ພູຜາມ່ານ ຈຸດໝາຍປ້າຍທາງການທ່ອງທ່ຽວແບບປະຈົນໄພ

12/05/2025 10:32
Email Print 148
ຂປລ ພູຜາມ່ານ ອີກໜຶ່ງສະຖານທ່ີທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຂອງ ແຂວງຄຳມ່ວນ ເຊິ່ງເປັນຈຸດຊົມທິວທັດທຳມະຊາດທີ່ງົດງາມ ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕັ້ງຢູ່ລຽບຕາມເສັ້ນທາງໝາຍເລກ 8, ຫ່າງຈາກທາງແບ່ງຫລັກ 20 ປະມານ 33 ກິໂລແມັດ, ຢູ່ໃນເຂດບ້ານນ້ຳເງິນ ເມືອງຄູນຄຳ.

     *ພູຜາມ່ານ ອີກໜຶ່ງສະຖານທ່ີທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຂອງ ແຂວງຄຳມ່ວນ ເຊິ່ງເປັນຈຸດຊົມທິວທັດທຳມະຊາດທີ່ງົດງາມ ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕັ້ງຢູ່ລຽບຕາມເສັ້ນທາງໝາຍເລກ 8, ຫ່າງຈາກທາງແບ່ງຫລັກ 20 ປະມານ 33 ກິໂລແມັດ, ຢູ່ໃນເຂດບ້ານນ້ຳເງິນ ເມືອງຄູນຄຳ. ສະຖານທີ່ນີ້ໄດ້ຮັບການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວລະດັບປະເທດ ແລະ ເປີດບໍລິການຢ່າງເປັນທາງການໃນວັນທີ 15 ທັນວາ 2019 ເປັນຕົ້ນມາ.


