7215

vto5 de,tdko37ltok c]t x5 d]tfq ,0t[;odko g]n vd8A '-5 dp6h ;Pd'ko16j zQ 'lk]u z6h lt\a dIa [g]n vd8A 'gxa o ll- -5 fmu X c]t ll0 -5 fmu V rq [xtxt-k-q o16j g,n v'-totlq ,[6 o ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ  ອ່ານຕໍ່ໜ້າ 2່ າໍ່ ໜ້າ ]a f4t,q o8u dt-;'dko8j k'xtgmf ]k; c]t g;go-6 gv]k sk]n c[[mk'wd ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 13.02.2026 ປີທີ 25 ສະບັບທີ 6.376ັຸີີັີ ]a f4t[kodeoq fgvq kdkocdh w0[a osk ]tg[u f[+ ma oc8dmuj 8q d7h k'gxa o[5 ]y ,tly fcsj '-kf rtoa d'kos]a dcs]j 'g,n v's]k 8h voIa [7totz6h lt\a dg]n vd8A ' ll-{ll0 g0f 4 ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໄດ້ຈັດກອງ ປະຊຸມພົບປະລະຫວ່າງຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະພາ ]a f4t,q o8u dt-;'xh v'da oxtgmf 8y f8k, -5 dp6h ;Pd'ko xd-{xdl .o[A og]n vd8A '  ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ຈະເລີນ ເຍຍປາວເຮີ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ lts]v'zq oleg]a fdkoglu ,0tspkp ;Pd'koxq dxh v' c]t 7;k,gxa o16j muj fu 0v'gfa d  ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ( ຜູ້ທີ 7 ນັບຈາກຊ້າຍຫາຂວາແຖວໜ້າ ) dkowx.-h ly f.o;a og]n vd8A '.sh 7q [4h ;oc,j oly f c]t ra omt0v'rq o]tg,n v']k; z6 h gxa og9Q k0v'xtgmfK mqj ;xtgmf,u z6h ,u ly fg]n vd8A ' ll- -5 fmu X c]t ll0 -5 fmu V 9eo;o 4,76 ]h kod;j k7q o  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ  ອ່ານຕໍ່ໜ້າ 4່ າໍ່ ໜ້າ z6h Ia [lt\a dg]n vd8A ' ll- -5 fmu X g0fg]n vd8A 'mu 1 o; g7nj vows;sklP' ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ຂປລ. ການເກັບກູ້ລະເບີດແມ່ນ ການຄືນສິດໃນການດໍາລົງຊີວິດ ທີ່ປອດໄພ ແລະ ຄືນໂອກາດໃນ ການພັດທະນາໃຫ້ແກ່ປະຊາຊົນ ລາວບັນດາເຜົ່າ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາ ການແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງແຕ່ປາງສົງຄາມ ເປັນບຸລິມະສິດແຫ່ງຊາດ ໂດຍໄດ້ ສ້າງຕັ້ງໂຄງການເກັບກູ້ລະເບີດ ແຫ່ງຊາດ ຂຶ້ນມາຕາມດໍາລັດເລກທີ 49 ຂອງນາຍົກລັດຖະມົນຕີ ລົງ ວັນທີ 13 ກຸມພາ 1996 ໂດຍໄດ້ ຮັບການສະໜັບສະໜູນຈາກອົງ ການສະຫະປະຊາຊາດເພື່ອການ ພັດທະນາ (UNDP), ອຸຍນີເຊັບ ແລະ ບັນດາປະເທດຄູ່ຮ່ວມພັດທະ ນາອື່ນໆ ເພື່ອໃຫ້ໂຄງການເກັບກູ້ ລະເບີດແຫ່ງຊາດ (UXO Lao) ເປັນອົງການປະຕິບັດງານແຫ່ງຊາດ ທີ່ເຄື່ອນໄຫວປະຕິບັດໜ້າທີ່ດ້ານ ມະນຸດສະທຳໃນການເກັບກູ້ລະເບີດ ບໍ່ທັນແຕກພາຍໃຕ້ການຊີ້ນໍາຂອງ ຂປລ. ໃນວັນທີ 11 ກຸມພາ 2026 ນີ້, ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ຂປລ. ໃນທົ່ວປະເທດມີຜູ້ມີສິດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະ ຂປລ.ວັນທີ11ກຸມພາ2026ນີ້, ທ່ານພົນເອກຄຳລຽງອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະ ຂປລ. ໃນວັນທີ 12 ກຸມພາ 2026 ນີ້, ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມປະ ຊາຊົນປະຕິວັດລາວ ຫົວໜ້າຄະນະ ຕິດຕາມ, ຊຸກຍູ້ວຽກງານໂຄສະນາ ແລະ ປຸກລະດົມຂະບວນການ ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ ແຂວງຜົ້ງສາລີ. ໂອກາດນີ້, ທ່ານ ວັນໄຊ ສຸກສັນ ຂປລ. ໃນວັນທີ 12 ກຸມພາ 2026 ນີ້, ຄະນະຜູ້ຮັບສະໝັກເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ໄດ້ເຄື່ອນໄຫວຫາສຽງຢູ່ບັນດາບ້ານ ໃນເມືອງໄຊທານີ ຊຶ່ງໄດ້ແບ່ງເປັນ 4 ຈຸດ. ສຳລັບຢູ່ວັດບ້ານໜອງພະຍາ ເມືອງໄຊທານີ ຜູ້ຮັບສະໝັກເລືອກ ຕັ້ງເປັນ ສສຊ ລົງຫາສຽງ 5 ທ່ານ ໂດຍມີປະຊາຊົນ 7 ບ້ານເຂົ້າຮ່ວມຄື: ຂປລ. ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ (ສຊປປລ) ຮ່ວມ ກັບຄະນະກໍາມະການແກ້ໄຂບັນຫາ ຢາເສບຕິດລະດັບຊາດ ລົງໂຄສະນາ ປູກຈິດສໍານຶກ ແລະ ປ້ອງກັນຜົນ ຮ້າຍຂອງຢາເສບຕິດພາຍໃຕ້ຫົວຂໍ້ “ຄືນຄົນດີໃຫ້ແກ່ສັງຄົມ” ໃນວັນທີ 10 ກຸມພາ 2026 ທີ່ສູນຟື້ນຟູສຸຂະ ພາບ ແລະ ບໍາບັດຜູ້ຕິດຢາເສບຕິດ ເມືອງປາກກະດິງ ແຂວງບໍລິຄໍາໄຊ  ອ່ານຕໍ່ໜ້າ 2່ າໍ່ ໜ້າ x6 d9y fleob d c]t xh v'da o zq oIh kp1kgl[8y frkp.8h sq ;0= 7n o7q ofu .sh cdj la '7q , h “ ” ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເທດ ພ້ອມດ້ວຍຄະນະໄດ້ລົງຕິດ ຕາມ, ຊຸກຍູ້ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ແກ່ການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ຢູ່ແຂວງບໍລິຄຳໄຊ ໂດຍມີທ່ານ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານພັກແຂວງບໍລິ ຄຳໄຊ, ມີບັນດາຄະນະກຳມະການ ເລືອກຕັ້ງລະດັບຊາດ, ຄະນະກຳມະ ການເລືອກຕັ້ງຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້, ຜູ້ມີສິດ ເລືອກຕັ້ງຢູ່ຕ່າງປະເທດທີ່ສາມາດ ໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງມີ 23.378 ຄົນ, ຍິງ 7.828 ຄົນ. ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ, ໂຄສົກ ຄະນະກຳມະການເລືອກຕັ້ງລະດັບ ຊາດ ໄດ້ຖະແຫລງຂ່າວກ່ຽວກັບ ມະຕິຂອງຄະນະກຳມະການເລືອກ ຕັ້ງລະດັບຊາດວ່າດ້ວຍການປະ ກາດຈຳນວນຜູ້ມີສິດເລືອກຕັ້ງສະ ແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ) ຊຸດທີVປະຈຳເຂດ 7tot[= ]y sko'ko-k;|5j , 7vlr g0Q k;k'dt8j kfvdw,h 8|h kI6 [xA os]+ xtmko wdlvo rq ,;y sko +

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 13/02/2026 xtgmf]k; ປູກຈິດສໍານຶກ...ູິໍຶ ລັດຖະບານ...ັ ຜູ້ສະໝັກຮັບເລືອກຕັ້ງ ສສຊ...ູ້ັັືັ້ ທົ່ວປະເທດ ...ົ່ ລັດຖະມົນຕີກະຊວງປ້ອງກັນ...ັົີ້ັ ອະນຸກໍາມະການໂຄສະນາ...ຸໍ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ. ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ໄດ້ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ11 ກຸມພາ 2026 ນີ້, ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງໂຄງການ ເກັບກູ້ລະເບີດແຫ່ງຊາດ ຄົບຮອບ 30 ປີ (13/2/1996-13/2/ 2026) ໂດຍສະຫາຍໄດ້ຍົກໃຫ້ ເຫັນປະຫວັດການຕົກຄ້າງຂອງ ລະເບີດບໍ່ທັນແຕກຢູ່ ສປປ ລາວ ແລະ ເຫດຜົນເປັນຫຍັງຈຶ່ງສ້າງຕັ້ງ ໂຄງການເກັບກູ້ລະເບີດແຫ່ງຊາດ ຂຶ້ນມາ ຊຶ່ງໃນໄລຍະສົງຄາມອິນ ດູຈີນຄັ້ງທີ 2 ໄລຍະແຕ່ປີ 19641973, ຕະຫລອດໄລຍະ 9 ປີ ໄດ້ມີ ຖ້ຽວບິນສູ້ຮົບຂອງພວກຈັກກະພັດ ຜູ້ຮຸກຮານຫລາຍກວ່າ 580.000 ຖ້ຽວ (ສະເລ່ຍ 8 ນາທີຕໍ່ຖ້ຽວ) ຂົນເອົາລະເບີດຫລາຍກວ່າ 2 ລ້ານ ໂຕນ ມາຖິ້ມລົງໃສ່ຜືນແຜ່ນດິນລາວ ໃນນັ້ນ, ເປັນປະເພດລະເບີດລູກ ຫວ່ານ ຫລື ລະເບີດບົມບີ່ ຫລາຍ ກວ່າໝູ່ ຊຶ່ງມີຈໍານວນສູງເຖິງ 270 ລ້ານໜ່ວຍ, ຈຶ່ງເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ໄດ້ຮັບຜົນກະທົບ ຈາກລະເບີດລູກຫວ່ານໜັກໜ່ວງ ທີ່ສຸດໃນໂລກ ເມື່ອທຽບໃສ່ຈໍານວນ ປະຊາກອນຕໍ່ຫົວຄົນ. ພື້ນຖານ ໂຄງລ່າງຖືກທໍາລາຍເກືອບທັງໝົດ ແລະ ເຮັດໃຫ້ຈໍານວນປະຊາກອນ ຫລຸດລົງເຫລືອພຽງແຕ່ປະມານ 3 ລ້ານຄົນ ຊຶ່ງແນ່ນອນການຖິ້ມ ລະເບີດດັ່ງກ່າວ, ໄດ້ກາຍເປັນສາ ເຫດໜຶ່ງທີ່ເຮັດໃຫ້ ສປປ ລາວ ກາຍ ເປັນປະເທດດ້ອຍພັດທະນາ. ພາຍຫລັງສົງຄາມສິ້ນສຸດລົງ, ຍັງມີລະເບີດລູກຫວ່ານຕົກຄ້າງສູງ ເຖິງ 30% ຫລື ທຽບເທົ່າກັບ 80 ລ້ານໜ່ວຍທີ່ຍັງບໍ່ທັນແຕກລວມ ທັງລະເບີດປະເພດອື່ນອີກ ຊຶ່ງຍັງ ສືບຕໍ່ເຮັດໃຫ້ເກີດມີອຸບັດເຫດ, ມີ ຜູ້ບາດເຈັບ, ພິການ ແລະ ເສຍຊີວິດ ໃນແຕ່ລະປີ. ສະເພາະປີ 2025 ມີ ອຸບັດເຫດເກີດຂຶ້ນ 15 ຄັ້ງ, ມີຜູ້ຖືກ ເຄາະຮ້າຍ 25 ຄົນ ໃນນັ້ນ, 19 ຄົນ ໄດ້ຮັບບາດເຈັບ ແລະ 6 ຄົນເສຍ ຊີວິດ. ສ່ວນປີ 2026 ມີອຸບັດເຫດ ເກີດຂຶ້ນ 2 ຄັ້ງ, ມີຜູ້ຖືກເຄາະຮ້າຍ 7 ຄົນ (ບໍ່ມີຜູ້ເສຍຊີວິດ) ຊຶ່ງມັນໄດ້ ກາຍເປັນໄພຂົ່ມຂູ່ໃຫ້ແກ່ການດໍາ ລົງຊີວິດ ແລະ ການທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າລວມ ທັງເປັນສິ່ງກີດຂວາງໃຫ້ແກ່ການ ພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ຢ່າງໃດກໍຕາມລັດຖະບານລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາ ກົນຕ່າງໆ ເພື່ອເສີມສ້າງສັນຕິພາບ ພ້ອມທັງພັດທະນາຂະແໜງການ ລະເບີດບໍ່ທັນແຕກຢູ່ ສປປ ລາວ ໃຫ້ມີໃບໜ້າໃໝ່ ແລະ ໄດ້ມາດຖານ ສາກົນຕື່ມອີກແນໃສ່ເຮັດໃຫ້ຜືນ ແຜ່ນດິນລາວກາຍເປັນດິນແດນທີ່ ປອດໄພຢ່າງແທ້ຈິງ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຫົວໜ້າອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ແຂວງຜົ້ງສາລີ ໄດ້ລາຍງານວ່າ: ພາຍຫລັງສໍາເລັດກອງປະຊຸມຄັ້ງ ປະຖົມມະລືກຂອງຄະນະກໍາມະ ການເລືອກຕັ້ງຂັ້ນແຂວງໃນວັນທີ 16 ທັນວາ 2025 ແລະ ເພຶ່ອເຮັດ ໃຫ້ການປະກອບສ່ວນຂອງອະນຸ ກໍາມະການຕໍ່ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສໍາເລັດຕາມເວລາທີ່ໄດ້ ກໍານົດໄວ້ ແລະ ຮັບປະກັນຜົນສໍາ ເລັດຕາມລະດັບຄາດໝາຍ; ອະນຸ ກໍາມະການໂຄສະນາ ແລະ ປຸກ ຄະນະທີ 1 ຈຳນວນ 10 ທ່ານ, ຍິງ 2 ທ່ານ ແລະ ຜູ້ສະໝັກຮັບເລືອກ ໂອກາດນີ້,ທ່ານສຸວັນນີໄຊຊະນະ ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ ໄດ້ຕາງໜ້າຄະນະພັກ ແຂວງໄດ້ລາຍງານການກະກຽມ ຈັດຕັ້ງຫົວໜ່ວຍປ່ອນບັດເລືອກຕັ້ງ ໂດຍຖືເອົາບ້ານ, ກົມກອງໃນກຳລັງ ປະກອບອາວຸດ ເປັນຫົວໜ່ວຍປ່ອນ ບັດເລືອກຕັ້ງ ແລະ ຂຶ້ນບັນຊີຜູ້ມີສິດ ເລືອກຕັ້ງຕາມລະບຽບການ, ທົ່ວ ແຂວງບໍລິຄຳໄຊ ມີ 208 ໜ່ວຍ ປ່ອນບັດ, ປະກອບມີ 7 ເມືອງຄື: ເມືອງປາກຊັນ ມີ 34 ໜ່ວຍ, ເມືອງ ບໍລິຄັນ ມີ 45 ໜ່ວຍ, ເມືອງທ່າ ພະບາດ ມີ 22 ໜ່ວຍ, ເມືອງປາກ ກະດິງ ມີ 28 ໜ່ວຍ, ເມືອງວຽງ ທອງ ມີ 30 ໜ່ວຍ, ເມືອງຄຳເກີດ ມີ 40 ໜ່ວຍ, ເມືອງໄຊຈຳພອນ ມີ 9 ໜ່ວຍ, ແຂວງບໍລິຄຳໄຊ ມີ ປະຊາກອນທັງໝົດ 328.779 ຄົນ ມາຈາກທ້ອງຖີ່ນອື່ນ 3.942 ຄົນ, ຜູ້ ມີສິດປ່ອນບັດຕົວຈິງມີ 183.250 ຄົນ, ຍິງ 88.529 ຄົນ. ເປົ້າໝາຍຜູ້ຮັບສະໝັກເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 11, ແຂວງບໍລິຄຳໄຊ ຜູ້ສະໝັກສະ ມາຊິກສະພາແຫ່ງຊາດ ຊຸດທີ X ມີຈຳນວນ 10 ສະຫາຍ, ຍິງ 2 ສະຫາຍ, ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ມີ 49 ສະຫາຍ, ຍິງ 15 ສະຫາຍ. ປັດຈຸບັນແຂວງບໍລິຄຳ ໄຊ ແມ່ນມີຄວາມພ້ອມທາງດ້ານ ອຸປະກອນຮັບໃຊ້, ບັດລົງຄະແນນ ສຽງ, ໂປສເຕີ ຜູ້ຮັບສະໝັກເລືອກ ຕັ້ງ ສສຊ ແລະ ສສຂ ແຈກຢາຍໃຫ້ ບັນດາເມືອງຢ່າງຄົບຖ້ວນ, ພ້ອມ ທັງໂຄສະນາຫາສຽງຢູ່ບັນດາເມືອງ ແລະ ບ້ານຢ່າງເປັນຂະບວນຟົດຟື້ນ. ສຳລັບຜູ້ມີສິດປ່ອນບັດເລືອກຕັ້ງ ເປັນຕົ້ນ ກຳລັງປ້ອງກັນຊາດ ແລະ ກຳລັງປ້ອງກັນຄວາມສະຫງົບກໍໄດ້ ກຽມພ້ອມເລືອກຕັ້ງໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້. ໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບ ຜິດຊອບທຸກພາກສ່ວນທີ່ພ້ອມກັນ ມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນ ໂດຍມີທ່ານ ນາງ ປານີ ກິນດາວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ, ທ່ານ ພັອ ຄໍາແພງ ນໍາພາວັນ ຄະນະປະຈໍາພັກ ຮອງ ກອງບັນຊາການ ປກສ ແຂວງບໍ ລິຄໍາໄຊ ພ້ອມດ້ວຍກົມ, ຊາວໜຸ່ມ ແຂວງ, ຄະນະຮັບຜິດຊອບສູນບໍາ ບັດ ແລະ ຜູ້ກໍາລັງບໍາບັດເຂົ້າຮ່ວມ. ການລົງໂຄສະນາຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຮູ້ເຖິງຄວາມສໍາຄັນ ຂອງການສ້າງອາຊີບພາຍຫລັງ ບໍາບັດຕົນເອງແລ້ວເຮົາຈະນໍາເອົາ ຊາວໜຸ່ມຄືນຄົນດີໃຫ້ແກ່ສັງຄົມຄື ແນວໃດ, ການສ້າງອາຊີບມີຄວາມ ຈໍາເປັນຕໍ່ກັບຊາວໜຸ່ມແນວໃດ ໂດຍສະເພາະການເປີດໂອກາດ ຜູ້ທີ່ຕ້ອງການຝຶກອົບຮົມວິຊາຊີບ ເພື່ອໃຫ້ເຂົາເຫລົ່ານັ້ນ ໄດ້ມີທາງ 7totoe d8l g0Q kv;prvo;a oxu .\j xt9e-kfs;Pfok, ຂປລ.ທ່ານສັນຕິສຸກສິມມາລາວົງ ລັດຖະມົນຕີເຕັກໂນໂລຊີ ແລະ ການ ສື່ສານ (ກຕສ) ພ້ອມດ້ວຍຄະນະ ເຂົ້າອວຍພອນສະຫາຍ ຫງວຽນ ມິ່ງ ເຕີມ ເອກອັກຄະລັດຖະທູດ ສາທາລະນະລັດສັງຄົມນິຍົມຫວຽດ ນາມ ປະຈໍາ ສປປ ລາວ ໃນວັນທີ 8 ກຸມພາ 2026 ທີ່ສະຖານເອກອັກຄະ ລັດຖະທູດຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດວັນປີໃໝ່ປະຈໍາ ຊາດ ຂອງ ສສ ຫວຽດນາມ ໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດອັນຍິ່ງໃຫຍ່ຂອງ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ຊຶ່ງເປັນ ເຫດການສໍາຄັນທາງການເມືອງ, ຄວາມສໍາເລັດຂອງການຮ່ວມມື ສອງຝ່າຍ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງເປັນສາຍພົວ ພັນອັນພິເສດທີ່ມີໜຶ່ງບໍ່ມີສອງໃນ ໂລກ ທີ່ໄດ້ສະແດງອອກພາຍຫລັງ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ, ຂໍຊົມ ເຊີຍຕໍ່ກອງປະຊຸມລັດຖະມົນຕີ ດີ ຈິຕອນອາຊຽນ ຄັ້ງທີ 6 ທີ່ ສສ ຫວຽດນາມ ເປັນເຈົ້າພາບໄດ້ຈັດ ຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດທີ່ ນະຄອນຮ່າໂນ້ຍ ສສ ຫວຽດນາມ ທີ່ຜ່ານມາ, ພ້ອມທັງຈະສືບຕໍ່ໃຫ້ໄດ້ ຮັບການເພີ່ມພູນຄູນສ້າງນັບມື້ນັບ ສະໜິດແໜ້ນກວ່າເກົ່າ ແລະ ໜັ້ນຄົງ ຂະໜົງແກ່ນ. ພ້ອມນີ້ , ທ່າ ນ ສັນຕິສຸກ ສິມມາລາວົງ ຍັງຖືໂອກາດນີ້, ອວຍ ພອນໃຫ້ມິດຕະພາບ ລາວ-ຫວຽດ ນາມ ໃຫ້ມີມູນເຊື້ອອັນດີງາມຕະ ຫລອດໄປ ແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນມີກຽດສະຫງ່າ. ຂ່າວ-ພາບ: ພຸດດາວອນ ພາສຸວັນ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີເຕັກໂນໂລຊີ ແລະ ການສື່ສານ (ຂວາ) ຕັ້ງເປັນ ສສຂ ຊຸດທີ 5 ເຂດເລືອກ ຕັ້ງເມືອງຊະນະສົມບູນ ຈຳນວນ 7 ທ່ານ ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງຢູ່ເມືອງ ຊະນະສົມບູນ. ການລົງເຄື່ອນໄຫວຂອງຜູ້ສະ ໝັກ ສສຊ ຄະນະທີ 1 ນຳໂດຍທ່ານ ສອນໄຊ ສີພັນດອນ ກຳມະການ ກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ ຜູ້ສະໝັກ ສສຊ ຊຸດ ທີ X ນ້ຳເບີ 1 ພ້ອມດ້ວຍຄະນະຜູ້ ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ ສະໝັກ ສສຂ ເມືອງຊະນະສົມບູນ 7 ທ່ານ ໂດຍການໃຫ້ກຽດຕ້ອນ ຮັບຂອງທ່ານ ອຳໄຊ ພອນມະນີ ຮອງເລຂາພັກເມືອງ, ປະທານຄະ ນະກຳມະການປົກຄອງເມືອງຊະ ນະສົມບູນ, ມີຄະນະປະຈຳພັກ ເມືອງ, ກຳມະການພັກເມືອງ, ຫົວ ໜ້າ, ຮອງຫົວໜ້າຫ້ອງການ, ຄະນະ ພັກຮາກຖານກຸ່ມບ້ານ, ອຳນາດ ການປົກຄອງ ແລະ ປະຊາຊົນຜູ້ມີ ສິດເລືອກຕັ້ງບ້ານອ້ອມຂ້າງເຂົ້າ ຮ່ວມຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຮັບຟັງການຜ່ານປະຫວັດຫຍໍ້ ແລະ ການເຄື່ອນໄຫວຂອງຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 15 ທັງໝົດ 20 ທ່ານ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນພາລະ ບົດບາດ, ສິດໜ້າທີ່ ແລະ ຄວາມ ໝາຍສໍາຄັນຂອງສະພາແຫ່ງຊາດ. ການເລືອກຕັ້ງ ສສຊ ແລະ ສສຂ ເປົ້າໝາຍກໍເພື່ອຜັນຂະຫຍາຍຈັດຕັ້ງ ປະຕິບັດໂຄງການການເມືອງໄລຍະ ໃໝ່ຂອງພັກ ໃນການສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນ, ປັບປຸງກົນໄກບໍລິຫານລັດໃຫ້ກາຍ ເປັນອໍານາດຂອງປະຊາຊົນ ໂດຍ ປະຊາຊົນ ແລະ ເພື່ອຜົນປະໂຫຍດ ສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເພື່ອກ້າວໄປສູ່ການປ່ຽນແປງ ແລະ ການພັດທະນາທີ່ດີຂຶ້ນ; ເພື່ອສ້າງຕັ້ງ ລະບົບອຳນາດລັດທີ່ເຂັ້ມແຂງ ແລະ ໂປ່ງໃສ ທີ່ຮັບໃຊ້ຊາດ ແລະ ຮັບໃຊ້ ປະຊາຊົນຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນການລົງພົບປະປະຊາຊົນ ຂອງຜູ້ສະໝັກ ສສຊ ຄະນະທີ 1 ໃນ ຄັ້ງນີ້ ກໍເພື່ອໃຫ້ຄະນະພັກ-ອົງການ ປົກຄອງ ແລະ ພໍ່ແມ່ປະຊາຊົນຮັບຮູ້ ເຂົ້າໃຈ ແລະ ກໍາແໜ້ນຢ່າງເລິກເຊິ່ງ ແລະ ພ້ອມກັນປະຕິບັດສິດ, ພັນທະ ແລະ ໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ໃຫ້ຄົບຖ້ວນ ແລະ ຮັບປະກັນຜົນ ສຳເລັດໄດ້ຕາມຄາດໝາຍ. ຈາກນັ້ນ, ບັນດາທ່ານຜູ້ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ສະໝັກ ສສຂ ທັງ 7 ທ່ານ ກໍໄດ້ຜັດປ່ຽນ ກັນສະເໜີຕົວ ແລະ ແຈ້ງຈຸດປະສົງ ໃນການລົງເຄື່ອນໄຫວ, ພ້ອມທັງ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ມີ ສິດເລືອກຕັ້ງຈົ່ງພ້ອມຈິດພ້ອມ ໃຈກັນໄປໃຊ້ສິດປະຊາທິປະໄຕ ຂອງຕົນໃນການປ່ອນບັດເລືອກ ຕັ້ງໃຫ້ກາຍເປັນປາງບຸນໃຫຍ່ຂອງ ຊາດ ເພື່ອຄັດເລືອກເອົາຕົວແທນ ທີ່ມີມາດຖານເງື່ອນໄຂ, ມີຄວາມ ຮູ້ຄວາມສາມາດ ແລະ ວິໄສທັດ ກວ້າງໄກເຂົ້າໄປເຮັດໜ້າທີ່ໃນສະ ພາແຫ່ງຊາດ. ພາບ: ອານຸສອນ ພູມມີທອນ ຂັ້ນແຂວງ (ສສຂ) ຊຸດທີ V ໃນ ວັນທີ 12 ກຸມພາ 2026 ເພື່ອໃຫ້ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາ ເຜົ່າທົ່ວປະເທດ ແລະ ຊາວລາວທີ່ ດຳລົງຊີວິດຢູ່ຕ່າງປະເທດ ໄດ້ຮັບ ຊາບຢ່າງທົ່ວເຖິງ. ສຳລັບຈໍານວນຜູ້ມີສິດເລືອກ ຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດ ທີ V ໃນແຕ່ລະເຂດເລືອກຕັ້ງ ມີຄື: ເຂດເລືອກຕັ້ງທີ 1 ນະຄອນຫລວງ ວຽງຈັນ ມີ 679.952 ຄົນ, ຍິງ 339.824 ຄົນ ໃນນີ້, ລວມທັງຜູ້ ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະ ເທດ; ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ມີ 124.060 ຄົນ, ຍິງ 65.053 ຄົນ; ເຂດ ເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ມີ 136.346 ຄົນ, ຍິງ 66.770 ຄົນ; ເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ ມີ 228.192 ຄົນ, ຍິງ 111.024 ຄົນ; ເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ມີ 132.290 ຄົນ, ຍິງ 65.277 ຄົນ; ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ ມີ 299.857 ຄົນ, ຍິງ 148.550 ຄົນ; ເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ມີ 302.711 ຄົນ, ຍິງ 145.856 ຄົນ; ເຂດເລືອກຕັ້ງທີ 8 ແຂວງຫົວ ພັນ ມີ 177.694 ຄົນ, ຍິງ 79.794 ຄົນ; ເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ ມີ 174.419 ຄົນ, ຍິງ 83.104 ຄົນ; ເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີ 302.420 ຄົນ, ຍິງ 145.862 ຄົນ; ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ມີ 215.335 ຄົນ, ຍິງ 106.373 ຄົນ; ເຂດ ເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີ 296.137 ຄົນ, ຍິງ 149.036 ຄົນ; ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ມີ 723.129 ຄົນ, ຍິງ 367.702 ຄົນ; ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີ 256.796 ຄົນ, ຍິງ 152.832 ຄົນ; ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ມີ 457.302 ຄົນ, ຍິງ 231.696 ຄົນ; ເຂດເລືອກຕັ້ງທີ 16 ແຂວງ ເຊກອງ ມີ 