ຂປລ
ແຂວງຊຽງຂວາງ ມີສະຖານທ່ທ່ອງທ່ຽວທີ່ຂຶ້ນຊື່ລືນາມລະດັບຊາດ ແລະ ໂດ່ງດັງໄປໄກໃນສາກົນໂລກ, ໂດຍສະເພາະສະຖານທີ່ທ່ອງທ່ຽວທົ່ງໄຫຫີນມີສອງແຫ່ງ, ຖໍ້າປິວສະຖານທີ່ທ່ອງທ່ຽວທີ່ຕິດພັນກັບປະຫວັດສາດການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ແລະ ອື່ນໆ.
*ແຂວງຊຽງຂວາງ ມີສະຖານທ່ທ່ອງທ່ຽວທີ່ຂຶ້ນຊື່ລືນາມລະດັບຊາດ ແລະ ໂດ່ງດັງໄປໄກໃນສາກົນໂລກ, ໂດຍສະເພາະສະຖານທີ່ທ່ອງທ່ຽວທົ່ງໄຫຫີນມີສອງແຫ່ງ, ຖໍ້າປິວ ສະຖານທີ່ທ່ອງທ່ຽວທີ່ຕິດພັນກັບປະຫວັດສາດການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ແລະ ອື່ນໆ. ຢ່າງໃດກໍ່ຕາມສຳລັບບົດນີ້ຂໍສະເໜີສະຖານທີ່ທ່ອງທ່ຽວວັດເພຍວັດທ່ີຂຶ້ນຊື່ລືນາມຂອງແຂວງຊຽງຂວາງ ກໍ່ຄືເມືອງຄູນ ເຊິ່ງເປັນອະດີດເມືອງເອກຂອງແຂວງໃຫ້ທ່ານທີ່ຍັງບໍ່ທັນໄດ້ຢ້ຽມຢາມແຂວງຊຽງຂວາງ ຫລື ຜູ້ທີ່ໄປແລ້ວແຕ່ບໍ່ທັນໄດ້ໄປເຫັນວັດເພຍວັດ ໄດ້ຮູ້ເປັນຂ້ໍມູນພ້ືນຖານ, ບາງທີມີໂອກາດໄປໃນອະນາຄົດ.

ວັດເພຍວັດຕັ້ງຢູ່ກາງເມືອງ ເມືອງຄູນ ອ້ອມຮອບດ້ວຍພູ-ຜາປ່າໄມ້ທີ່ຂຽວສະອຸ່ມ, ເຖິງຈະເປັນຍາມຮ້ອນແຕ່ພໍຕົກເວລາຄໍ່າຍາມແລງ ຢູ່ເຂດນີ້ຈະເຢັນສະບາຍຍ້ອນ ມີພູສູງເນັ່ງຍາວຢຽດທັງສອງດ້ານ, ໂດຍສະເພາະທິດຕາເວັນຕົກ. ວັດເພຍວັດຫ່າງຈາກຕົວເມືອງ ໂພນສະຫວັນ ເມືອງເອກຂອງແຂວງຊຽງຂວາງ ປະມານ 30 ກິໂລແມັດ. ຕາມປະຫວັດ, ວັດນີ້ສ້າງຂຶ້ນໃນປີ ຈຸນລະສັກກະຫລາດ (ຈສ) 744 ເຊິ່ງຖ້ານັບມາຮອດດຽວນີ້ກໍ່ມີອາຍຸ 700 ກວ່າປີແລ້ວ, ຖືເປັນວັດທີ່ເກົ່າແກ່ອີກວັດໜຶ່ງຂອງລາວທ່ີຊ້ີໃຫ້ເຫັນວ່າກ່ອນນ້ີ ເກືອບສະຕະວັດດິນແດນດັ່ງກ່າວ ເຊິ່ງເປັນເຂດເມືອງຄູນ ກໍ່ຄືແຂວງຊຽງຂວາງ ມີຄວາມຮຸ່ງເຮືອງທາງດ້ານອະລິຍະທຳ, ຍ້ອນວ່າວັດເປັນສະຖານທີ່ເຕົ້າໂຮມຈິດໃຈ, ຄວາມເຫລື້ອມໃສສັດທາຂອງມວນຊົນທີ່ນັບຖືສາສະໜາພຸດ. ບ່ອນໃດມີຄວາມຮຸ່ງເຮືອງ, ສະແດງອອກໃຫ້ເຫັນວັດວາອາຮາມທີ່ກວ້າງໃຫຍ່ສວຍງາມ, ຍ້ອນວ່າປະຊາຊົນສາມັກຄີຮ່ວມໃຈກັນສ້າງນັ້ນເອງ. ຕາມປະຫວັດ, ເຈົ້າລ້ານຄຳກອງເຊິ່ງເປັນພະຍາປົກຄອງເມືອງພວນໃນສະໄໝນ້ັນໄດ້ນຳເອົາອາຈານທຳມະກາຖາ ທີ່ມີສີມືໃນການສ້າງວັດຢູ່ເມືອງຫລວງພະບາງ ມາສ້າງວັດເພຍວັດນີ້ຂຶ້ນ ແລະ ເມື່ອສ້າງສຳເລັດ, ເຈົ້າລ້ານຄໍາກອງ ໄດ້ອັງເຊີນພະພຸດທະຮູບປາງທີ່ສັກສິດມາຈາກຫົງສາວະດີ (ໃນປະເທດມຽນມາ) ມາປະທັບໄວ້ໃນວັດເພຍວັດແຫ່ງນີ້ເຊິ່ງໄດ້ເຮັດໃຫ້ເມືອງພວນເວລານັ້ນມີຄວາມຮຸ່ງເຮືອງຍິ່ງຂຶ້ນ, ວັດເພຍວັດ ໄດ້ກາຍເປັນບ່ອນຮໍ່າຮຽນຂອງພະສົງສຳມະເນນ ໃນເວລານັ້ນສືບມາ. ສະພາບວັດເພຍວັດ ໃນປັດຈຸບັນທີ່ຫລົງເຫລືອຈາກສົງຄາມເຜົາຜານທີ່ພວກຈັກກະພັດຕ່າງດ້າວເອົາລູກແຕກໝາກໂບມມາຖ້ິມໃສ່ນ້ັນຍັງຄົງໄດ້ຮັບຄວາມນິຍົມໄປຊົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງບໍ່ຂາດສາຍ. ວັດເພຍວັດ, ເຖິງວ່າຍັງເຫລືອແຕ່ພຽງຊາກຈາກສົງຄາມທຳລາຍ, ແຕ່ກໍ່ຍັງຄົງມີມົນຂັງສັກສິດທ່ີສະຖິດຢູ່ໃນດວງໃຈຂອງປວງຊົນລາວ ກໍ່ຄືຊາວຊຽງຂວາງ ຕະຫລອດມາ, ອຳນາດການປົກຄອງ ແລະ ຊາວເມືອງຄູນ ໄດ້ພ້ອມກັນເອົາໃຈໃສ່ປົກປັກຮັກສາສະຖານທ່ີດ່ັງກ່າວໃຫ້ຢູ່ຄູ່ກັບເມືອງຄູນ ກໍ່ຄືແຂວງຊຽງຂວາງ ໄປຊົ່ວກາລະນານ.
KPL