ຂປລ
ຂປລ. ໃນວັນທີ 5 ທັນວາ 2023 ຜ່ານມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດວັນຄ້າຍ ວັນພະບໍຣົມຣາດຊະສົມພົບ ຂອງພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2023

ຂປລ. ໃນວັນທີ 5 ທັນວາ 2023 ຜ່ານມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດວັນຄ້າຍ ວັນພະບໍຣົມຣາດຊະສົມພົບ ຂອງພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2023 ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ລັດຖະ ມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຄະນະທູຕານຸ ທູດ, ຜູ້ແທນອົງການລະຫວ່າງປະເທດ ແລະ ຊາວໄທ ທີ່ອາໄສຢູ່ ສປປ ລາວ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວເຖິງການພົວພັນອັນໃກ້ຊິດ ແລະ ພິເສດລະຫວ່າງ ໄທ ແລະ ສປປ ລາວ ເຊິ່ງປຽບເໝືອນຄອບຄົວ ທີ່ມີຄວາມເຂົ້າໃຈກັນ, ຄວາມຫ່ວງໄຍ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໄລຍະຜ່ານມາ, ທັງສອງປະເທດ ໃຫ້ຄວາມສຳຄັນຕໍ່ການສົ່ງເສີມການເຊື່ອມໂຍງ ທາງກາຍະພາບທາງບົກ ລະຫວ່າງກັນ ໂດຍສະເພາະທາງລົດ ແລະ ທາງລົດໄຟ ເຊິ່ງຈະຊ່ວຍສົ່ງເສີມການໄປມາຫາສູ່ ລະຫວ່າງປະຊາຊົນ ແລະ ການຂົນສົ່ງສິນຄ້າ. ນອກຈາກນີ້, ທ່ານທູດ ຍັງໄດ້ເນັ້ນຄວາມພ້ອມຂອງໄທ ທີ່ຈະສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ແລະ ປີທ່ອງທ່ຽວລາວ ໃນປີ 2024.
ໃນໂອກາດດັ່ງກ່າວ, ເອກອັກຄະຣາຊະທູດ ແລະ ແຂກກຽດຕິຍົດ ໄດ້ຝາກຄຳອວຍພອນເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຖວາຍພະພອນໄຊມຸງຄຸນແດ່ ພະບາດສົມເດັດພະເຈົ້າຢູ່ຫົວ ລວມເຖິງການພົວພັນລະຫວ່າງໄທ ແລະ ສປປ ລາວ.
KPL