ຂປລ
ຂປລ. ງານພົບປະອະດີດນັກຮຽນລາວ ທີ່ເຄີຍຮຽນຢູ່ໂຮງຮຽນ T78 ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ທັນວາ 2023 ຢູ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ ລາວ, ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ, ມີອຳນວຍການ ໂຮງຮຽນ T78, ບັນດາການນຳ, ອະດີດການນໍາ ຂັ້ນສູງຂອງຫວຽດນາມ ແລະ ລາວ

ຂປລ. ງານພົບປະອະດີດນັກຮຽນລາວ ທີ່ເຄີຍຮຽນຢູ່ໂຮງຮຽນ T78 ສສ ຫວຽດນາມ ຈັດຂຶ້ນໃນວັນທີ 6 ທັນວາ 2023 ຢູ່ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ ລາວ, ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ສສ ຫວຽດນາມ, ມີອຳນວຍການ ໂຮງຮຽນ T78, ບັນດາການນຳ, ອະດີດການນໍາ ຂັ້ນສູງຂອງຫວຽດນາມ ແລະ ລາວ, ພ້ອມດ້ວຍບັນດາອ້າຍ, ເອື້ອຍ, ນ້ອງອະດີດນັກຮຽນ ໂຮງຮຽນ T78 ເຂົ້າຮ່ວມ ແລະ ຮັບຊົມການສະແດງສິລະປະ ທີ່ສະແດງເຖິງຄວາມສາມັກຄີ ຮັກແພງຢ່າງສະໜິດແໜ້ນ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ ກໍຄື ອະດີດການນໍາຂອງສອງປະເທດໄດ້ກໍ່ສ້າງຂຶ້ນ ແລະ ໄດ້ຮັບການເສີມຂະຫຍາຍມູນເຊື້ອດັ່ງກ່າວ ໃຫ້ງອກງາມຂຶ້ນຈົນມາຮອດປັດຈຸບັນນີ້. ຈາກນັ້ນ ກໍໄດ້ຮັບຊົມວິດີໂອ ບົດສໍາພາດບັນດາອະດີດ ນັກຮຽນລາວ ແລະ ຄູອາຈານຫວຽດນາມ ທີ່ເວົ້າເຖິງການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງນັກຮຽນລາວໃນເມື່ອກ່ອນ ທີ່ຢູ່ໃນສະພາບສົງຄາມ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກຂັດສົນ ແຕ່ບັນດາຄູອາຈານ ກໍຄືຄອບຄົວຄົນຫວຽດນາມ ທີ່ນັກຮຽນລາວໄປອາໄສຢູ່ນັ້ນ ພວກເຂົາໄດ້ເອົາໃຈໃສ່ເບິ່ງແຍງ ແລະ ຮັກແພງນັກຮຽນລາວ ຄືກັບລູກແທ້ໆຂອງພວກເພີ່ນ.

ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນວ່າ: ການພົບປະຄັ້ງນີ້, ເປັນໂອກາດດີໄດ້ພົບໜ້າພົບຕາ ຂອງອະດີດນັກຮຽນ, ຄູອາຈານຫວຽດນາມ ພາຍຫລັງທີ່ໄດ້ຈາກກັນມາຫລາຍປີ ເຊິ່ງເປັນປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫ່ຍ, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ທັງເປັນຄວາມຊົງຈຳທີ່ບໍ່ສາມາດລືມໄດ້ ຂອງຄົນຮຸ້ນກ່ອນ ກໍຄື ຄົນຮຸ່ນໜຸ່ມ ກ່ຽວກັບປະຫວັດສາດ ແຫ່ງຄວາມສາມັກຄີຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ທັງໄລຍະຕໍ່ສູ້ເພື່ອຍາດເອກະລາດແຫ່ງຊາດ ກໍຄື ໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໂດຍສະເພາະ ແມ່ນການສ້າງຊັບພະຍາກອນມະນຸດ ໃຫ້ແກ່ລາວ ຂອງຫວຽດນາມ. ໃນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ ແລະ ຫວຽດນາມ ນັບແຕ່ມີພັກກອມມູນິດອິນດູຈີນ ທີ່ປະທານໂຮ່ຈີ່ມິນ ສ້າງຕັ້ງຂຶ້ນ ໃນປີ 1930 ເປັນຕົ້ນມາ, ການພົວພັນຮ່ວມມື ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ປະຊາ ຊົນສອງຊາດ ພາຍໃຕ້ການນຳພາຂອງພັກ ຢູ່ແຕ່ລະປະເທດ ກໍໄດ້ຊ່ວຍເຫລືອກັນ ແບບເຂົ້າເມັດຫັກຜັກເສັ້ນແບ່ງ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ເຖິງວ່າ ສະພາບການຂອງໂລກ ແລະ ພາກພື້ນຈະຍັງສືບຕໍ່ຜັນແປຢ່າງໄປໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ບວກກັບກົນອຸບາຍ ຂອງອິດທິກຳລັງປໍລະປັກ ທີ່ຍາມໃດກໍຫາທຸກວິທີທາງເພື່ອມ້າງເພທຳລາຍ ສາຍພົວພັນພິເສດລາວ-ຫວຽດນາມ ກໍຕາມ ແຕ່ພັກ, ລັດ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ ຍັງພ້ອມກັນເສີມຂະຫຍາຍ ແລະ ຖະນຸຖະໜອມສາຍພົວພັນທີ່ຫາຍາກນີ້ ໃຫ້ນັບມື້ນັບຈະເລີນງອກງາມ ເກີດດອກອອກຜົນ, ໜ້າທີ່ຂອງພວກເຮົາໃນປັດຈຸບັນ ແມ່ນການສືບຕໍ່ສຶກສາອົບຮົມປະຊາຊົນ ຂອງສອງປະເທດ ໂດຍສະເພາະຊາວໜຸ່ມ, ໄວໜຸ່ມໃຫ້ເຫັນໄດ້ຄວາມ ຮັບຜິດຊອບ ຂອງຕົນໃນການ ປົກປັກຮັກສາສາຍພົວພັນ ທີ່ບໍລິສຸດຜຸດຜ່ອງນີ້ໃຫ້ຄົງຢູ່ຕະຫລອດໄປ.

