກິນີ.

ຂປລ. ສຳນັກຂ່າວຕ່າງປະເທດ ລາຍ​ງານ​ຈາກ ນະຄອນຫລວງ ​ແຄັນ​ເບຣາ ປະ​ເທດ​ ອົດ​ສະຕຣາລີ  ​ເມື່ອ​ວັນ​ທີ 7 ທັນວາ​ວ່າ: ທ່ານ ​ແອນ​ໂທ​ນີ ອັລບາ​ເນ​ຊີ ນາຍົກ ລັດຖະມົນຕີ ອົດ​ສະຕຣາລີ ​ແລະ ທ່ານ ​ເຈ​ມສ ມາຮາ​ເປ ນາຍົກ ລັດຖະມົນຕີ ປາ​ປົວ​ນີວກິ​ນີ ໄດ້ລົງ​ນາມ​ ຮ່ວມ​ມື​ກັນ ​ໃນ​ຂໍ້​ຕົກລົງ ການສົ່ງ​ເສີມ ​ແລະ ຍົກ​ລະດັບ ​ຄວາມ​ຮ່ວມ​ມື ດ້ານ​ຄວາມ​ໝັ້ນຄົງ ​ເພື່ອ​ສົ່ງ​ເສີມ ປະສິດທິພາບ ດ້ານ​ການ​ຕໍ່ຕ້ານ ​ການ​ຄ້າ ມະນຸດ, ການ​ຂັດຂວາງ ​ການ​ຄ້າ​ ຢາ​ເສບ​ຕິດ ​ແລະ ຄວາມ​ຮຸນ​ແຮງ​ ລະຫວ່າງ ກຸ່ມ​ປະ​ເທດ ໃນປາ​ປົວ​ນີວກິ​ນີ.

ໃນຂະນະທີ່ ທ່ານ ເຈ​ມສ ມາຣາ​ເປ ກ່າວ​ວ່າ: ຂໍ້​ຕົກລົງ ​ດັ່ງກ່າວ ລວມ​ເຖິງ​ ການ​ທີ່ ອົດ​ສະຕຣາລີ ຈະ​ເຂົ້າ​ມາ ມີ​ບົດບາດ ​ຫລາຍ​ຂຶ້ນ ກັບ ​ຂະ​ບວນການ​ ຕຳຫລວດ ​ແລະ ວຽກງານ ​ດ້ານຍຸດຕິທຳ ​ຂອງ ​ປາ​ປົວ​ນີວກິ​ນີ.​ ສ່ວນ​ທ່ານ ແອນ​ໂທ​ນີ ອັລບາ​ເນ​ຊີ ກ່າວ​ວ່າ: ການ​ຂະຫຍາຍ​ ຂອບ​ເຂດ ການ​ຮ່ວມ​ມື ລະຫວ່າງ​ ທັງ​ສອງ​ປະ​ເທດ ​ໃນ​ຄັ້ງ​ນີ້ ຈະ​ເປັນ​ການ​ສົ່ງ​ເສີມ ສະຖຽນ ​ລະ​ພາບ ລະດັບ​ພາກ​ພື້ນ. /.

 

KPL

ຂ່າວອື່ນໆ

ads
ads

Top