ຂປລ
ຂປລ. ໃນວັນທີ 24 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ຜູ້ຊ່ວຍເລຂາທິການໃຫ່ຍອົງການ ສປຊ ສໍາລັບພາກພື້ນຕາເວັນອອກກາງ, ອາຊີ ແລະ ປາຊີຟິກ, ປະຈໍາຫ້ອງການກິດຈະການດ້ານການເມືອງ ແລະ ການສ້າງສັນຕິພາບ ສປຊ ພ້ອມຄະນະ ໃນໂອກາດເດີນມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

ຂປລ. ໃນວັນທີ 24 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ຜູ້ຊ່ວຍເລຂາທິການໃຫ່ຍອົງການ ສປຊ ສໍາລັບພາກພື້ນຕາເວັນອອກກາງ, ອາຊີ ແລະ ປາຊີຟິກ, ປະຈໍາຫ້ອງການກິດຈະການດ້ານການເມືອງ ແລະ ການສ້າງສັນຕິພາບ ສປຊ ພ້ອມຄະນະ ໃນໂອກາດເດີນມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ພະຈິກ 2023.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມເຮັດວຽກທີ່ສຳຄັນໃນຄັ້ງນີ້ ຂອງ ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ເຊິ່ງຈະປະກອບສ່ວນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ ກໍຄື ລະຫວ່າງ ອາຊຽນ ແລະ ອົງການ ສະຫະປະຊາຊາດ ໂດຍຜ່ານການຈັດຕັ້ງປະຕິບັດ ຂອບການຮ່ວມມືໃນແຕ່ລະໄລຍະ, ລວມເຖິງການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ເພື່ອພ້ອມກັນສືບຕໍ່ເສີມຂະຫຍາຍ ຜົນສໍາເລັດທີ່ອາຊຽນ ຍາດມາໄດ້ ໂດຍສະເພາະ ການສືບຕໍ່ສ້າງປະຊາຄົມອາຊຽນ ເພື່ອເຮັດໃຫ້ອາຊຽນມີການເຊື່ອມຈອດ ແລະ ມີຄວາມເຂັ້ມແຂງຫລາຍຂຶ້ນ ແລະ ສາມາດຮັບມືກັບສິ່ງ ທ້າທາຍຕ່າງໆທີ່ເກີດຂຶ້ນ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງ ບົດບາດສຳຄັນຂອງອົງການ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ກໍຄື ການສົ່ງເສີມການຮ່ວມມືສາກົນ ເພື່ອການພັດທະນາ ພ້ອມທັງສະແດງຄວາມຂອບໃຈຕໍ່ ອົງການ ສປຊ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ລັດຖະບານ ແຫ່ງ ສປປ ລາວ ໃນການພັດທະນາປະເທດຊາດ ກໍຄື ການແກ້ໄຂສິ່ງທ້າທາຍຕ່າງໆໃນໄລຍະຜ່ານມາ.
ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັບອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມຄືບໜ້າ ໃນການພັດທະນາປະເທດ ໃນໄລຍະຜ່ານມາ. ນອກຈາກນັ້ນ, ຜູ້ຊ່ວຍເລຂາທິການໃຫຍ່ ສປຊ ຍັງໄດ້ຢ້ຳຄືນຄວາມສຳຄັນ ຂອງການຮ່ວມມືລະຫວ່າງ ອົງການສະ ຫະປະຊາຊາດ ແລະ ອາຊຽນ ກໍຄື ຄວາມໝາຍໝັ້ນທີ່ ຈະສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດເຮັດສຳ ເລັດໜ້າທີ່ການເປັນ ປະທານອາຊຽນ ທີ່ສຳຄັນໃນຄັ້ງນີ້ໄດ້ເປັນຢ່າງດີ.
ກ່ອນການເຂົ້າຢ້ຽມຂ່ຳນັບຄັ້ງນີ້, ທ່ານ ໂມຮາເມັດ ຄາຣິດ ເຄຣຍລີ ໄດ້ພົບປະກັບ ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເພື່ອປຶກສາຫາລືຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ລວມທັງບົດບາດສຳຄັນ ຂອງຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ການຮ່ວມມືລະດັບພາກພື້ນ ແລະ ສາກົນ ເປັນຕົ້ນ ບັນຫາການປ່ຽນແປງດິນຟ້າອາກາດ ແລະ ຄວາມໝັ້ນຄົງ, ແມ່ຍິງ ແລະ ສັນຕິພາບ ແລະ ຄວາມໝັ້ນຄົງ ກໍຄື ຄວາມສຳຄັນ ໃນການຈັດກອງປະຊຸມສຸດຍອດ ເພື່ອອານາຄົດ (Summit of the Future) ໃນເດືອນກັນຍາ 2024. ນອກຈາກນັ້ນ, ຍັງໄດ້ພົບປະ ແລະ ເຮັດວຽກກັບກົມອາຊຽນ, ກະຊວງການຕ່າງປະເທດ ເພື່ອປຶກສາຫາລືລາຍລະອຽດ ກ່ຽວກັບການຮ່ວມມືອາຊຽນ-ອົງການ ສປຊ ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ.
KPL