ຂປລ
ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ກິມ ເທ ຮຶມ ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມຂອງທ່ານ ເຈົ້າແຂວງຊຸງຊອງນຳໂດພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບມື້ນັບກວ້າງຂວາງຍິ່ງຂຶ້ນ. ພ້ອມທັງ ຕີລາຄາສູງ ຕໍ່ໝາກຜົນໃນເບື້ອງຕົ້ນຂອງການຮ່ວມມືກັນ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ແລະ ແຂວງຊຸງຊອງນຳໂດ ຂອງ ສ ເກົາຫລີ ໂດຍສະເພາະ ການຮ່ວມມືດ້ານແຮງງານ ຊຶ່ງເປັນການເປີດໂອກາດ ໃຫ້ແກ່ແຮງງານລາວ ໄດ້ໄປເຮັດວຽກຕາມລະດູການ ຢູ່ບັນດາເມືອງຂອງ ແຂວງ ຊຸງຊອງນຳໂດ ເພາະນອກ ຈາກຈະເປັນການສ້າງລາຍຮັບ ແກ່ແຮງງານລາວແລ້ວ, ຍັງເປັນການສົ່ງເສີມການພັດທະນາ ທັກສະສີມືແຮງງານ ແລະ ຮຽນຮູ້ແບບແຜນການເຮັດວຽກ ແບບອຸດສະຫະກຳ ດ້ານກະສິກຳ ຕື່ມອີກ.
ໄລຍະຜ່ານມາ ທາງແຂວງ ຊຸງຊອງນຳໂດ ໄດ້ໃຫ້ການຊ່ວຍເຫລືອຫລາຍດ້ານແກ່ ສປປ ລາວ ເປັນຕົ້ນ ໄດ້ຊ່ວຍເຫລືອລ້າລົດຮັບສົ່ງຄົນເຈັບ, ຄອມພິວເຕີ, ໂຕະ-ຕັ່ງນັກຮຽນ ແລະ ເຄື່ອງແຈ້ງເຕືອນອັກຄີໄພຈຳນວນໜຶ່ງ ໃຫ້ແກ່ ສປປ ລາວ ໂດຍຜ່ານ ກະຊວງ ແຮງງານ ແລະ ສະຫວັດດີການ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ໃນຕໍ່ໜ້າ ສະເໜີໃຫ້ສອງຝ່າຍສືບຕໍ່ ຮ່ວມມືກັນຈັດຕັ້ງປະຕິບັດ ບັນດາເນື້ອໃນບົດບັດທຶກການຮ່ວມມື ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ເກີດຜົນຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ແຮງງານລາວ ໄດ້ມີໂອກາດໄປເຮັດວຽກຕາມລະດູການ ຢູ່ບັນດາເມືອງຂອງ ແຂວງ ຊຸງຊອງນຳໂດ ໃຫ້ຫລາຍຂຶ້ນ. ພ້ອມນີ້, ກໍພ້ອມກັນຄົ້ນຄວ້າ ແລະ ຊອກກາລະໂອກາດ ໃນການຂະຫຍາຍອອກໄປສູ່ ຂົງເຂດວຽກງານອື່ນໆ ໃຫ້ກວ້າງຂວາງກວ່າເກົ່າ ລວມທັງດ້ານການຄ້າ, ການທ່ອງທ່ຽວ, ກະສິກຳ ແລະ ອື່ນໆ. ເຊື້ອໝັ້ນວ່າ ການຮ່ວມມືລະຫວ່າງສອງລັດຖະບານ ແລະ ປະຊາຊົນຂອງສອງຊາດ ລາວ-ເກົາຫລີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງການໄປມາຫາສູ່ກັນ, ແລກປ່ຽນຖອດຖອນບົດຮຽນນໍາກັນ ແລະ ໃຫ້ການສະໜັບສະໜູນຊຸກຍູ້ເຊິ່ງກັນ ແລະ ກັນ ໃຫ້ນັບມືນັບຫລາຍຂຶ້ນ.
ໂອກາດນີ້, ທ່ານ ກິມ ເທ ຮຶມ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແຂວງ ຊຸງຊອງນຳໂດ ໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບຊາບ. ນອກຈາກເປັນການທົບທວນບົດບັນທຶກ ການຮ່ວມມືສອງຝ່າຍນຳກັນແລ້ວ ທາງຝ່າຍ ສ ເກົາຫລີ ຍັງມີຈຸດປະສົງໃນການປຶກສາຫາລື ກ່ຽວກັບຍຸດທະສາດການຮ່ວມມື ໃນການຮັບມືກັບວິກິດການສາກົນ ໂດຍສະເພາະ ບັນຫາການປ່ຽນແປງ ຂອງດິນຟ້າອາກາດ, ການແລກປ່ຽນການທ່ອງທ່ຽວ, ການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ກະສິກຳ ໂດຍມີຈຸດປະສົງຢາກນຳເອົານັກລົງ ທຶນຂອງແຂວງຊຸງຊອງນຳໂດ ມາລົງທຶນກ່ຽວກັບການກະສິກຳຄົບວົງຈອນແບບທັນສະໄໝ (Smart Agriculture Complex). ນອກຈາກຈະເປັນການສົ່ງເສີມ ການຜະລິດ ເພື່ອສົ່ງອອກ ແລະ ຈຳໜ່າຍຢູ່ພາຍໃນແລ້ວ ຍັງເປັນການສ້າງວຽກເຮັດງານທຳ ໃຫ້ແກ່ແຮງງານລາວ ແທນການສົ່ງອອກແຮງງານ ໄປເຮັດວຽກຕາມລະດູການຢູ່ ສ ເກົາຫລີ.
KPL