ຂປລ
ຂປລ. ໃນວັນທີ 29 ພະຈິກ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 28-30 ພະຈິກ 2023.

ຂປລ. ໃນວັນທີ 29 ພະຈິກ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 28-30 ພະຈິກ 2023.
ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ກາວ ກິມ ຮຸນ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການຢ້ຳຄືນຄວາມກຽມພ້ອມຂອງກອງເລຂາອາຊຽນ ເພື່ອສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ 2024 ທີ່ຈະມາເຖິງນີ້. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ວຽກງານອາຊຽນ ແລະ ຜ່ານມາໄດ້ປະກອບສ່ວນ ເຂົ້າໃນວຽກງານອາຊຽນ ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ, ປະຕິບັດໜ້າທີ່ ແລະ ພັນທະຂອງຕົນຢ່າງດີ ແລະ ໄດ້ຮັບການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອ ຈາກກອງເລຂາອາຊຽນ ມາໂດຍຕະຫລອດ ເປັນຕົ້ນ ການເປັນປະທານອາຊຽນ ຂອງ ສປປ ລາວ 2 ຄັ້ງຜ່ານມາ ໃນສົກປີ 2004-2005 ແລະ ປີ 2016 ຢ່າງມີຜົນສຳເລັດອັນຈົບງາມ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຢ້ຳຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າກອງເລຂາອາຊຽນ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມື ແລະ ການປະສານງານດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດຂົງເຂດບູລິມະສິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດ ແລະ ປະກອບສ່ວນເຂົ້າໃນ ການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂຶ້ນໃນປີ 2024. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳວ່າ ສປປ ລາວ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບ ກອງເລຂາອາຊຽນ, ປະເທດສະມາຊິກຄອບຄົວອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນສຳເລັດຂອງອາຊຽນ ກໍຄື ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາ ຊຽນ.
ໃນຂະນະດຽວກັນ, ທ່ານເລຂາທິການໃຫຍ່ອາຊຽນ ກາວ ກິມ ຮຸນ ໄດ້ສະແດງຄວາມຍິນດີ ຕໍ່ຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເຮັດໜ້າທີ່ປະທານອາຊຽນ ແລະ ໄດ້ຢ້ຳວ່າກອງເລຂາອາຊຽນ ພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ໃຫ້ການຮ່ວມມື ແລະ ການສະໜັບສະໜູນຊ່ວຍ ເຫລືອ ສປປ ລາວ ຢ່າງເຕັມທີ່ໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍໄດ້ແຈ້ງອີກວ່າ ປີ 2024 ເປັນປີທ່ອງທ່ຽວລາວ ແລະ ໄດ້ເຊີນຊວນ ພະນັກງານກອງເລຂາອາຊຽນ ມາທ່ຽວສະຖານທີ່ຕ່າງໆໃນ ສປປ ລາວ ໃນໂອກາດມາຮ່ວມກອງປະຊຸມຕ່າງໆຢູ່ ສປປ ລາວ ແລະ ຊ່ວຍໂຄສະນາ “ປີທ່ອງທ່ຽວລາວ 2024” ໃຫ້ນັກທ່ອງທ່ຽວຈາກ ປະເທດສະມາຊິກອາຊຽນ ແລະ ຈາກພາຍນອກ.
ຂ່າວ: ກຕທ
KPL