ເຊີນທ່ຽວຊົມບ້ານເຮືອນລາວ “ມໍລະດົກດັ້ງເດີມ” ຢູ່ດ້ານຫລັງພະທາດຫລວງ

24/11/2023 22:37
Email Print 3087
ຂປລ ໃນໂອກາດສະຫລອງບຸນນະມັດສະການພະທາດຫລວງວຽງຈັນລະຫວ່າງ ວັນທີ 23 ຫາ 27 ພະ ຈິກ 2023, ຂໍເຊີນຊວນບັນດາແຂກພາຍໃນ, ຕ່າງປະເທດ ແລະ ມວນຊົນທຸກຊັ້ນຄົນ ເຂົ້າຮ່ວມ ສະຫລອງບຸນດັ່ງກ່າວ ແລະ ຢ່າລືມເຂົ້າມາແວ່ຊົມຊົມ ແລ້ວສໍາຜັດບ້ານເຮືອນລາວ ກັບການ ອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກເຮືອນ ທີ່ມີຮູບຊົງແບບດັ້ງເດີມ ຂອງ ປະຊາຊົນລາວບັນດາເຜົ່າ.




ໃນໂອກາດສະຫລອງບຸນນະມັດສະການພະທາດຫລວງວຽງຈັນລະຫວ່າງ ວັນທີ 23 ຫາ 27 ພະຈິກ 2023, ຂໍເຊີນຊວນບັນດາແຂກພາຍໃນ, ຕ່າງປະເທດ ແລະ ມວນຊົນທຸກຊັ້ນຄົນ ເຂົ້າຮ່ວມສະຫລອງບຸນດັ່ງກ່າວ ແລະ ຢ່າລືມ ເຂົ້າມາແວ່ຊົມຊົມ ແລ້ວສໍາຜັດບ້ານເຮືອນລາວ ກັບການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກເຮືອນ ທີ່ມີຮູບຊົງແບບດັ້ງເດີມ ຂອງປະຊາຊົນລາວບັນດາເຜົ່າ ຍັງຫລົງເຫຼືອຢູ່ໄວ້ໃຫ້ເຫັນຢ່າງ ຫນ້າສົນໃຈ ເຊິ່ງບ້ານ ເຮືອນລາວດັ່ງກ່າວແມ່ນໄດ້ເນລະມິດ ແລະ ປຸກສ້າງຂຶ້ນຢູ່ດ້ານຫລັງພະທາດຫລວງນັ້ນເອງ.

ປັດຈຸບັນມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມສະເລ່ຍບໍ່ຕໍ່າກວ່າ 400-500 ຄົນຕໍ່ມື້ ເຊິ່ງເຮັດໃຫ້ບ້ານຊົງລາວກາຍເປັນຈຸດດຶງດູດນັກທ່ອງທ່ຽວຢ່າງຫນ້າສົນໃຈ.



ທ່ານ ນາງ ເພັງນະພາ ວົງສະໝໍລະພູມ ນັກທຸລະກິດຊາວລາວເຮົາເອງ, ຫົວໜ້າບໍລິສັດຊີເອັນພີ (cnp) ຜູ້ຮັກຫອມຫລົງໄຫລຄວາມເປັນລາວ ໄດ້ໃຫ້ສໍາພາດກ່ຽວກັບຈຸດເດັ່ນຂອງ “ບ້ານເຮືອນລາວ” ວ່າເພື່ອຕ້ອນຮັບງານ ບຸນນະມັດ ສະການພະທາດຫລວງວຽງຈັນ ປະຈໍາປີ 2023, ຕິດພັນກັບວັນສໍາຄັນຂອງຊາດ ແລະ ກິດຈະກໍາຕ່າງໆຂອງພັກ-ລັດ ໂດຍສະເພາະ ສປປ ລາວພວມຫ້າງຫາກະກຽມ ເປີດປີທ່ອງທ່ຽວ ແລະ ເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ປີ 2024 ສະນັ້ນງານປີນີ້ ຈະມີຄວາມແຕກຕ່າງ ຈາກທຸກປີທີ່ຜ່ານມານັ້ນ ທັງເປັນການມອບຄວາມສຸກຄວາມມ່ວນຊື່, ຄວາມປະທັບໃຈ ແລະ ຂໍ້ມູນຄວາມຮູ້ຢ່າງຮອບດ້ານ ຄືການດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມ.