87.503 ຄົນ, ຍິງ 42.160 ຄົນ; ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີ 111.878 ຄົນ, ຍິງ 54.708 ຄົນ; ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີ 58.363 ຄົນ, ຍິງ 28.483 ຄົນ. ນັບແຕ່ມື້ນີ້ໄປຍັງອີກ 10 ວັນ ກໍຈະແມ່ນວັນປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຊຶ່ງຈະຈັດພ້ອມກັນໃນຂອບເຂດ ທົ່ວປະເທດ ໃນວັນທີ 22 ກຸມພາ 2026 ແມ່ນເຫດການປະຫວັດສາດ ທີ່ມີຄວາມໝາຍສຳຄັນທີ່ສຸດໃນ ຊີວິດການເມືອງຂອງປະຊາຊົນ ລາວບັນດາເຜົ່າທົ່ວທັງຊາດ ລວມ ທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງ ປະເທດ, ເປັນຂີດໝາຍສຳຄັນຍິ່ງອີກ ຄັ້ງໜຶ່ງໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕຂອງປະ ຊາຊົນລາວບັນດາເຜົ່າໃນຖານະ ຜູ້ເປັນເຈົ້າຂອງອຳນາດລັດຂອງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ໃນໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ຕາງໜ້າຄະນະກຳມະ ການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງລະດັບ ທ້ອງຖິ່ນທຸກຂັ້ນຮຽກຮ້ອງໄປຍັງ ພົນລະເມືອງລາວ ຜູ້ມີສິດເລືອກຕັ້ງ ສຸມໃສ່ວຽກງານດັ່ງກ່າວ, ພ້ອມທັງ ເນັ້ນໜັກຫລາຍບັນຫາເປັນຕົ້ນແມ່ນ ເອົາໃຈໃສ່ປຸກລະດົມປະຊາຊົນທົ່ວ ແຂວງພ້ອມກັນໄປໃຊ້ສິດເລືອກຕັ້ງ ໃຫ້ເປັນຂະບວນການຟົດຟື້ນ, ພ້ອມ ທັງເປັນເຈົ້າການກຳແໜ້ນສະພາບ ໃນຂອບເຂດຂອງຕົນຮັບຜິດຊອບ, ເພີ່ມທະວີວຽກງານ ປກຊ-ປກສ ສຸມທຸກກຳລັງປ້ອງກັນເວນຍາມ ເພື່ອຕ້ານ ແລະ ສະກັດກັ້ນບັນດາ ປະກົດການຫຍໍ້ທໍ້ດ້ານຕ່າງໆ ໂດຍ ປະສານສົມທົບກັບອຳນາດການ ປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອ ຮັບປະກັນສະພາບມີຄວາມສະຫງົບ ຢ່າງໜັກແໜ້ນ. ຈາກນັ້ນ, ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມ ຄະນະໄດ້ນຳເອົາເຄື່ອງຈຳນວນ ໜຶ່ງມອບໃຫ້ກອງບັນຊາການ ທະຫານແຂວງບໍລິຄຳໄຊ, ພ້ອມ ທັງລົງເຄື່ອນໄຫວຕິດຕາມ, ກວດ ກາຈຸດປ່ອນບັດເລືອກຕັ້ງ ຢູ່ກອງ ບັນຊາການທະຫານແຂວງບໍລິຄຳ ໄຊ ເພື່ອຮັບປະກັນໃຫ້ແກ່ການປ່ອນ ບັດເລືອກຕັ້ງຄັ້ງນີ້, ດຳເນີນໄປ ດ້ວຍບັນຍາກາດຟົດຟື້ນ ແລະ ມີ ຜົນສຳເລັດຕາມຈຸດປະສົງຄາດ ໝາຍທີ່ກຳນົດໄວ້. ຂ່າວ: ມິກກີ້ ແກ້ວສຸວັນ ລະດົມຂະບວນການໄດ້ຈັດກອງ ປະຊຸມເພື່ອປືກສາຫາລື ແລະ ສ້າງ ຄວາມເປັນເອກະພາບຕໍ່ໜ້າວຽກ ຂອງອະນຸກໍາມະການຕາມທີ່ໄດ້ ລະບຸຢູ່ໃນມະຕິຂອງຄະນະກໍາມະ ການເລືອກຕັ້ງຂັ້ນແຂວງ ໂດຍ ໄດ້ສ້າງແຜນດໍາເນີນງານຂອງ ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການກ່ຽວກັບ ການກະກຽມ ແລະ ດໍາເນີນການ ເລືອກຕັ້ງ, ປັບປຸງແຜນດໍາເນີນ ງານ, ແຜນວຽກ, ແຜນຄົນ ແລະ ແຜນງົບປະມານ ເພື່ອສະເໜີຕໍ່ອະນຸ ກໍາມະການເສດຖະກິດຄົ້ນຄວ້າ, ພິຈາລະນາ ແລະ ອະນຸມັດແຜນງົບ ປະມານຕາມແຜນດໍາເນີນງານຂອງ ອະນຸກໍາມະການ, ປະສານສົມທົບ ກັບບັນດາເມືອງ ເພື່ອສັງລວມ ບັນດາຈຸດທີ່ຕິດປ້າຍໂຄສະນາ, ຂະ ໜາດຂອງປ້າຍ, ຈໍານວນປ້າຍ, ຈັດຕັ້ງການຝືກອົບຮົມໂຄສະນາ ເຜີຍແຜ່ບັນດາເອກະສານທີ່ສໍາຄັນ ກ່ຽວກັບການເລືອກຕັ້ງສະມາຊິກ ສະພາໃຫ້ແກ່ພະນັກງານຫລັກ ແຫລ່ງຂັ້ນແຂວງ-ເມືອງ, ແຕ່ງຕັ້ງ ຄະນະຮັບຜິດຊອບເຄື່ອນໄຫວຕິດ ຕາມ, ຊຸກຍູ້ການກະກຽມ ແລະ ດໍາ ເນີນການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ຕາມບາດກ້າວ ທີ່ຄະນະກໍາມະການເລືອກຕັ້ງລະດັບ ຊາດ ກໍຄື ຂັ້ນແຂວງໄດ້ກໍານົດ, ແຈ້ງ ການໃຫ້ບັນດາເມືອງ ແລະ ພະ ແນກການອ້ອມຂ້າງແຂວງ ເພື່ອ ປຸກລະດົມທຸກພາກສ່ວນປະກອບ ສ່ວນຂະບວນການຮອບດ້ານ ເພື່ອ ຂໍ່ານັບຮັບຕ້ອນໃຫ້ແກ່ການປ່ອນ ບັດເລືອກຕັ້ງເຮັດໃຫ້ຂະບວນການ ປ່ອນບັດເປັນປາງບຸນໃຫຍ່ ແລະ ມີ ບັນຍາກາດຟົດຟື້ນ. ຈາກນັ້ນ, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການແຂວງຜົ້ງ ສາລີ, ພ້ອມທັງເນັ້ນໜັກໃຫ້ເອົາໃຈ ໃສ່ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອ ຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນ ລຸຕາມຈຸດປະສົງ ແລະ ສໍາເລັດໄປ ຕາມຄາດໝາຍທີ່ວາງໄວ້. ທຸກຄົນແຕ່ອາຍຸ 18 ປີຂຶ້ນໄປຈົ່ງ ພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງ ໃຫ້ຄົບຖ້ວນເຮັດໃຫ້ການເລືອກຕັ້ງ ຄັ້ງນີ້, ບັນລຸຈຸດປະສົງ ແລະ ລະດັບ ຄາດໝາຍທີ່ວາງໄວ້, ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະ ຊາຊົນຂັ້ນແຂວງ ຊຸດທີ V ສູ່ບາດ ລ້ຽວໃໝ່, ປະກອບສ່ວນທີ່ສຳຄັນ ໃນການສ້າງລັດ ປະຊາທິປະໄຕ ປະຊາຊົນໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍຂອງປະຊາຊົນ ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ, ນຳ ພາປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາ ກໍຄື ຊາດ ລາວເອກະພາບກ້າວໄປສູ່ໄລຍະ ການພັດທະນາດ້ວຍຄຸນນະພາບ ໃໝ່ ຕາມມະຕິຂອງກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ໃຫ້ ປະກົດຜົນເປັນຈິງສືບຕໍ່ບູລະນະລະ ບອບປະຊາທິປະໄຕປະຊາຊົນ ກ້າວ ຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ເລືອກໃຫ້ກັບຊີວິດຂອງຕົນເອງ ຢ່າງຖືກຕ້ອງ, ການຮັບຟັງຜົນ ຮ້າຍ ແລະ ວິທີຊ່ວຍເຫລືອໃນການ ອອກຢາເສບຕິດຂັ້ນພື້ນຖານ ຊຶ່ງ ໄດ້ອະທິບາຍເຖິງຜົນກະທົບຈາກ ສິ່ງເສບຕິດທີ່ເປັນໄພອັນຕະລາຍ ຮ້າຍແຮງຕໍ່ສັງຄົມ ແລະ ວິທີການ ບໍາບັດເບື້ອງຕົ້ນໃນການອອກຈາກ ສິ່ງເສບຕິດ. ນອກນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງກົດໝາຍວ່າດ້ວຍຊາວ ໜຸ່ມລາວບາງມາດຕາ ທີ່ສອດຄ່ອງ ກັບຜູ້ທີ່ພົວພັນກັບສິ່ງເສບຕິດໃຫ້ມີ ໂອກາດກັບຄືນມາສູ່ອ້ອມກອດຂອງ ຄອບຄົວ ແລະ ສັງຄົມ. ໂອກາດດຽວກັນ, ສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ຍັງໄດ້ ມອບເຄື່ອງອຸປະກອນກິລາ ໃຫ້ທາງ ສູນຟື້ນຟູສຸຂະພາບ ແລະ ບໍາບັດຜູ້ຕິດ ຢາເສບຕິດລວມມູນຄ່າ 26 ລ້ານ ກວ່າກີບ ຕື່ມອີກ. ຂໍ້ມູນ: ສື່ມວນຊົນໜຸ່ມລາວ

13/02/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K z6h lt\a dIa [g]n vd8A 'gxa o ll- g0fmu 6 cotoe3816j g,n v'oko dkomj v'mj P;muj pn opq ' 8h v'Ij ;,da oxq dxa dIa dlklyj 'c;f]h v, ຂປລ. ມາພໍ້ກັນອີກໃນສະບັບນີ້, ໜັງສືພິມປະເທດລາວ ຈະມາສືບຕໍ່ ນຳສະເໜີຖາມ-ຕອບກ່ຽວກັບສິດ ແລະ ໜ້າທີ່ ຂອງຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ, ການ ກຳນົດວັນເວລາເລືອກຕັ້ງ ແລະ ລະບຽບການປ່ອນບັດເລືອກຕັ້ງມີ ແນວໃດນັ້ນ ຊຶ່ງລາຍລະອຽດມີດັ່ງ ຕໍ່ໄປນີ້: ຄໍາຖາມ 12:ໍ ຄະນະຮັບຜິດຊອບ ໜ່ວຍປ່ອນບັດເລືອກຕັ້ງ ມີສິດ ແລະ ໜ້າທີ່ ແນວໃດ? ຕອບ: ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງມີ ສິດ ແລະ ໜ້າທີ່ ດັ່ງນີ້: 1. ຊຸກຍູ້, ແນະນໍາ, ສຶກສາອົບ ຮົມທາງດ້ານກົດໝາຍ, ລະບຽບ ການກ່ຽວກັບວຽກງານເລືອກຕັ້ງ ແລະ ຈັດຕັ້ງນໍາພາຜູ້ມີສິດເລືອກ ຕັ້ງ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ ໄປໃຊ້ສິດປ່ອນບັດເລືອກ ຕັ້ງຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນເວລາ. 2. ກະກຽມສະຖານທີ່, ຫີບບັດ ລົງຄະແນນສຽງສະມາຊິກສະພາ ຂປລ. ດັ່ງທີ່ຮູ້ນຳກັນວ່າ, ປະ ເທດເຮົາກໍແມ່ນປະເທດໜຶ່ງ ທີ່ມີ ແຫລ່ງທ່ອງທ່ຽວທຳມະຊາດ, ວັດ ທະນະທຳ ແລະ ປະຫວັດສາດ ລ້ວນແຕ່ດຶງດູດເອົາຄວາມສົນໃຈ ຂອງນັກທ່ອງທ່ຽວ. ດັ່ງນັ້ນ, ມັນ ຮຽກຮ້ອງພວກເຮົາທຸກຄົນຕ້ອງໄດ້ ຮ່ວມກັນ ປົກປັກຮັກສາທຳມະຊາດ ກໍຄື ສິ່ງແວດລ້ວມ. ດັ່ງເມື່ອມໍ່ໆມານີ້, ທ່ານ ສົມ ສະຫວາດ ນາມອິນທາ ຮອງຫົວໜ້າ ພະແນກວັດທະນະທຳ ແລະ ການ ທ່ອງທ່ຽວແຂວງຫລວງນໍ້າທາ, ມີກອງປ່າສະຫງວນ, ພະແນກ ກະສິກຳ ແລະ ສິ່ງແວດລ້ວມແຂວງ, 4k,{8v[ dj P;da [ ly f c]t |h kmu j 0v'7totIa [zy f-v[|j ;pxj vo[a fg]n vd8A ' ແຫ່ງຊາດ ແລະ ຫີບບັດລົງຄະແນນ ສຽງສະມາຊິກສະພາປະຊາຊົນຂັ້ນ ແຂວງ ແລະ ອຸປະກອນຮັບໃຊ້ການ ປ່ອນບັດເລືອກຕັ້ງ. 3. ຄຸ້ມຄອງ, ແນະນໍາ ແຈກຢາຍ ບັດລົງຄະແນນສຽງເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ບັດລົງຄະແນນສຽງເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນ ແຂວງໃຫ້ແກ່ຜູ້ມີສິດເລືອກຕັ້ງ; ປະສານສົມທົບກັບກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ເພື່ອ ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ໜ່ວຍປ່ອນບັດເລືອກຕັ້ງຂອງຕົນ. 5. ແກ້ໄຂຄໍາສະເໜີ ຫລື ຄໍາ ຄັດຄ້ານຂອງຜູ້ມີສິດເລືອກຕັ້ງ ຢູ່ໃນ ຂອບເຂດຄວາມຮັບຜິດຊອບໜ່ວຍ ຂອງຕົນ. 6. ແຍກຫີບບັດ, ນັບບັດ, ກວດ ກາບັດ ໃນແຕ່ລະຫີບ ແລະ ເຮັດບົດ ບັນທຶກຜົນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ບົດບັນທຶກຜົນການປ່ອນບັດເລືອກ ຕັ້ງສະມາຊິກສະພາປະຊາຊົນຂັ້ນ ແຂວງ ຢູ່ໜ່ວຍຂອງຕົນແລ້ວມອບ ບົດບັນທຶກ, ຕາປະທັບ ແລະ ເອກະ ສານອື່ນທີ່ສໍາຄັນໃຫ້ຄະນະກໍາມະ ການເລືອກຕັ້ງຂັ້ນເມືອງ. 7. ເກັບມ້ຽນບັດລົງຄະແນນ ສຽງທີ່ໄດ້ປ່ອນແລ້ວນັ້ນ ໄວ້ຈົນ ກວ່າອາຍຸການຂອງຄະນະກໍາມະ ການເລືອກຕັ້ງໄດ້ສິ້ນສຸດລົງ ແລ້ວ ຈຶ່ງທໍາລາຍຖິ້ມ. 8. ສະຫລຸບ, ຕີລາຄາ, ຖອດ ຖອນບົດຮຽນ ແລະ ລາຍງານກ່ຽວ ກັບວຽກງານເລືອກຕັ້ງຕໍ່ຄະນະ ກໍາມະການເລືອກຕັ້ງຂັ້ນເມືອງ. 9. ຄັດເລືອກຜູ້ທີ່ມີຜົນງານດີ ເດັ່ນ ແລ້ວສະເໜີໃຫ້ຄະນະກໍາມະ ການເລືອກຕັ້ງຂັ້ນເມືອງ ພິຈາລະນາ ແລະ ສະເໜີຂັ້ນເທິງຕົກລົງຍ້ອງຍໍ. 10. ນໍາໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນ ກ່ຽວກັບວຽກງານເລືອກ ຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຄໍາຖາມ 13:ໍ ການກໍານົດວັນ ເວລາເລືອກຕັ້ງ ມີແນວໃດ? ຕອບ: ຄະນະປະຈໍາສະພາແຫ່ງ ຊາດ ເປັນຜູ້ກໍານົດວັນເລືອກຕັ້ງ ແລ້ວສະເໜີປະທານປະເທດອອກ ລັດຖະດໍາລັດປະກາດຢ່າງເປັນທາງ ການ ກ່ອນວັນເລືອກຕັ້ງ ພາຍໃນ ເວລາ ເກົ້າສິບວັນ. ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງດໍາເນີນ ໃນວັນ ດຽວກັນຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍຖືເອົາ ວັນອາທິດ ເປັນວັນເລືອກຕັ້ງ. ໃນ ກໍລະນີມີຄວາມຈໍາເປັນຄະນະປະ ຈໍາສະພາແຫ່ງຊາດ ອາດກໍານົດວັນ ເລືອກຕັ້ງສະເພາະກ່ອນ ຫລື ຫລັງ ວັນເລືອກຕັ້ງທີ່ໄດ້ກໍານົດໄວ້ນັ້ນກໍ ໄດ້. ຄໍາຖາມ 14: ໍລະບຽບການປ່ອນ ບັດເລືອກຕັ້ງ ມີແນວໃດ? ຕອບ: ລະບຽບການປ່ອນບັດ ເລືອກຕັ້ງ ມີດັ່ງນີ້: 1. ສະຖານທີ່ປ່ອນບັດເລືອກຕັ້ງ ໃຫ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມ, ສະດວກດີ ແລະ ມີຄວາມປອດໄພ ເຊັ່ນ: ໂຮງຮຽນ, ສະໂມສອນ, ວັດ ຫລື ສະຖານທີ່ອື່ນ ໂດຍຈັດເປັນ ຫ້ອງສະເພາະ ເພື່ອໃຫ້ຜູ້ປ່ອນບັດ ຂີດບັດລົງຄະແນນສຽງເລືອກຕັ້ງ. 2. ການປ່ອນບັດເລືອກຕັ້ງສະ ມາຊິກສະພາ ໃນແຕ່ລະໜ່ວຍເລືອກ ຕັ້ງໃຫ້ມີສອງຫີບປ່ອນບັດ ຄື: ຫີບ ປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ຫີບປ່ອນບັດສະມາຊິກສະພາ ປະຊາຊົນຂັ້ນແຂວງ. 3. ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງຕ້ອງແນະນໍາ, ເຜີຍແຜ່ລະບຽບການຕ່າງໆ, ວິທີຂີດ ບັດ ແລະ ວິທີປ່ອນບັດລົງຄະແນນ ສຽງໃຫ້ຜູ້ມີສິດເລືອກຕັ້ງທຸກຄົນ ເຂົ້າໃຈ. 4. ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ຕ້ອງໄຂຫີບບັດ ໃຫ້ເຫັນທາງໃນ ໂດຍຊ້ອງໜ້າຜູ້ມີ ສິດເລືອກຕັ້ງກ່ອນການປ່ອນບັດ. 5. ຜູ້ມີສິດເລືອກຕັ້ງ ຕ້ອງສະເໜີ ຕົວ ແລະ ແຈ້ງບັດຢັ້ງຢືນຕໍ່ຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ ເພື່ອຮັບເອົາບັດລົງຄະແນນສຽງ ທັງສອງຫີບບັດ. 6. ຜູ້ມີສິດເລືອກຕັ້ງທີ່ບໍ່ຮູ້ໜັງສື ຊຶ່ງບໍ່ສາມາດຂີດບັດດ້ວຍຕົນເອງ ໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ມີສິດແຕ່ງຕັ້ງ ຜູ້ຮັບຜິດຊອບຊ່ວຍຂີດບັດ, ແຕ່ຕ້ອງ ປະຕິບັດຕາມຄວາມມັກ, ການຊີ້ ບອກຂອງຜູ້ນັ້ນ ແລະ ໃຫ້ຜູ້ກ່ຽວນໍາ ເອົາບັດລົງຄະແນນສຽງໄປປ່ອນ ໃສ່ແຕ່ລະຫີບບັດດ້ວຍຕົນເອງ. ໃນ ກໍລະນີປ່ອນບັດດ້ວຍຕົນເອງບໍ່ໄດ້ ກໍມອບໃຫ້ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງຜູ້ໃດໜຶ່ງຊ່ວຍນໍາ ເອົາບັດໄປປ່ອນໃສ່ແຕ່ລະຫີບບັດ ໂດຍຊ້ອງໜ້າຜູ້ກ່ຽວ. 7.ຜູ້ມີສິດເລືອກຕັ້ງເຈັບປ່ວຍ, ເສຍອົງຄະ, ເຖົ້າແກ່ໄປປ່ອນບັດ ບໍ່ໄດ້ນັ້ນ ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ຕ້ອງຈັດຕັ້ງໜ່ວຍ ຮັບຜິດຊອບຫີບບັດເຄື່ອນທີ່ໄປຮັບ ເອົາບັດລົງຄະແນນສຽງກັບທີ່. 8. ຜູ້ມີສິດເລືອກຕັ້ງຫາກຂີດ ບັດຜິດ ຕ້ອງສົ່ງບັດທີ່ຂີດຜິດນັ້ນ ຄືນ ແລ້ວຂໍເອົາບັດໃໝ່ນໍາຄະນະ ຮັບຜິດຊອບໜ່ວຍປ່ອນບັດເລືອກ ຕັ້ງ. 9. ຜູ້ມີສິດເລືອກຕັ້ງຕ້ອງປ່ອນ ບັດລົງຄະແນນສຽງໃສ່ແຕ່ລະຫີບ ບັດເທື່ອລະຄົນ. ຄໍາຖາມ 15:ໍ ການນັບຄະນະ ແນນສຽງ ແລະ ການປະກາດຜົນ ການເລືອກຕັ້ງ ມີແນວໃດ? ຕອບ: ການນັບຄະແນນສຽງ ແລະ ການປະກາດຜົນການເລືອກ ຕັ້ງມີດັ່ງນີ້: 1. ການນັບຄະແນນສຽງ ຕ້ອງ ດໍາເນີນຢ່າງເປີດເຜີຍ ໂດຍຊ້ອງໜ້າ ຕົວແທນມາຈາກແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂອງ ໜ່ວຍປ່ອນບັດເລືອກຕັ້ງນັ້ນ. ນັກ ຂ່າວ ແລະ ຜູ້ຕາງໜ້າຂອງຜູ້ສະໜັກ ຮັບເລືອກຕັ້ງ ຈະເຂົ້າຮ່ວມສັງເກດ ການແລະ ຕິດຕາມການນັບຄະແນນ ສຽງກໍໄດ້. ຄະນະຮັບຜິດຊອບໜ່ວຍ ປ່ອນບັດເລືອກຕັ້ງ ຕ້ອງແບ່ງເປັນ ສອງຈຸ ຄື: ຈຸຮັບຜິດຊອບຫີບປ່ອນ ບັດເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ຈະຮັບຜິດຊອບຫີບປ່ອນ ບັດເລືອກຕັ້ງສະມາຊິກສະພາປະຊາ ຊົນຂັ້ນແຂວງ. ການນັບຄະແນນສຽງນັ້ນ ໃຫ້ ຜູ້ໜຶ່ງອ່ານ, ຜູ້ໜຶ່ງກວດກາຄືນ, ຜູ້ ໜຶ່ງຂຽນ ແລະ ຜູ້ອື່ນ ເປັນຜູ້ຕິດຕາມ ແລະ ບັນທຶກ. 2. ການປະກາດຜົນການເລືອກ ຕັ້ງ ພາຍຫລັງຄະນະກໍາມະການ ເລືອກຕັ້ງ ໄດ້ສໍາເລັດການນັບຄະ ແນນສຽງເປັນທີ່ຮຽບຮ້ອຍ ແລະ ຖືກຕ້ອງແລ້ວ ໃຫ້ປະຕິບັດ ດັ່ງນີ້: 1) ຄະນະກໍາມະການເລືອກຕັ້ງ ຂັ້ນແຂວງ ສົ່ງຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ໄປຍັງ ຄະນະກໍາມະການເລືອກຕັ້ງລະດັບ ຊາດ ເພື່ອສັງລວມ ແລະ ປະກາດ ຜົນຢ່າງເປັນທາງການ ພາຍໃນ ເວລາ ສິບວັນລັດຖະການ. 