ຂປລ
ຂປລ. ພະນັກງານ ຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 6 ທ່ານ ໄດ້ຮັບທຶນໄປຝຶກອົບຮົມກ່ຽວກັບ "ການປະມົງ ແລະ ຂະບວນການຜະລິດນົມແບບຍືນຍົງ" ທີ່ປະເທດອິນເດຍ ພາຍໃຕ້ການຮ່ວມມືຂອບ ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ເຊິ່ງຈະຈັດຂຶ້ນໃນ ລະຫວ່າງວັນທີ 6-19 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າ ການປະມົງສູນກາງ, ໂກກາຕາ, ເວັດເບັງກາຣ ປະເທດອິນເດຍ.

ຂປລ. ພະນັກງານ ຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈຳນວນ 6 ທ່ານ ໄດ້ຮັບທຶນໄປຝຶກອົບຮົມກ່ຽວກັບ "ການປະມົງ ແລະ ຂະບວນການຜະລິດນົມແບບຍືນຍົງ" ທີ່ປະເທດອິນເດຍ ພາຍໃຕ້ການຮ່ວມມືຂອບ ແມ່ນ້ຳຂອງ-ແມ່ນ້ຳຄົງຄາ ເຊິ່ງຈະຈັດຂຶ້ນໃນ ລະຫວ່າງວັນທີ 6-19 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າ ການປະມົງສູນກາງ, ໂກກາຕາ, ເວັດເບັງກາຣ ປະເທດອິນເດຍ.
ການຝືກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ທ່າແຮງ ແລະ ການປະເມີນຄຸ້ມຄອງການປະມົງນ້ຳຈືດ, ບົດບາດຂອງການປະມົງຂະໜາດນ້ອຍ ໃນການປະມົງນ້ຳຈືດທີ່ປະກອບສ່ວນເຂົ້າໃນ ການເກັບກ່ຽວຄົ້ນຄວ້າ ແລະ ເປົ້າໝາຍພັດທະນາແບບຍືນຍົງ, ພ້ອມທັງຮຽນຮູ້ການ ປະເມີນລະບົບນິເວດ ແລະ ຊີວະນາໆພັນ ໂດຍໃຊ້ຊອບແວທີ່ກ້າວໜ້າ, ນຳໃຊ້ເຕັກນິກຂັ້ນສູງໃນການລ້ຽງປານ້ຳຈືດ ສູ່ການບັນລຸການພັດທະນາແບບຍືນຍົງ. ນອກຈາກນີ້, ຍັງຈະໄດ້ຮຽນຮູ້ກ່ຽວກັບຫລັກການ, ທ່າແຮງ ແລະ ປັດໄຈທີ່ສົ່ງຜົນກະທົບຕໍ່ ການປະມົງທີ່ອີງໃສ່ ວັດທະນະທໍາ ກັບກໍລະນີສຶກສາຄົ້ນຄວ້າ/ຜົນສຳ ເລັດຂອງການປະມົງທີ່ອີງ ໃສ່ວັດທະນະທໍາ, ສະຖານະພາບການລ້ຽງປາກະຊັງ ໃນອິນເດຍ ແລະ ການພັດທະນາໄປສູ່ ການບັນລຸວິວັດທະນາການ ການລ້ຽງສັດນ້ຳຄັ້ງທີ 2, ການຄາດຄະເນພົບສິ່ງປົນເປື້ອນ ຢູ່ໃນເຂດນ້ຳຜ່ານ ເຄື່ອງມືວິເຄາະ ທີ່ທັນສະໄໝ ແລະ ການສຶກສາຄົ້ນຄວ້າເສັ້ນທາງປານ້ຳທະເລ ຂ້າມແມ່ນ້ຳເພື່ອມາວ່າງໄຂ້ໃນນ້ຳຈືດ, ການຮັກສາຊະນິດພັນປາທີ່ເຄື່ອນຍ້າຍຂ້າມ ແມ່ນ້ຳແບບຍືນຍົງ ແລະ ອື່ນໆ.
ໃນສົກປີ 2023, ມີພະນັກງານຈາກ ສປປ ລາວ 14 ທ່ານ ໄດ້ເຂົ້າຮ່ວມໂຄງການຝຶກອົບຮົມຕ່າງໆ ທີ່ປະເທດອິນເດຍ ພາຍໃຕ້ການຮ່ວມມື ຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໄລຍະເວລາ 12 ວັນ ໃນຫົວຂໍ້ "ການກະກຽມ ການສຶກສາຄວາມເປັນໄປໄດ້ ແລະ ບົດລາຍງານລະອຽດ ສຳລັບໂຄງການທາງດ່ວນ” ທີ່ສະຖາບັນວິສະວະກອນທາງດ່ວນ ແຫ່ງອິນເດຍ, ນອຍດາ ແລະ ຫົວຂໍ້ "ການອະນຸລັກອານຸສອນສະຖານປະຫວັດສາດ, ວັດທະນະທຳ ແລະ ການແລກປ່ຽນຄະນະຜູ້ແທນ” ທີ່ຫໍພິພິທະພັນແຫ່ງຊາດ, ນິວເດລີ; ຝຶກອົບຮົມ ສຳລັບຂັ້ນຜູ້ຈັດການ (ຄູຝຶກ) ໃນຫົວຂໍ້ “ການກຳຈັດໂລກຕິດຕໍ່ ແລະ ບໍຕິດ ຕໍ່ທີ່ເກີດຂຶ້ນສູງ” ທີ່ສະຖາບັນຄົ້ນຄວ້າມາລາເລຍແຫ່ງຊາດ, ນິວເດລີ. ປັດຈຸບັນ, ມີພະນັກງານ 4 ທ່ານ ຈາກ ສປປ ລາວ ກຳລັງເຂົ້າຮ່ວມຊຸດຝຶກອົບຮົມ 21 ວັນ ໃນຫົວຂໍ້ "ແລກປ່ຽນປະສົບການ ແລະ ຄຸ້ມຄອງຊັບພະຍາກອນນ້ຳ ແລະ ການຝຶກຊ້ອມ ປູກຟັງໃນຊຸມຊົນ” ທີ່ສະຖາບັນຄຸ້ມຄອງນ້ຳ ແລະ ທີ່ດິນພາກຕາເວັນອອກສ່ຽງເໜືອ, ແອັສຊຳ, ປະເທດອິນເດຍ.
ນອກຈາກນີ້, ຍັງຈະມີແຜນການຈັດຊຸດຝຶກອົບຮົມ ການສະຫງວນແນວເຂົ້າປູກ ແລະ ການເສີມຂະຫຍາຍຜະລິດຕະພັນດ້ວຍການໃຊ້ເຄື່ອງຈັກ ເຊິ່ງຈະຈັດຂຶ້ນວັນທີ 27 ມັງກອນ ຫາ 10 ກຸມພາ 2024 ທີ່ສະຖາບັນຄົ້ນຄວ້າກະສິກຳອິນເດຍ, ນິວເດລີ.
ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ ແມ່ນໂຄງການລິເລີ່ມຈາກ 6 ປະເທດຄື: ອິນເດຍ ແລະ ອີກ 5 ປະເທດອາຊຽນ ເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ພາຍໃຕ້ການຊີ້ນຳຂອງນະໂຍບາຍ ດຳເນີນການຕາເວັນອອກ ຂອງອິນເດຍ.
KPL