ກອງປະຊຸມສຸດຍອດ ສະພາແຫ່ງຊາດ 3ປະເທດ ຄັ້ງທີ 1 ຮັບຮອງເອົາຖະແຫລງການຮ່ວມ

06/12/2023 21:38
Email Print 1426
ຂປລ ຈັດວາລະ ກອງປະຊຸມ ຄົບຄະນະ ເທື່ອທີ 2 ແລະ ພິທີອັດ ກອງປະຊຸມ ສຸດຍອດ ສະພາ ແຫ່ງຊາດ 3 ປະເທດ ກຳປູເຈຍ -ລາວ-ຫວຽດນາມ (CLV) ຄັ້ງທີ 1. ກອງປະຊຸມ ຄັ້ງນີ້ ໄດ້ບັນລຸ ຜົນສຳເລັດ ຢ່າງຈົບງາມ ແລະ ຮັບຮອງເອົາ ຖະແຫລງ ການຮ່ວມ ກ່ຽວກັບ ການເພີ່ມທະວີ ບົດບາດ ຂອງລັດຖະສະພາ ໃນການຊຸກຍູ້ ການຮ່ວມມື ຮອບດ້ານ ລະຫວ່າງ 3 ປະເທດ.

ຂປລ.ວິທະຍຸ ສາກົນ ຫວຽດນາມ, ວັນທີ6 ທັນວານີ້ ຢູ່ນະຄອນຫລວງ ວຽງຈັນ ຈັດວາລະ ກອງປະຊຸມ ຄົບຄະນະ ເທື່ອທີ 2 ແລະ ພິທີອັດ ກອງປະຊຸມ ສຸດຍອດ ສະພາ ແຫ່ງຊາດ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1. ກອງປະຊຸມ ຄັ້ງນີ້ ໄດ້ບັນລຸ ຜົນສຳເລັດ ຢ່າງຈົບງາມ ແລະ ຮັບຮອງເອົາ ຖະແຫລງ ການຮ່ວມ ກ່ຽວກັບ ການເພີ່ມທະວີ ບົດບາດ ຂອງລັດຖະສະພາ ໃນການຊຸກຍູ້ ການຮ່ວມມື ຮອບດ້ານ ລະຫວ່າງ 3 ປະເທດ. ຖະແຫລງ ການຮ່ວມ ໂດຍປະທານ ສະພາແຫ່ງຊາດ 3 ປະເທດ ລົງນາມ ຢືນຢັນຄືນໃໝ່ ຄຳໝັ້ນ ສັນຍາ ເປີດກວ້າງ ແລະ ເຮັດໃຫ້ ການພົວພັນ ຮ່ວມມື ແລະ ຄູ່ຮ່ວມມື ລັດຖະສະພາ ເລິກເຊິ່ງ ຂຶ້ນຕື່ມ, ແນໃສ່ ຮັກສາ ແລະ ປົກປ້ອງ ການຮ່ວມມື ຢ່າງແໜ້ນແຟ້ນ, ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ລະຫວ່າງ ສະພາແຫ່ງຊາດ 3 ປະເທດ, ຜ່ານນັ້ນ, ກໍ່ຊຸກຍູ້ ການຮ່ວມມື ໃນບັນດາ ຂົງເຂດ, ຄື: ການເມືອງ, ການປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ, ວັດທະນະທຳ, ເສດຖະກິດ ເພື່ອການພັດທະນາ ເສດຖະກິດ-ສັງຄົມຂອງ 3 ປະເທດ ແລະ ກ່ຽວກັບ ບັນດາ ບຸລິມະສິດ ການຮ່ວມມືໃນ 3 ເສົາຄ້ຳຄື: ການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ເສດຖະກິດ - ວັດທະນະທຳ-ສັງຄົມ.ໃນວາລະ ອັດກອງປະຊຸມ ຄັ້ງນີ້, ທ່ານ ເວືອງດິ່ງເຫວະ, ປະທານ ສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ: ໃນໂລກ ທີ່ເຕັມໄປດ້ວຍ ການຜັນແປ ແລະ ສັບສົນ ຄືໃນປະຈຸບັນ, ເລື່ອງເພີ່ມທະວີ ແລະ ປັບປຸງ ການພົວພັນ ຮ່ວມມື, ນ້ຳໃຈ ສາມັກຄີ ຍິ່ງສຳຄັນກວ່າ ເວລາໃດໝົດ ແລະ ຕ້ອງຫັນ ບັນດາ ຄຳໝັ້ນສັນຍາ ການຮ່ວມມື ໃຫ້ບັນລຸ ປະສິດທິຜົນ ຢ່າງແທດຈິງ.ຈາກນັ້ນ, ໂດຍຕາງໜ້າ ໃຫ້ສະພາແຫ່ງຊາດ ຫວຽດນາມ, ທ່ານ ເວືອງດິ່ງເຫວະ ໄດ້ມອບ-ຮັບ ໜ້າທີ່ ທີ່ສຳຄັນ ຈາກສະພາແຫ່ງຊາດ ລາວ ເປັນປະເທດ ເຈົ້າພາບ ຈັດກອງປະຊຸມ ສຸດຍອດ CLV ຄັ້ງທີ 2, ຄາດວ່າ ຈະຈັດຂຶ້ນ ໃນປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top