ສະຫາຍ ເວືອງ ດິງ ເຫວະ ກໍໄດ້ມີຄໍາເຫັນວ່າ: ວັນທີ 1/1/1958 ກໍຄື 65 ປີກ່ອນ, ພາຍໃຕ້ການຊີ້ນຳຂອງປະທານໂຮ່ຈີ່ມິນ ເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ສ້າງຕັ້ງໂຮງຮຽນ “ພິເສດ” ຂຶ້ນກັບຄະນະກຳມະການປະເທດລາວ ມີຊື່ຫຍໍ້ວ່າ T399 ກໍຄື ໂຮງຮຽນມິດຕະພາບ T78 ມີໜ້າທີ່ຊ່ວຍ ຝຶກອົບຮົມ ຊັບພະຍາກອນມະນຸດ ເພື່ອຮັບໃຊ້ ການປະຕິວັດລາວ. ນີ້ແມ່ນໂຮງຮຽນແຫ່ງທຳອິດ ຂອງນັກສຶກສາຕ່າງປະເທດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຫວຽດນາມ, ທັງແມ່ນໂຮງຮຽນທີ່ຝຶກອົບຮົມ ນັກຮຽນລາວຫລາຍທີ່ສຸດ ໃນປະຫວັດສາດ. ພ້ອມນີ້, ໂຮງຮຽນຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ຈາກການນຳພັກ, ລັດຫວຽດນາມ ແລະ ລາວ. ຕະຫລອດ 65 ປີຜ່ານມາ, ຄູ ແລະ ນັກຮຽນ

ຂອງໂຮງຮຽນມິດຕະພາບ T78 ໄດ້ພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະສົບຜົນສຳເລັດໃນໜ້າທີ່ ການມອບໝາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ລາວ. ມາຮອດສົກຮຽນ 2023- 2024 ໂຮງຮຽນໄດ້ຝຶກອົບຮົມ ນັກຮຽນລາວ 27.000 ຄົນ. ໃນນັ້ນ, ມີບັນດານັກສຶກສາຕ່າງປະເທດ ປະສົບຜົນສຳເລັດ ເປັນຈຳນວນຫລວງຫລາຍ ທີ່ມີຄວາມຮັບຜິດຊອບອັນສຳຄັນ ໃນການນຳພາຂອງພັກ ແລະ ລັດ ແຕ່ສູນກາງຮອດທ້ອງຖິ່ນ, ປະກອບສ່ວນສຳຄັນ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງໝັ້ນຄົງ; ເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ. ການພົບປະທີ່ສະໜິດສະໜົມ ໃນມື້ນີ້ແມ່ນພິເສດທີ່ສຸດ, ເປັນໂອກາດທີ່ຄູ-ອາຈານ ແລະ ນັກສຶກສາ ໄດ້ແລກປ່ຽນຄວາມຊົງຈຳ ກັບໂຮງຮຽນໃນເວລາເຮັດວຽກ ແລະ ຮຽນຕໍ່, ທັງເປັນໂອກາດ ເພື່ອໃຫ້ບັນດານັກສຶກສາຕ່າງປະເທດ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຄູ-ອາຈານຮຸ່ນຕ່າງໆ, ທັງເປັນຄູ-ອາຈານ. ທັງນີ້, ກໍເພື່ອຢືນຢັນວ່າ ໂຮງຮຽນ, ຄູ ແລະ ນັກສຶກສາ ສາກົນ ບໍ່ພຽງແຕ່ປະຕິບັດໜ້າທີ່ ທີ່ໄດ້ຮັບຜົນສຳເລັດເທົ່ານັ້ນ, ຫາກຍັງໄດ້ປະກອບ ສ່ວນເປັນພິເສດ ໃຫ້ແກ່ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດພວກເຮົາ.
ຂ່າວ: ສຸພາສະຫວັນ
KPL