ຂປລ
ຂປລ. ພິທີປະດັບຫລຽນໄຊພິລະອາດຫານຊັ້ນຕ່າງໆ ໃຫ້ແກ່ການນຳ ແຂວງ ສະຫວັນນະເຂດ ຜູ້ທີ່ມີຜົນງານໃນການເຄື່ອນໄຫວ ນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ ຜ່ານມາ ຢູ່ແຂວງສະຫວັນນະເຂດ

ຂປລ. ພິທີປະດັບຫລຽນໄຊພິລະອາດຫານຊັ້ນຕ່າງໆ ໃຫ້ແກ່ການນຳ ແຂວງ ສະຫວັນນະເຂດ ຜູ້ທີ່ມີຜົນງານໃນການເຄື່ອນໄຫວ ນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 28 ພະຈິກ ຜ່ານມາ ຢູ່ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມ ແລະ ປະດັບຫລຽນ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ.
ສະຫາຍ ພົນຈັດຕະວາ ພູມມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການມອບຫລຽນໄຊພິລະອາດຫານຊັ້ນຕ່າງໆ ໃຫ້ແກ່ການນຳແຂວງສະຫວັນນະເຂດ ເພື່ອຍ້ອງຍໍຜົນງານ ໃນການປະກອບສ່ວນ ນໍາພາ-ຊີ່ນໍາ ກຳລັງ ປກຊ-ປກສ ແກ້ໄຂໜໍ່ແໜ່ງຄວາມບໍ່ສະຫງົບ ທາງດ້ານການເມືອງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນແຂວງໃຫ້ມີຄວາມສະຫງົບ ໂດຍພື້ນຖານ, ກະຊວງປ້ອງກັນປະເທດ ຕົກລົງມອບຫລຽນໄຊພິລະອາດຫານຊັ້ນ I ໃຫ້ແກ່ການນຳ ແຂວງ ສະຫວັນນະເຂດ 2 ສະຫາຍ ຄື: ສະຫາຍ ສັນຕິພາບ ພົມວິ ຫານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ (ອະດີດເຈົ້າແຂວງສະຫວັນນະເຂດ) ແລະ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ; ມອບຫລຽນໄຊພິລະອາດຫານຊັ້ນ II ຈຳນວນ 7 ສະຫາຍ ແລະ ມອບຫລຽນໄຊພິລະອາດຫານ ຊັ້ນ III ໃຫ້ແກ່ ເຈົ້າເມືອງ ,ເຈົ້ານະຄອນ ພະແນກການຕ່າງໆ ແລະ ບໍລິສັດ ຈຳນວນ 18 ສະຫາຍ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳແຂວງສະຫວັນນະເຂດ ກໍຄື ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ນຳພາ-ຊີ້ນຳ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອັນໄດ້ສ້າງພື້ນຖານ ໃຫ້ແກ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າດີຂຶ້ນເທື່ອລະກ້າວ, ເສດຖະກິດ, ວັດທະນະທຳ-ສັງຄົມ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບ. ພ້ອມນີ້, ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກໃຫ້ການນໍາແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເພີ່ມທະວີຄວາມເປັນເຈົ້າການ ນໍາພາ-ຊີ້ນໍາຕໍ່ຂົງເຂດວຽກງານດັ່ງກ່າວ ໃຫ້ແຂງແຮງ, ມີຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງຫັນ ກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ເຄື່ອນໄຫວຕາມພາລະບົດບາດ ຂອງຕົນຢ່າງແຂງແຮງກວ່າເກົ່າ, ພະນັກງານແຕ່ລະຂັ້ນຕ້ອງເຊື່ອມຊຶມ ກໍາແໜ້ນໜ້າທີ່ພາລະບົດບາດຂອງຕົນ ຕິດພັນກັບວຽກງານ 3 ສ້າງ, ແກ້ໄຂສະພາບຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງໃຫ້ເປັນກໍາລັງຫລັກແຫລ່ງທີ່ເຂັ້ມແຂງ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ ແລະ ເອົາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພື້ນຖານ ເພື່ອຮັບປະກັນໃນການປະຕິບັດວຽກງານ ໃຫ້ມີຄຸນນະພາບສູງສຸດ. ສໍາລັບບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນກຳມະການ ຄະນະກຳມະການ ປກຊ-ປກສ ແຂວງ ເຊິ່ງເປັນຕຳແໜ່ງ ແລະ ໜ້າທີ່ໜຶ່ງທີ່ມີຄວາມສໍາຄັນ ໃນການນໍາພາ-ຊີ້ນຳ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂັ້ນແຂວງ, ໃນນີ້ກຳມະການຄະນະກຳມະການ ປກຊ-ປກສ ແຂວງ ແມ່ນເປັນການຈັດຕັ້ງໜຶ່ງ ທີ່ມີບົດບາດສຳຄັນພາຍໃນແຂວງ ແລະ ເປັນເສນາທິການໃຫ້ແກ່ ຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະພັກແຂວງ ເພື່ອຄົ້ນຄວ້າ, ກຳນົດບັນຫາຍຸດທະສາດກ່ຽວກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງທ້ອງຖິ່ນ, ຂອງຊາດ; ຜັນຂະຫຍາຍແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.
ໃນພິທີ, ຍັງໄດ້ຮັບຟັງການລາຍງານຫຍໍ້ ການຈັດຕັ້ງເຄື່ອນໄຫວນໍາພາ-ຊີ້ຂອງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ແຂວງສະຫວັນນະເຂດ ໃນໄລຍະຜ່ານມາເຊິ່ງເຫັນວ່າ ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບກຳລັງ ປກຊ-ປກສ ແລະ ປະຊາຊົນບັນດາເຜົ່າໄດ້ມີ ການປ່ຽນແປງໄປໃນທິດທາງທີ່ດີ ເຮັດໃຫ້ທຸກຊັ້ນຄົນ ມີຄວາມຕື່ນຕົວ ປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢ່າງແຂງແຮງ.
ຂໍ້ມູນ: ໜັງສືພິມ ກອງທັບ
ຂ່າວ: ໂຊເລ້ ບຸນເຮືອງ
KPL