ສື່ມວນຊົນຈີນ ມີບົດບາດສູງຂຶ້ນ ຢູ່ພາຍໃນ ແລະ ທົ່ວໂລກ

10/05/2025 16:45
ຂປລ ໃນວັນ 6-7 ພຶດສະພາ ຜ່ານມານີ້, ທ່ານນາງ ລີ ຊາງ (Li ZHANG) ຮອງຜູ້ອໍານວຍການ ໂຮງຮຽນສື່ມວນຊົນ ແລະ ການສື່ສານ ຈາກ ມະຫາວິທະຍາໄລ ຊິງຮວາ (Tsinghua University) ໄດ້ນໍາສະເໜີບົດຮຽນ ກ່ຽວກັບການສຶກສາ ການພັດທະນາປະເທດຈີນ

ໃນວັນ 6-7 ພຶດສະພາ ຜ່ານມານີ້, ທ່ານນາງ ລີ ຊາງ (Li ZHANG) ຮອງຜູ້ອໍານວຍການ ໂຮງຮຽນສື່ມວນຊົນ ແລະ ການສື່ສານ ຈາກ ມະຫາວິທະຍາໄລ ຊິງຮວາ (Tsing hua University) ໄດ້ນໍາສະເໜີບົດຮຽນ ກ່ຽວກັບການສຶກສາ ການພັດທະນາປະເທດຈີນ ໂດຍຍົກໃຫ້ເຫັນເຖິງ ບົດບາດຄວາມສໍາຄັນ ຂອງ ວຽກງານສື່ສານມວນຊົນ ເປັນການ ປະກອບສ່ວນເຂົ້າ ໃນການພັດທະນາປະເທດ ແລະ ການພົວພັນສາກົນ.

ທ່ານ ນາງ ລີ ຊາງ ໄດ້ຍົກໃຫ້ເຫັນເຖິງ ການພັດທະນາ ຄວາມເຕີບໂຕຂອງ ວຽກງານສື່ມວນຊົນ ຈີນ ດ້ານການພົວພັນສາກົນ, ການເຜີຍແຜ່ຂໍ້ມູນຂ່າວສານ ຢູ່ພາຍໃນປະເທດ ແລະ ການອອກໄປສູ່ພາຍນອກ. ນອກຈາກນີ້ ຂະແໜງ ການສື່ມວນຊົນ ຍັງເຮັດໜ້າທີ່ ວິເຄາະເນື້ອໃນ ໂດຍການເຊື້ອເຊີນແຂກ ຈາກປະເທດຕ່າງໆ ເພື່ອມາສົນທະນາ, ສະແດງຄວາມ ຄິດເຫັນ ໂຕ້ຕອບກັນຢ່າງສ້າງສັນ, ລວມທັງ ການເຮັດບົດໂຄງການ ສໍາພາດຕ່າງໆ ໂດຍສະເພາະ ການສໍາພາດນັກຊ່ຽວຊານ ດ້ານຕ່າງໆ, ບັນດາອາຈານ ຈາກມະຫາວິທະຍາໄລ ແລະ ອື່ນໆ.

ໂດຍສະເພາະ ເດືອນພຶດສະພາ ປີ 2019 ໄດ້ມີລາຍການອອກອາກາດ (ສົດ), ການສົນທະນາ ຖາມ-ຕອບ ກ່ຽວກັບ ສົງຄາມການຄ້າ ຈີນ-.ອາເມລິກາ ລະຫວ່າງ ເຄືອຂ່າຍ ໂທລະພາບ ສາກົນຈີນ (CGTN) ແລະ ເຄືອຂ່າຍໂທລະພາບທຸລະກິດ ໂຟກສ (Fox Business Network) ເຊິ່ງສາມາດ ດຶງດູດ ຜູ້ຊົມ ແລະ ຂໍ້ຄິດເຫັນ ຢ່າງຫລວງຫລາຍ.

ອີງຕາມການນໍາສະເໜີ ບົດຮຽນຂອງ ອາຈານ ລີ ຊາງ ໄດ້ແຈ້ງຕື່ມວ່າ: ໃນເດືອນມິຖຸນາ ປີ 2009 ຄະນະກໍາມະການສູນກາງ ແລະ ສະພາທີ່ປືກສາແຫ່ງລັດ ໄດ້ອອກຂໍ້ກໍານົດ ກ່ຽວກັບ ແຜນການລວມ ການກໍ່ສ້າງຄວາມອາດສາມາດການສື່ສານສາກົນ ຂອງ ຂະແໜງການ ສື່ມວນຊົນທີ່ສໍາຄັນ ໃນ ສປ ຈີນ ນັບແຕ່ ປີ 2009 ຫາ 2020 ເພື່ອສົ່ງ ເສີມສື່ມວນຈີນ ກ້າວໄປໃນທົ່ວໂລກ ຫລື media “going global” ຜ່ານການເພີ່ມຈໍານວນ ສະຖາບັນສື່ມວນຊົນຕ່າງປະເທດ, ເສີມຂະຫຍາຍຊ່ອງວິທະຍຸ ແລະ ໂທລະພາບພາສາຕ່າງປະເທດ ແລະ ເພີ່ມຈໍານວນໜັງສືພິມ ເປັນພາສາອັງກິດ.

ການນໍາສະບົດຮຽນດັ່ງກ່າວ ໄດ້ຈັດຂຶ້ນ ພາຍໃຕ້ໂຄງການ ແລກປ່ຽນ ທັດສະນະສຶກສາ ສໍາລັບປີ 2025 ໂດຍແມ່ນ ສູນແລກປ່ຽນຂໍ້ມູນຂ່າວສານສາກົນ ສປ ຈີນ. ນອກຈາກນີ້ ສື່ມວນຊົນຕ່າງປະເທດ ຍັງໄດ້ຮຽນຮູ້ ໂຄງສ້າງ ຮູບແບບ ປະຊາທິປະໄຕແບບຈີນ ໂດຍຖືເອົາ ປະຊາຊົນເປັນຈຸດສູນກາງ ຫລື ໃຈກາງ. ຮູບແບບ ປະຊາທິປະໄຕແບບຈີນ ແມ່ນໄດ້ຮັບ ຄວາມນິຍົມ ແລະ ປະຕິບັດກັນມາ ສືບຕໍ່ຈາກ ປະຫວັດສາດ ແລະ ວັດທະນະທໍາ ຈີນ. ບົດຮຽນດັ່ງກ່າວ ໄດ້ຖືກນໍາສະເໜີ ໂດຍ ອາຈານ ຮັນ ດອງລິນ (Han Donglin) ຈາກ ມະຫາວິ ທະຍາໄລ ເຣນມິນ ຈີນ (Renmin University of China).

KPL

ຂ່າວອື່ນໆ

ads
ads

Top