2) ຄະນະກໍາມະການເລືອກ ຕັ້ງຂັ້ນເມືອງ ສົ່ງຜົນການເລືອກ ຕັ້ງສະມາຊິກສະພາປະຊາຊົນຂັ້ນ ແຂວງໄປຍັງຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ເພື່ອສັງລວມ ແລະ ປະກາດຜົນຢ່າງເປັນທາງ ການພາຍໃນເວລາເຈັດວັນລັດຖະ ການ. ພ້ໍກັນໃໝ່ໃນສະບັບໜ້າ ພະແນກຕຳຫລວດຄຸ້ມຄອງທຸລະກິດ ການທ່ອງທ່ຽວ, ສະມາຄົມທຸລະກິດ ການທ່ອງທ່ຽວ ພ້ອມດ້ວຍທີມ ງານໄດ້ລົງຊຸກຍູ້ວຽກງານປົກປັກ ຮັກສາທຳມະຊາດ. ໃນນັ້ນ, ໄດ້ ປືກສາຫາລື ວາງແຜນຮ່ວມກັນ ກັບອົງການຈັດຕັ້ງບ້ານ ກ່ຽວກັບ ການທ່ອງທ່ຽວຢູ່ບ້ານ ນາລັນເໜືອ ແລະ ບ້ານນາໂຮມ ເມືອງຫລວງ ນໍ້າທາ ແຂວງຫລວງນໍ້າທາ , ການ ລົງເຮັດວຽກໃນຄັ້ງນີ້ ກໍເພື່ອເຜີຍແຜ່ ຂໍ້ຕົກລົງ ຂອງຫົວໜ້າພະແນກ ວັດ ທະນະທຳ ແລະ ການທ່ອງທ່ຽວ ສະບັບເລກທີ 78/ວທຫທ, ລົງ ວັນທີ 9 ມັງກອນ 2025, ວ່າດ້ວຍ ການກຳນົດຄ່າບໍລິການທ່ອງທ່ຽວ ສຳລັບພາກລັດ, ເອກະຊົນ ແລະ ປະຊາຊົນ ມີສ່ວນຮ່ວມນໍາວຽກງານ ທ່ອງທ່ຽວ, ປະເມີນຄືນໂຮມສະເຕ ທີ່ໄດ້ຮັບອະນຸຍາດໃຫ້ເປີດບໍລິການ ໃນໄລຍະຜ່ານມາ ແລະ ປະເມີນ ຄອບຄົວທີ່ມີເງື່ອນໄຂຈະເຮັດໃໝ່, ແກ້ໄຂການບຸກລຸກປ່າຂອບເຂດ ແຫລ່ງທ່ອງທ່ຽວດົງກຳ ບ້ານນາ ລັນເໜືອ, ຊຸກຍູ້ວຽກງານບໍລິການ ທ່ອງທ່ຽວຢູ່ບ້ານນາລັນໃຕ້, ບ້ານ ນາລັນເໜືອ ແລະ ຊຸກຍູ້ຄອບຄົວ ທີ່ມີຄວາມພ້ອມຈະເປີດບໍລິການ ໂຮມສະເຕ ແລະ ລົງຊຸກຍູ້ກ່ຽວກັບ ການບຸກລຸກຖາງປ່າໃນຂອບເຂດ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ຜູ້ແທນ ຮັບສະໝັກເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ເຄື່ອນໄຫວແນະນຳ ໂຕກັບຜູ້ມີສິດປ່ອນບັດເລືອກຕັ້ງຢູ່ ເມືອງນານ ໃນວັນທີ 10 ກຸມພາ 2026 ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກ ທ່ານ ໄຊນະຄອນ ສຸດທິດາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ເມືອງນານ ພ້ອມດ້ວຍຄະນະນຳ, ພະນັກງານ-ລັດຖະກອນພາຍໃນ ເມືອງ ແລະ ປະຊາຊົນບັນດາເຜົ່າ ອ້ອມຂ້າງເມືອງ. ທ່ານ ໄຊນະຄອນ ສຸດທິດາ ໄດ້ລາຍງານວ່າ: ເມືອງນານ ມີ 49 ບ້ານ, 6.182 ຄອບຄົວ, ພົນລະເມືອງ 33.479 ຄົນ ຍິງ 19.359 ຄົນ, ມີ 9 ເຜົ່າ, ແບ່ງອອກ ເປັນ 6 ກຸ່ມບ້ານ ແລະ 15 ບ້ານ ໃນ ເທສະບານເມືອງ, ຜູ້ມີສິດປ່ອນບັດ ເລືອກຕັ້ງທັງໝົດ 20.315 ຄົນ ຍິງ 10.192 ຄົນ, ກຳນົດໜ່ວຍປ່ອນ ບັດເລືອກຕັ້ງ 51 ໜ່ວຍ ໃນນັ້ນ, ມີ ໜ່ວຍເຄື່ອນທີ່ 1 ໜ່ວຍ ແລະ ກໍານົດ ຈຸດໂຄສະນາຫາສຽງ ຜູ້ລົງສະໝັກ ເລືອກຕັ້ງສະພາແຫ່ງຊາດ ມີ 2 ຈຸດ ຄື: ຢູ່ສໍານັກງານເມືອງ ແລະ ກຸ່ມ ບ້ານຫ້ວຍຫອຍ. ພ້ອມນັ້ນ, ໄດ້ກໍາ ນົດຈຸດລົງໂຄສະນາຫາສຽງ ຂອງ ຜູ້ລົງສະໝັກຮັບເລືອກຕັ້ງ ສສຂ ປະ ຈໍາເຂດເລືອກຕັ້ງ ເມືອງນານ ມີ 8 ຈຸດ. ການເຄື່ອນໄຫວແນະນຳ ໂຕ ຂອງຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ສາຍ 5 ເມືອງໃຕ້ ຢູ່ ເມືອງນານ ໃນຄັ້ງນີ້ ມີຜູ້ສະໝັກ ທັງໝົດ 7 ທ່ານ ຍິງ 2 ທ່ານ ຈາກ ຈໍານວນຜູ້ສະໝັກທັງໝົດ 14 ທ່ານ ຍິງ 5 ທ່ານ ຊຶ່ງຜູ້ຮັບສະໝັກເລືອກ ຕັ້ງທັງໝົດ ໄດ້ພັດປ່ຽນກັນແນະນຳ ໂຕ ຜ່ານປະຫວັດການເຄື່ອນໄຫວ ແຕ່ລະໄລຍະຂອງຕົນເອງ ພ້ອມ ທັງຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນ, ພາລະບົດບາດ, ສິດ-ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ ແລະ ເປົ້າໝາຍຂອງຕົນເອງ ໃຫ້ຜູ້ ມີສິດປ່ອນບັດເລືອກຕັ້ງຮັບຮູ້ ເພື່ອ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ຕັດສິນໃຈເລືອກເອົາຜູ້ແທນຂອງຕົນ ທີ່ເຫັນວ່າມີມາດຖານຄົບຖ້ວນ ເຂົ້າ ໄປເຮັດວຽກຢູ່ໃນສະພາ. ພ້ອມນັ້ນ, ຕາງໜ້າການນຳ ເມືອງ ຍັງໄດ້ອ່ານປະຫວັດຂອງ ຜູ້ສະໝັກທ່ານອື່ນ ທີ່ບໍ່ໄດ້ຮ່ວມ ຂະບວນການໃນຄັ້ງນີ້ ໃຫ້ຜູ້ມີສິດ ເລືອກຕັ້ງເມືອງນານ ຮັບຮູ້ຕື່ມອີກ. ພາຍຫລັງສຳເລັດເມືອງນານແລ້ວ ຄະນະຜູ້ສະໝັກຮັບເລືອກຕັ້ງ ຈະ ສືບຕໍ່ເຄື່ອນໄຫວຢູ່ເມືອງຊຽງເງິນ, ໂພນໄຊ ແລະ ເມືອງປາກແຊງ ຕາມ ລຳດັບຈົນກວ່າຈະສຳເລັດ. ປ່າສະຫງວນ (ຂອບເຂດເສັ້ນທາງ ຍ່າງປ່າ, ລອງເຮືອ) ພ້ອມນີ້ກໍ ໄດ້ມີການຈັດຕັ້ງເຜີຍແຜ່ນິຕິກຳ ກ່ຽວກັບການກຳນົດບໍລິການ, ປະເມີນມາດຕະຖານເຮືອນພັກ ແຮມປະຊາຊົນ (Home stay) ມີທັງໝົດ 13 ຄອບຄົວ, ເຮັດບົດ ບັນທຶກປິດບໍລິການ 1 ຄອບຄົວ, ປັບປຸງ 1 ຄອບຄົວ; ສໍາລັບບ້ານນາ ໂຮມ ເປັນບ້ານເປົ່າໝາຍຂະຫຍາຍ ໃໝ່, ມີຄວາມພ້ອມບໍລິການທີ່ພັກ 8 ຄອບຄົວ, ສະເໜີໃໝ່ 2 ຄອບຄົວ ມີກິດຈະກຳຈັກສານ, ຕີມີດ, ຍິງ ໜ້າເກັກ ແລະ ສະແດງສິລະປະວັນນະຄະດີ ຂອງເຜົ່າພາຍໃນບ້ານ, ໄດ້ເອົາໃຈໃສ່ວຽກປ່າສະຫງວນ ເປັນຕົ້ນ ໄດ້ເຜີຍແຜ່ນິຕິກຳກ່ຽວກັບ ປ່າສະຫງວນ, ການຕ້ານໄຟໄໝ້ ລາມປ່າ ແລະ ແກ້ໄຂບັນຫາການ ບຸກລຸກປ່າສະຫງວນດົງກຳ ບ້ານ ນາລັນຕື່ມອີກ. ທັງໝົດທີ່ກ່າວມານັ້ນ, ກໍເພື່ອ ເປັນການສົ່ງເສີມອະນຸລັກ ແລະ ປົກ ປັກຮັກສາປ່າໄມ້, ສິ່ງແວດລ້ອມໃຫ້ ອຸດົມສົມບູນ ແລະ ຄົງຢູ່ຕະຫລອດ ໄປ, ຄຽງຄູ່ກັບການພັດທະນາ ວຽກ ງານທ່ອງທ່ຽວໄປພ້ອມໆກັບການ ອະນຸລັກທາງທໍາມະຊາດໂດຍ ປະຊາຊົນມີສ່ວນຮ່ວມໃນເຂດປ່າສະ ຫງວນແຫ່ງຊາດນໍ້າຫ້າ.

RkJQdWJsaXNoZXIy MTc3MTYxMQ==