ສະພາແຫ່ງຊາດ 3 ປະເທດ ຫາລືການຮ່ວມມື ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ

07/12/2023 14:13
Email Print 626
ຂປລ ຂປລ. ກອງປະຊຸມວຽກງານການຮ່ວມມືທາງດ້ານ ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ຂອງສະພາເເຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 5 ທັນວາ 2023 ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ທາງດ້ານເສດຖະກິດ ຂອງ ກໍາປູເຈຍ-ລາວ-ຫວຽດນາມ



ຂປລ. ກອງປະຊຸມວຽກງານການຮ່ວມມືທາງດ້ານ ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ຂອງສະພາເເຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ
5 ທັນວາ 2023 ພາຍໃຕ້ຫົວຂໍ້ ເພີ່ມທະວີການຮ່ວມມືລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ທາງດ້ານເສດຖະກິດ ຂອງ ກໍາປູເຈຍ-ລາວ-ຫວຽດນາມ ໄປສູ່ເປົ້າໝາຍການພັດທະນາເເບບຍືນຍົງ ແລະ ກວມລວມ ຄັ້ງທີ1” ເຊິ່ງເປັນກອງປະຊຸມປີ່ນອ້ອມ ໃນກອງປະຊຸມສຸດຍອດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ ຫລື CLV ຄັ້ງທີ 1 ທີ່ລາວຮັບກຽດເປັນເຈົ້າພາບ.

 ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ເເລະ ສີ່ງແວດລ້ອມ ສະພາແຫ່ງຊາດລາວ ໃນນາມປະທານກອງປະຊຸມ ຕີລາຄາສູງ ຕໍ່ຄະນະຜູ້ແທນຈາກສະ ພາແຫ່ງຊາດທັງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຫລື CLV ກໍຄື ກະຊວງທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເຊິ່ງເປັນໂອກາດອັນດີ ທີ່ຈະໄດ້ຮ່ວມກັນປຶກສາ ເພີ່ມທະວີບົດບາດຂອງລັດຖະສະພາ CLV ໂດຍສະເພາະການຮ່ວມມື ທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ຂອງສະພາເເຫ່ງຊາດ ທັງສາມປະເທດ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລວງເລີກ ແນໃສ່ສົ່ງເສີມການຮ່ວມມື ແລະ ຊຸກຍູ້ການເຊື່ອມຈອດ ທາງດ້ານເສດຖະກິດ ຂອງຈັກກໍາປູເຈຍ-ລາວ-ຫວຽດນາມ ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ກວມລວມ ທັງເປັນການປະຕິບັດບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງ ແລະ ເອກະສານ ທີ່ລັດຖະບານສາມປະເທດໄດ້ຕົກລົງຮ່ວມກັນ ໃຫ້ເກີດດອກອອກຜົນ ເພື່ອນຳເອົາຜົນປະໂຫຍດ ແລະ ຄວາມຈະເລີນຮຸ່ງເຮືອງ ທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ມາສູ່ປະຊາຊົນໃນເຂດສາມຫລ່ຽມພັດທະນາໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ຜັດປ່ຽນກັນປະກອບຄໍາເຫັນ ກ່ຽວກັບຈັດຕັ້ງປະຕິບັດວຽກງານ ວິຊາສະເພາະຂອງຕົນ ໃນໄລຍະຜ່ານມາ ແລະ ວາງທິດທາງເເຜນການໃນຕໍ່ໜ້າ ເພື່ອໃຫ້ສອດຄ່ອງກັບ ຫົວຂໍ້ຂອງກອງປະຊຸມ ທີ່ເວົ້າເຖິງ ການເພີ່ມທະວີການຮ່ວມມືລັດຖະສະພາ ໃນການຊຸກຍູ້ການເຊື່ອມຈອດ ທາງດ້ານເສດຖະກິດ ຂອງກໍາປູເຈຍ-ລາວ-ຫວຽດນາມ ໄປສູ່ເປົ້າໝາຍການພັດທະນາເເບບຍືນຍົງ ແລະ ກວມລວມ ເຊິ່ງໄລຍະຜ່ານມາ ລັດຖະບານສາມປະເທດ ໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດ ບັນດາແຜນແມ່ບົດ ແລະ ແຜນປະຕິບັດງານ ທີ່ໄດ້ລົງນາມຮ່ວມກັນ ໄດ້ຮັບຜົນສໍາເລັດຫລາຍດ້ານ ເຊິ່ງໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ໃນເຂດສາມຫລ່ຽມພັດທະນາຢ່າງແທ້ຈິງ, ໄດ້ເອົາໃຈໃສ່ຮ່ວມມືກັນຢ່າງຫ້າວຫັນ ໃນການສ້າງສະພາບແວດລ້ອມທີ່ດີ ທາງດ້ານກົດໝາຍ, ການດໍາເນີນຂັ້ນຕອນຂອງລະບຽບ ການທາງດ້ານເອກະສານໃຫ້ສະດວກ ແລະ ວ່ອງໄວຂຶ້ນ, ພັດທະນາລະບົບໂຄງລ່າງພື້ນຖານ ໃນເຂດສາມຫລ່ຽມພັດທະນາ, ການສ້າງເຂດເສດຖະກິດພິເສດ, ການດຶງດູດການລົງທຶນ ພາຍໃນ ແລະ ຕ່າງປະເທດ, ການເສີມຂະຫຍາຍ ການເຊື່ອມໂຍງເຊື່ອມ ຈອດໃຫ້ນັບມື້ນັບດີຂຶ້ນ, ມີການພົວພັນຮ່ວມມືກັບສາກົນ ເພື່ອຍາດແຍ່ງເອົາທຶນຮອນ ແລະ ເຕັກນິກວິຊາການ ເຂົ້າມາພັດທະນາ ໃນເຂດສາມຫລ່ຽມພັດທະນາ, ສົ່ງເສີມການພົວພັນ ລະຫວ່າງ ປະຊາຊົນ ກັບປະຊາຊົນ ໃຫ້ນັບມື້ນັບດີຂຶ້ນເຮັດໃຫ້ ການໄປມາຫາສູ່ກັນ ມີຄວາມສະດວກສະບາຍກວ່າເກົ່າ, ໄດ້ມີຄວາມພະຍາຍາມນຳໃຊ້ຊັບສົມບັດ ດ້ານສິ່ງແວດລ້ອມທາງທຳມະຊາດ ທີ່ເປັນເອກະລັກຮ່ວມກັນ ພ້ອມທັງຊອກຫາວິທີການແກ້ໄຂ ໃຫ້ສອດຄ່ອງກັບກົດໝາຍ ແລະ ນິຕິກຳພາຍໃນ ຂອງແຕ່ລະປະເທດ ເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ ທີ່ມີຢູ່ຢ່າງຈຳກັດໃຫ້ມີຄວາມຍືນຍົງ, ໄດ້ມີຄວາມພະຍາ ຍາມ ແລະ ນຳສະເໜີແນວຄິດລິເລີ່ມ ຂອງການພັດທະນາພະລັງງານທົດແທນ ແລະ ພະລັງງານສະອາດ ເພື່ອນຳເອົາຜົນປະໂຫຍດມາສູ່ຊຸມຊົນ ແລະ ປະຊາຊົນໃນເຂດດັ່ງກ່າວ.