 ທ່ານນາງ ເພັງນະພາ ວົງສະໝໍລະພູມຍັງກ່າວວ່າ: ດັ່ງທີ່ຮູ້ນໍາກັນ “ບ້ານເຮືອນລາວ” ເປັນສະຖານທີ່ທ່ຽວຊົມທີ່ໜ້າສົນໃຈ ບໍ່ພຽງແຕ່ເຂົ້າໄປທ່ຽວຊົມເທົ່ານັ້ນ ຫາກຍັງເຮັດໃຫ້ທຸກໆທ່ານ ໄດ້ມີໂອກາດສຶກສາຂໍ້ມູນ ແລະ ຢ້ອນຄືນ ຄວາມຊົງຈໍາ ເປັນອໍາມະຕະຕາມແບບວິຖີຊີວິດດັ້ງເດີມ ໃນອະດີດເມື່ອກ່ອນຈົນເຖິງປັດຈຸບັນນີ້ ເພື່ອໃຫ້ຄົນຮຸ່ນໃໝ່ເຫັນໄດ້ຄວາມສໍາຄັນ ຂອງບັນພະບູລຸດ ແລະ ປະຫວັດສາດຂອງຊາດເຮົາ ເຊິ່ງງານປີນີ້ຍິ່ງໃຫຍ່ ກວ່າທຸກທີ່ຜ່ານມາ ຫລັງໂຄວິດຈາງຫາຍ ແລະ ລັດຖະບານ ໄດ້ປະກາດເປີດປະເທດແຕ່ຕົ້ນປີ 2022 ຜ່ານາມາ ເພາະງານຂອງພວກເຮົາ ໄດ້ຮວບຮວມເອົາວັດທະນະທໍາລາວ ແຕ່ເໜືອຮອດໃຕ້ມາເຂົ້າ ໃນຈຸດດຽວກັນ ແຕ່ຈຸດພິເສດແມ່ນບ້ານລາວນີ້ ແມ່ນຈະເອກອ້າງວັດທະນະທໍາຂອງລາວ ໂດຍສະເພາະແມ່ນງານຫັດຖະກຳຕ່າງໆ ພາຍໃນງານກໍຈະມີການ ຈັດວາງສະແດງສິນຄ້າທີ່ລະດົມ ມາຈາກແຕ່ລະພາກ ກໍຄືຈະມີຊຸດຊົນເຜົ່າທຸກຊົນ ເຜົ່າໃນລາວ ໃຫ້ພວກເຮົາໄດ້ທ່ຽວຊົມ ຫລື ຖ້າສົນໃຈຢາກໃສ່ຊຸດ ກໍຍັງມີບໍລິການໃຫ້ເຊົ່າ ເພື່ອຖ່າຍຮູບຢູ່ພາຍໃນງານ, ນອກຈາກນັ້ນກໍຈະມີເຄື່ອງຈັກສານຕ່າງໆ ທີ່ເປັນຜົນງານຈາກສີໄມ້ລາຍມື ແລະ ຈາກການຄົ້ນຄົ້ນຄິດປະດິດສ້າງຂອງປະຊາຊົນລາວ ຈຸດເດັ່ນຂອງໝູ່ບ້ານ ເຮືອນລາວ ເປັນຈຸດວາງສະແດງໂຄມໄຟພະຍານາກ ຊຶ່ງພະຍານາກນີ້ເປັນສິ່ງທີ່ທຸກຄົນໃນປະເທດລາວ ແລະ ປະເທດອ້ອມຂ້າງນັບຖືເປັນຢ່າງສູງ ຊຶ່ງໄດ້ວາງສະແດງຢູ່ພາຍໃນງານ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດໄດ້ທ່ຽວຊົມ. ນອກຈາກນັ້ນ ພາຍໃນງານກໍຍັງມີຮ້ານອາຫານຫຼາຍຮ້ານ ແລະ ມີອາຫານຫຼາຍປະເພດ ທີ່ຖືກປາກຖືກໃຈຄອຍ ໃຫ້ບໍລິການ ທຸກຄົນ ທີ່ໄປທ່ຽວຊົມ; ສໍາລັບການເຂົ້າຊົມບ້ານເຮືອນລາວນັ້ນ ພວກເຮົາບໍ່ຂຶ້ນລາຄ່າ ຜ່ານປະຕູເຂົ້າຊົມ ແລະ ຍັງສາໄວ້ຄືເກົ່າ ໂດຍລາຄາປີ້ເຂົ້າຊົມ 10.000 ກີບຕໍ່ຄົນເທົ່ານັ້ນ (ພະສົງ,ຜູ້ເຖົ້າ ແລະ ເດັກນ້ອຍແມ່ນເຂົ້າ ຊົມຟຣີ).

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

ads
ads

Top