ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນ

07/12/2023 15:51
Email Print 702
ຂປລ ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ​ໃນ​ວັນ​ທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍ​ໄດ້ເນັ້ນໃຫ້ສະຫະພັນ​ແມ່ຍິງທຸກຂັ້ນ ເອົາໃຈໃສ່ຫລາຍບັນຫາສໍາຄັນ



ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ
3 ສະໄໝທີ VIII ​ໃນ​ວັນ​ທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍ​ໄດ້ເນັ້ນໃຫ້ສະຫະພັນ​ແມ່ຍິງທຸກຂັ້ນ ເອົາໃຈໃສ່ຫລາຍບັນຫາສໍາຄັນ ໂດຍສະເພາະ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕ້ອງຖືເປັນໜ້າທີ່ສໍາຄັນຕົ້ນຕໍອັນດັບໜຶ່ງ ຖືເປັນວຽກງານຍຸດທະສາດ ທີ່ຕ້ອງເຮັດຢ່າງ ເນື່ອງນິດລຽນຕິດ ແລະ ຍາວນານດ້ວຍຫລາຍວິທີການ ທີ່ແຂງແຮງກວ່າເກົ່າ ແນໃສ່ປຸກລະດົມແນວຄິດແມ່ຍິງ ຢ່າງກວ້າງຂວາງເລິກເຊິ່ງ ໃຫ້ມີຄວາມຕື່ນຕົວປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມ​ນີ້, ສະມາຊິກແມ່ຍິງລາວທຸກຄົນ ຕ້ອງສູ້ຊົນບຸກບືນຝຶກຝົນ ຫລໍ່ຫລອມຕົນເອງຮອບດ້ານ ເປັນຕົ້ນ ດ້ານຄວາມຮູ້-ຄວາມສາມາດ, ດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ພາສາຕ່າງປະ ເທດ, ມີຄວາມສະດຸ້ງໄວ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ; ຕ້ອງຕີຖອຍ-ແກ້ໄຂ ແນວຄິດຄອງເດີມ, ເອື່ອຍອີງ ແລະ ປະລະຄວາມເຊື່ອຖືຮີດຄອງປະເພນີອັນຫລ້າຫລັງງົມງວາຍ ທີ່ເປັນການກົດໜ່ວງ ການພັດທະນາຊີວິດການເປັນຢູ່ ຂອງເອື້ອຍນ້ອງແມ່ຍິງລາວ; ເອົາໃຈໃສ່ປັບປຸງການຈັດຕັ້ງ ຂອງສະຫະພັນແມ່ຍິງແຕ່ສູນກາງ ລົງຮອດຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງ ເປັນຕົ້ນ ວຽກງານປັບປຸງການ ຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງນໍາພາປະຕິບັດໜ້າທີ່ການເມືອງ ໃຫ້ໄດ້ຮັບໝາກຜົນຢ່າງ ເປັນຮູບປະທໍາໃນແຕ່ລະໄລຍະ. ສະນັ້ນ, ຄະນະສະຫະພັນແມ່ຍິງລາວແຕ່ລະຂັ້ນ ຕ້ອງພ້ອມກັນກວດກາຄືນການຈັດຕັ້ງຢູ່ຂັ້ນໃດ, ບ່ອນໃດ, ຂອດໃດທີ່ຍັງອ່ອນ, ຍັງເປັນພຽງຮູບຮ່າງ-ບໍ່ໄປບໍ່ມາ, ບໍ່ຮູ້ເຮັດວຽກ, ຕ້ອງສຸມໃສ່ປັບປຸງແກ້ໄຂໃຫ້ໄດ້ ພ້ອມກັບການປັບປຸງຂອດການຈັດຕັ້ງ ແລະ ພະນັກງານ ຕ້ອງເອົາໃຈໃສ່ ປັບປຸງ-ແນະນໍາແບບແຜນ ການເຄື່ອນໄຫວຂອງອົງການ ຈັດຕັ້ງສະຫະພັນແມ່ຍິງ ຢູ່ແຕ່ລະຂັ້ນ ເປັນຕົ້ນ ຢູ່ຂັ້ນຮາກຖານໃຫ້ຮູ້ປະຕິ ບັດໜ້າທີ່ຕາມພາລະບົດບາດ ແລະ ສິດໜ້າທີ່ຂອງຕົນ. ພ້ອມກັນນັ້ນຕ້ອງປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ຖືກຕ້ອງ ແທດຕົວຈິງກັບຮາກຖານ, ການເຮັດວຽກມີແຜນການ, ແຜນງານ, ໂຄງການລະອຽດ, ມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫລຸບຖອນຖອນ ບົດຮຽນໃນແຕ່ລະໄລຍະ, ຮູ້ນໍາພາເສີມຂະຫຍາຍດ້ານຕັ້ງໜ້າ, ດັດແປງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງຢ່າງທັນການ; ສືບຕໍ່ເອົາ ໃຈໃສ່ປັບປຸງຫັນການເຄື່ອນໄຫວ ຂອງອົງການຈັດຕັ້ງແມ່ຍິງ ຢູ່ຂັ້ນສູນກາງ, ແຂວງ, ເມືອງລົງສູ່ຮາກຖານ ແລະ ອື່ນໆ; ສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາ ຂອງຄະນະສະຫະພັນແມ່ຍິງ ແຕ່ລະຂັ້ນຕາມເນື້ອໃຈຈິດໃຈຂອງມະຕິ 05/ຄບສພ; ກ່ອນອື່ນໝົດຕ້ອງ ປ່ຽນແປງ ໃໝ່ຕົນເອງໃນວິທີເຮັດວຽກ, ວິທີປຸກລະດົມຂົນຂວາຍຊວນເຊື່ອແມ່ຍິງບັນດາເຜົ່າ, ປ່ຽນແປງໃໝ່ເນື້ອໃນ ແລະ ແບບແຜນວິທີເຄື່ອນໄຫວ ໃຫ້ແທດເໝາະກັບຕົວຈິງ ຢູ່ແຕ່ລະຮາກຖານຂອງຕົນ; ຄະນະບໍລິຫານງານ ແລະ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເພີ່ມທະວີ ຍົກສູງຄວາມຮູ້-ຄວາມສາມາດຂອງຕົນ ໃຫ້ທຽບທັນກັບໜ້າທີ່ການເມືອງ ໃນໄລຍະໃໝ່ ກໍຄື ໃນສະພາບການປັດຈຸບັນ.