ຄຽງຄູ່ກັນນີ້ໄດ້ເອົາໃຈໃສ່ ປະຕິບັດບັນດາມາດຕະການໃນການພັດທະນາ, ການສະໜອງແຮງງານທີ່ຈຳເປັນ, ການສຶກສາ ແລະ ການຝຶກອົບຮົມ, ການບໍລິການສາທາລະນະສຸກ, ເສີມຂະຫຍາຍ ແລະ ພັດທະນາແຫລ່ງທ່ອງທ່ຽວ ໄປຄຽງຄູ່ກັບການສົ່ງເສີມ ການທ່ອງທ່ຽວຊຸມຊົນ ແລະ ການທ່ອງ ທ່ຽວແບບອະນຸລັກ ໂດຍສະເພາະ ການສົ່ງເສີມ ແລະ ສ້າງໃຫ້ 3 ປະເທດ ກາຍເປັນຈຸດໝາຍປາຍທາງ ການທ່ອງທ່ຽວຮ່ວມກັນ ໂດຍສະເພາະສີ່ແຂວງພາກໃຕ້ ຂອງລາວ ທີ່ມີຊາຍແດນຕິດຈອດ ໃນເຂດສາມຫລ່ຽມພັດທະນາ ກໍມີການຂະຫຍາຍການເຊື່ອມໂຍງ, ສົ່ງເສີມສິນຄ້າ, ການລົງທຶນ, ການທ່ອງ ທ່ຽວ, ການສຶກສາ ແລະ ສາທາລະນະສຸກ ເຮັດໃຫ້ເຂດດັ່ງກ່າວ, ມີການພັດທະນາຮ່ວມກັນຫລາຍຂຶ້ນເປັນຕົ້ນ ການພັດທະນາ ແລະ ອຳນວຍຄວາມສະດວກ ໃນການຄົມມະນາຄົມຂົນສົ່ງ ພ້ອມທັງ ເປີດດ່ານສາກົນ ແລະ ທ້ອງຖິ່ນລະຫວ່າງກັນຫລາຍຂຶ້ນ, ມີການປັບປຸງຂອດການບໍລິການ, ການອໍານວຍຄວາມສະດວກ ດ້ານເອກະສານ ເຮັດໃຫ້ການຮ່ວມມື ມີທ່ວງທ່າດີຂຶ້ນ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ.

ຂ່າວ: ກິດຕາ

ພາບ: ເກດສະໜາ
KPL

ຂ່າວອື່ນໆ

ads
ads

Top