     ພູຜາມ່ານ ເປັນແຫລ່ງທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍສົດງົດງາມທີ່ສຸດ ທີ່ດຶງດູດໃຈສະກົດສາຍຕາຂອງຜູ້ພົບເຫັນຍ້ອນຄວາມງົດງາມທ່ີທຳມະຊາດປັ້ນແຕ່ງຂ້ຶ້ນມາຢ່າງໜ້າມະຫັດສະຈັນ, ເປັນພູຜາຫີນປູນແຫລມທີ່ຕັ້ງລຽງຊ້າຍລ້າຍສະຫລັບສັບຊ້ອນກັນຢ່າງສວຍງາມ ແລະ ມີປ່າໄມ້ທີ່ອຸດົມສົມບູນຂຽວງາມອຸ່ມທຸ່ມຢູ່ໃນປ່າສະຫງວນແຫ່ງຊາດພູຫີນບູນ ພ້ອມກັບຊົມບັນຍາກາດຂອງພູຫີນບູນ  ແລະ ຍິ່ງໄປກວ່ານ້ັນທ່ານຈະໄດ້ເພີດເພີນກັບການໄຕຜາ, ປີນພູ, ຂີ່ສະລິງ ແລະ ໄຕ່ຂວາແມງມຸນ. ພູຜາມ່ານມີເນື້ອທີ່ທັງໝົດ 7.500 ກວ່າເຮັກຕາ. ໃນນັ້ນ, ເນື້ອທີ່ເຮັດກິດຈະກໍາຫລັກໆມີ 23 ເຮັກຕາ ໂດຍໄດ້ຮັບການພັດທະນາຈາກບໍລິສັດທ່ອງທ່ຽວກຣີນດິສໂຄເວີຣີ ແລະ ເປີດໃຫ້ບໍລິການມາແຕ່ທ້າຍປີ 2019 ເຊິ່ງມີຫລາຍກິດຈະກຳຫລັກ ໃນນັ້ນ, ມີ 3 ລາຍການ (ກິດຈະກໍາ) ທ່ອງທ່ຽວທີ່ທ້າທາຍຄື: ລາຍການທ່ອງທ່ຽວ 2 ຊົ່ວໂມງມີ: ຂີ່ສະລິງ 5 ເສັ້ນ, ໄຕ່ຂົວ, ຍ່າງປ່າ, ຊົມທິວທັດ, ປີນຜາພ້ອມທັງມີຈຸດຊົມທິວທັດຖ່າຍພາບງາມໆ 360 ອົງສາ; ລາຍການທ່ອງທ່ຽວທີ 2 ເຄິ່ງວັນມີ: ຂີ່ສະລິງ 12 ເສັ້ນ, ການລອຍໂຕລົງຖໍ້າປ່ອງຄວາມເລິກ 70 ແມັດ; ລາຍການທ່ອງທ່ຽວທີ 3 ໜຶ່ງວັນມີ: ສະລິງ 15 ເສັ້ນ, ລອຍໂຕລົງຜາ, ການລອຍໂຕລົງຖໍ້າປ່ອງຄວາມເລິກ 90 ແມັດ, 170 ແມັດ ແລະ ທ່ຽວຊົມຖໍ້າ. ນອກຈາກຂີ່ສະລິງແລ້ວ ຍັງມີກິດຈະກໍາພາຍເຮືອກາຍັກ, ພາຍເຮືອກາຍັກຢູ່ຖໍ້າກອງລໍ, ສາຍນໍ້າຫີນບູນ ແລະ ກິດຈະກໍາອື່ນໆນັກທ່ອງທ່ຽວສາມາດເລືອກລາຍການທ່ອງທ່ຽວຕາມຄວາມຕ້ອງການໄດ້. ນອກນັ້ນ, ຍັງມີບ່ອນພັກທີ່ໜ້າຕື່ນຕາຕື່ນໃຈເຊ່ັນ: ເຮືອນພັກແບບແຄັບຊູນ ທີ່ມີຄວາມສວຍງາມແປກຕາມີຄວາມກວ້າງຂວາງຢູ່ສະບາຍ ແລະ ເຮືອນພັກຕົ້ນໄມ້ໄວ້ບໍລິການນັກທ່ອງທ່ຽວສຳລັບຜູ້ກຽມພ້ອມ ແລະ ສົນໃຈນອນສຳຜັດບັນຍາກາດທຳມະຊາດຕື່ມອີກ. ສ່ວນຍາມຄ່ຳຄືນຍັງສາມາດເບິ່ງທາງຊ້າງເຜືອກທ່ີສວຍງາມ ແລະ ອັດສະຈັນຕາໄດ້ອີກຮັບຮອງເລີຍວ່າຫາເບິ່ງໄດ້ຍາກ ແລະ ສ້າງຄວາມຕື່ນຕາຕື່ນໃຈໃຫ້ກັຜູ້ພົບເຫັນ. ໃຜທີ່ມີໂອກາດໄດ້ໄປທ່ຽວຢູ່ທີ່ນີ້ຮັບຮອງວ່າບໍ່ຜິດຫວັງແນ່ນອນເພາະຢູ່ສະຖານທີ່ທ່ອງທ່ຽວດັ່ງກ່າວມີການບໍລິການຄົບຊຸດບໍ່ວ່າຈະເປັນບ່ອນພັກເຊົາ, ອາຫານ ແລະ ມີກິດຈະກຳຕ່າງໆໃຫ້ເລືອກຫລີ້ນໄດ້ຢ່າງເຕັມທີ່.


    ວິທີທີ່ດີໃນການທ່ຽວພູຜາມ່ານ ຄືຈອງທົວເບິ່ງຕາເວັນຕົກດິນ, ເພີດເພີນໄປກັບການຂີ່ສະລິງ, ໄຕ່ຂົວ ແລະ ການປີນຜາຫີນປູນດ້ວຍ ເຟີຣິຕ່າ (Ferrata), ໃນຂະນະທ່ີທ່ານຫລ້ີນກິດຈະກຳຕ່າງໆເພ່ືອໄປໃຫ້ຮອດຈຸດຊົມທິວທັດຈະມີແສງຕາເວັນທີ່ຄ່ອຍໆຕົກດິນສາດສ່ອງໃສ່ເມື່ອມາຮອດຈຸດຊົມທິວທັດທີ່ຢູ່ກາງພູຫີນປູນແລ້ວທ່ານຈະໄດ້ຊົມຄວາມງາມຂອງທຳມະຊາດ ແລະ ຕາເວັນຕົກດິນໄດ້ຢ່າງແທ້ຈິງ ພ້ອມກັບອາກາດທ່ີເຢັນສະບາຍເທິງໜ່ວຍພູ ສຳຜັດປະສົບການເຫລົ່ານີ້ດ້ວຍຕົວທ່ານເອງໄດ້.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top