ນັກຮົບເກົ່າ ປະກອບສ່ວນຢ່າງຕັ້ງໜ້າ ຍາດເອົາ ເອກະລາດ ອະທິປະໄຕ ໃຫ້ປະຊາຊົນລາວບັນດາເຜົ່າ

30/11/2023 19:48
Email Print 974
ຂປລ ຂປລ. ໃນໂອກາດ ສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ, ທ່ານ ພົຈວ. ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຣົບເກົ່າ ແຫ່ງຊາດລາວ ໄດ້ຍົກໃຫ້ເຫັນບາງທັດສະນະວ່າ: ບັນດາສະຫາຍນັກຮົບເກົ່າ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ຍາດເອົາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນລາວບັນດາເຜົ່າ, ໄດ້ເສຍສະລະ, ອຸທິດຊີວິດໄວໜຸ່ມ, ທຸມເທຊີວິດຈິດໃຈ ແລະ ເຫື່ອແຮງຂອງຕົນເຂົ້າໃນ ພາລະກິດປົດປ່ອຍຊາດ


ຂປລ. ໃນໂອກາດ ສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ, ທ່ານ ພົຈວ. ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຣົບເກົ່າ ແຫ່ງຊາດລາວ ໄດ້ຍົກໃຫ້ເຫັນບາງທັດສະນະວ່າ: ບັນດາສະຫາຍນັກຮົບເກົ່າ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ຍາດເອົາເອກະລາດ
, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນລາວບັນດາເຜົ່າ, ໄດ້ເສຍສະລະ, ອຸທິດຊີວິດໄວໜຸ່ມ, ທຸມເທຊີວິດຈິດໃຈ ແລະ ເຫື່ອແຮງຂອງຕົນເຂົ້າໃນ ພາລະກິດປົດປ່ອຍຊາດ ຈຶ່ງເຮັດໃຫ້ປະເທດຊາດ ໄດ້ຮັບເອກະລາດຈົນມາຮອດ ປັດຈຸບັນໄລຍະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ.

ເຖິງວ່າສະຫາຍນັກຮົບເກົ່າພວກເຮົາຈະມີອາຍຸສູງ, ສຸຂະພາບບໍ່ແຮງແຮງຄືແຕ່ກ່ອນ, ພັກຜ່ອນຮັບບໍານານ, ບໍາເນັດແຕ່ກໍຍັງຕັ້ງໜ້າປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ ​ເປັນ​ຕົ້ນ ການປະກອບຄຳຄິດຄຳເຫັນ, ຖ່າຍທອດ ປະສົບການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງບ້ານເມືອງ, ບາງສະຫາຍຍັງເປັນແນວໂຮມ, ເປັນນາຍບ້ານ, ເປັນຄະນະພັກບ້ານ ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ,ຊ່ວຍ ເຫລືອເບິ່ງແຍງກັນ ໃນເວລາພົບຄວາມຫຍຸ້ງຍາກ ແລະ ເຈັບເປັນ ເພື່ອແບ່ງເບົາການແບກຫາບຂອງພັກ-ລັດ, ນັ້ນສະແດງເຖິງຄຸນງາມຄວາມດີ ແລະ ມູນເຊື້ອອັນດີງາມຂອງນັກຮົບເກົ່າປະຕິວັດ ໃນໄລຍະໃໝ່.

          ທ່ານ ພົຈວ. ຄຳຫອມ ແສງບົວລົມ ຍັງໃຫ້ຮູ້ອີກວ່າ: ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ເອົາໃຈໃສ່ຕັ້ງໜ້າເສີມຂະຫຍາຍ ມູນເຊື້ອຮັກຊາດ ການຕໍ່ສູ້ພິລະອາດຫານ, ເຕົ້າໂຮມຄວາມສາ ມັກຄີຂອງນັກຮົບເກົ່າໄດ້ເປັນຢ່າງດີ ໂດຍຫັນລົງຮາກຖານ ເກັບກໍາສະພາບ ການເມືອງ-ແນວຄິດ, ຄວາມມຸ່ງມາດປາຖະໜາ ຂອງຖັນແຖວນັກຮົບເກົ່າ, ຂົນຂວາຍດຶງດູດເອົານັກຮົບເກົ່າເຂົ້າການຈັດ ຕັ້ງເຄື່ອນໄຫວຮ່ວມຊີວິດ ແລະ ແລກປ່ຽນຄໍາຄິດຄໍາເຫັນທີ່ດີນໍາກັນ, ຈັດຕັ້ງເຜີຍແຜ່ແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິສຳຄັນຕ່າງໆ ກໍຄື ມະຕິກອງປະຊຸມໃຫຍ່ ຜູ້ແທນນັກຮົບເກົ່າລາວທົ່ວປະເທດ ຄັ້ງທີ IV. ພ້ອມນີ້, ຍັງໄດ້ເອົາໃຈໃສ່ເສີມຂະຫຍາຍ ວຽກງານພົວພັນຮ່ວມມື ກັບຕ່າງປະເທດ ແລະ ສາກົນ. ໃນນັ້ນ, ໄດ້ມີການພົວພັນ, ຮ່ວມມືກັບສະມາຄົມ ນັກຮົບເກົ່າຕ່າງ ປະເທດ, ພາກພື້ນ ແລະ ສາກົນ ໂດຍສະເພາະ ແມ່ນການຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນແບບພິເສດ ຮອບດ້ານ ກັບສະມາຄົມນັກຮົບເກົ່າຫວຽດນາມ, ພົວພັນຮ່ວມມືສອງຝ່າຍກັບສະມາ ຄົມນັກຮົບເກົ່າຣາຊະອານາຈັກກຳປູເຈຍ, ນັກຮົບເກົ່າຈີນ ແລະ ອື່ນໆ.

ທ່ານ ພົຈວ ຄຳຫອມ ແສງບົວລົມ ​ໄດ້ກ່າວອີກວ່າ: ປະຊາຊົນບັນດາເຜົ່າ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຕີກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານການຮຸກຮານ ແລະ ການຄອບຄອງຂອງ ພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍ ປະເທດຊາດຢ່າງມີໄຊ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ວັນຊາດທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ມັນແມ່ນວັນແຫ່ງ ໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງ ການຕໍ່ສູ້ເປັນພັນໆປີ ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສາລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກໄດ້ຮັບຮູ້.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top