ໃນສະພາບທີ່ພົບກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດຄືແນວນີ້, ຮຽກຮ້ອງເຖິງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ຕ້ອງສືບຕໍ່ເອົາໃຈໃສ່ ປະຕິບັດພາລະບົດບາດ ເປັນຕົວແທນແຫ່ງ ການປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ ໃນການພັດທະນາ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໂດຍນໍາພາຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນໃນທ້າຍສະໄໝ
, ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາແມ່ຍິງແຫ່ງຊາດ ຕິດພັນກັບການປະຕິບັດ ສອງວາລະແຫ່ງຊາດ ໂດຍສະເພາະ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ປຸກລະດົມແມ່ຍິງເຂົ້າຮ່ວມ ໃນການປະຕິບັດແນວທາງ, ແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ຂອງບັນດາໂຄງການພັດທະນາ ໃຫ້ບັນລຸຜົນສໍາເລັດ; ເລີ່ມແຕ່ປີ 2024 ນີ້ເປັນຕົ້ນໄປ ຕ້ອງພ້ອມກັນຄົ້ນຄວ້າກະກຽມສ້າງເງື່ອນໄຂຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງສະຫະພັນແມ່ຍິງ ໃຫ້ໄປຕາມແຜນການທີ່ໄດ້ກໍານົດໄວ້; ປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເອົາໃຈໃສ່ ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ ໃນສັງຄົມ ກໍຄື ຖັນແຖວແມ່ຍິງ ໃຫ້ຫລຸດລົງເທື່ອລະກ້າວ, ຊຸກຍູ້ສົ່ງເສີມໃຫ້ແມ່ຍິງລາວ ບັນດາເຜົ່າໄດ້ ທໍາມາຫາກິນ ແລະ ດໍາລົງຊີວິດ ຢ່າງເປັນປົກກະຕິໃນເງື່ອນໄຂໃໝ່, ໂຄສະນາປຸກລະດົມຂົນຂວາຍ ຊຸກຍູ້ສົ່ງເສີມໃຫ້ເຂົາ ເຈົ້າໄດ້ເຂົ້າຮ່ວມໃນການສ້າງເສດຖະກິດຄອບຄົວ, ຊອກຫາແຫລ່ງລາຍຮັບ ດ້ວຍການຜະລິດເປັນສິນຄ້າ ແລະ ການບໍລິການ ເພື່ອປະກອບສ່ວນ ພັດທະນາ ເສດຖະກິດ-ສັງຄົມ ໂດຍເລີ່ມຈາກການນໍາໃຊ້ທ່າແຮງບົ່ມຊ້ອນ ທີ່ເປັນສີໄມ້ລາຍມີອັນປານີດ ຂອງແມ່ຍິງລາວບັນດາເຜົ່າ ເປັນຕົ້ນ ຫັດຖະກໍາແຜ່ນ, ຕໍ່າຫູກທໍໄໝ, ຫັດຖະກໍາຜ້າຝ້າຍ ແລະ ອື່ນໆທີ່ເປັນມູນເຊື້ອພ້ອມທັງປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ໃນການຊຸກຍູ້ວຽກງານ ໂຄສະນາສຸຂະສຶກສາ ແລະ ການຮັກສາສຸຂະພາບຂອງແມ່ ແລະ ເດັກ ໄປຄຽງຄູ່ກັບສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ເຂົ້າເຖິງການບໍລິການ ດ້ານສາທາລະນະສຸກ, ມີໂພຊະນາການທີ່ດີ ເພື່ອເຮັດໃຫ້ອັດຕາສ່ວນ ການຕາຍຂອງແມ່ ແລະ ເດັກຫລຸດລົງ ຮັບປະກັນໃຫ້ປະຊາຊົນ ກໍຄືແມ່ຍິງບັນດາເຜົ່າ ແລະ ເດັກມີສຸຂະພາບແຂງແຮງ, ສົມບູນມີອາຍຸຍືນ; ສ້າງສະຖາບັນຄອບຄົວໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມຜາສຸກ; ຕ້ອງສືບຕໍ່ພົວ ພັນຮ່ວມມືກັບແມ່ຍິງ ປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນຢ່າງມີການເລືອກເຟັ້ນ. ພ້ອມນັ້ນ, ຈົ່ງສືບຕໍ່ເພີ່ມທະວຽກງານ ຕິດຕາມກວດກາ ຢູ່ພາຍໃນຄະນະບໍລິຫານງານ ສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ທົ່ວສະມາຊິກສະຫະພັນແມ່ຍິງລາວ ໃຫ້ເປັນປົກກະຕິ, ທົ່ວເຖິງເພື່ອເສີມຂະຫຍາຍດ້ານຕ່າງໆ ໃຫ້ດີຂຶ້ນເລື້ອຍໆ.

ຂໍ້​ມູນ-ພາບ: ໜັງສືພິມ ປະຊາຊົນ

KPL

ຂ່າວອື່ນໆ

ads
ads

Top