ຂປລ
ນ້ຳຕົກຕາດນ້ຳດີ ເປັນແຫລ່ງທ່ອງທ່ຽວທຳມະຊາດທີ່ໄດ້ຮັບຄວາມນິຍົມຫລາຍໃນແຂວງ ຫລວງນ້ຳທາ ເຊິ່ງຕັ້ງຢູ່ບ້ານນ້ຳດີ ຫ່າງຈາກຕົວເມືອງຫລວງນ້ຳທາປະມານ 7 ກິໂລແມັດ.
*ນ້ຳຕົກຕາດນ້ຳດີ ເປັນແຫລ່ງທ່ອງທ່ຽວທຳມະຊາດທີ່ໄດ້ຮັບຄວາມນິຍົມຫລາຍໃນແຂວງ ຫລວງນ້ຳທາ ເຊິ່ງຕັ້ງຢູ່ບ້ານນ້ຳດີ ຫ່າງຈາກຕົວເມືອງຫລວງນ້ຳທາປະມານ 7 ກິໂລແມັດ. ນ້ຳຕົກຕາດແຫ່ງນີ້ຖືກຄົ້ນພົບໃນປີ 1995 ແລະ ຕໍ່ມາຖືກພັດທະນາເພື່ອໃຫ້ແຂກສາມາດເຂົ້າໄປທ່ຽວຫລີ້ນທ່ຽວຊົມໄດ້ ເຊິ່ງໄດ້ມີການສ້າງ ສິ່ງອຳນວຍຄວາມສະດວກເຊັ່ນ: ເສັ້ນທາງເຂົ້າຫາຕາດ, ຫ້ອງນ້ຳ, ສາລາພັກຜ່ອນ, ລານຖ່າຍຮູບ ແລະ ຮ້ານຈຳໜ່າຍຜະລິດຕະພັນຫັດຖະກຳຂອງຊາວບ້ານ, ທີ່ສຳຄັນນັກທ່ອງທ່ຽວສາມາດລົງຫລີ້ນນ້ຳເຢັນສະບາຍໄດ້ຢູ່ບໍລິ ເວນຕ້ຳຕົກຕາດອັນສວຍງາມ, ສ່ວນຢູ່ດ້ານລຸ່ມຂອງຕາດກໍມີ ສາລາໄວ້ໃຫ້ທ່ານນັ່ງພັກຜ່ອນຢ່ອນອາລົມ.
ສຳລັບຢູ່ທາງເຂົ້າກໍມີຮ້ານອາຫານ, ເຄື່ອງດື່ມ ແລະ ເຄື່ອງຫັດຖະກຳທ້ອງຖິ່ນໄວ້ຄອຍບໍລິການແຂກທີ່ເຂົ້າມານ້ຳຕົກຕາດແຫ່າງນີ້. ບ້ານນໍ້າດີເປັນໜຶ່ງໃນ 5 ໝູ່ບ້ານເຜົ່າແລນແຕນຂອງແຂວງຫລວງນ້ຳທາ, ຊື່ຂອງບ້ານນໍ້າດີແມ່ນຕັ້ງຂຶ້ນຕາມສາຍນໍ້າດີທີ່ໄຫລຜ່ານບ້ານ, ເປັນສາຍນໍ້າທີ່ກໍາເນີດມາຈາກພູໝາກມ່ວງ ສາມຕົ້ນເຊິ່ງເປັນພູທີ່ມີສາຍນໍ້າໄຫລແຍກເປັນແມ່ນໍ້າ 3 ສາຍຄື: ນໍ້າດີ, ນໍ້າປາງຟາດ ແລະ ຫ້ວຍປານນາ. ນໍ້າຕົກຕາດນໍ້າດີໄຫລມາຈາກສາຍນໍ້າຫ້ວຍປານນາ ທີ່ເປັນແຫລ່ງນໍ້າດື່ມຂອງຊາວບ້ານ. ບ້ານນໍ້າດີໄດ້ເລີ່ມເປີດເປັນບ້ານທ່ອງທ່ຽວດ້ານທໍາມະຊາດ ແລະ ວັດທະນະທໍາມາແຕ່ ປີ 1995 ໂດຍໄດ້ອາໄສທ່າແຮງນໍ້າຕົກຕາດ ແລະ ມູນເຊື້ອວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊົນເຜົ່າແລນແຕນ. ຜ່ານມາໄດ້ຮັບທຶນຊ່ວຍເຫລືອໃນການສ້າງສາລາພັກຜ່ອນ, ເສັ້ນທາງຍ່າງປ່າ, ຫ້ອງນໍ້າ, ຮ້ານຈໍາໜ່າຍຜະລິດຕະພັນຫັດຖະກໍາຊາວບ້ານ, ໂອນຊາ, ຂົວອູ່, ລານຖ່າຍຮູບ, ຂົວຂ້າມນໍ້າ, ໂດຍທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານນິວຊີແລນ. ຕໍ່ມາໃນປີ 2024 ກໍໄດ້ຮັບການພັດທະນາໂດຍບໍລິສັດນໍ້າດີພັດທະນາຈຳກັດຜູ້ດຽວ, ໄດ້ສ້າງ ແລະ ປັບປຸງສິ່ງອຳນວຍຄວາມສະດວກ ແລະ ການບໍລິການທີ່ຫລາກຫລາຍສາມາດໃຫ້ບໍລິການແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຕາດດັ່ງກ່າວໄດ້ທຸກມື້.
ເຖິງແນວໃດກໍດີ, ໃນອາທິດຜ່ານມານີ້ທີ່ຫ້ອງວ່າການແຂວງ ຫລວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາແຫລ່ງທ່ອງທ່ຽວທໍາມະຊາດນໍ້າຕົກຕາດນໍ້າດີຄືນໃໝ່ໂດຍມີ ທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫລວງນໍ້າທາ, ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ບຸນຄົງ ພີມມະສອນ ເຈົ້າເມືອງໆຫລວງນໍ້າທາ, ມີຄະນະກໍາມະການຄຸ້ມຄອງໂຄງການ, ບໍລິສັດພັດທະນາຕາດນໍ້າດີ, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຜູ້ຕາງໜ້າບໍລິສັດພັດທະນາຕາດນໍ້າດີ ໄດ້ລາຍງານການດໍາເນີນໂຄງການຂອງບໍລິສັດນໍ້າດີພັດທະນານັບແຕ່ການກໍ່ສ້າງສໍາເລັດ ແລະ ເປີດໃຫ້ບໍລິການເປັນຕົ້ນມາຖືວ່າໄດ້ຮັບຜົນຕອບຮັບທີ່ດີພໍສົມຄວນທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ ເຊິ່ງການເກັບສະຖິຕິຄົນເຂົ້າທ່ຽວຕາດນ້ຳດີນັບແຕ່ເປີດຢ່າງເປັນທາງການໃນວັນທີ 23 ກຸມພາ 2024 ຫາວັນທີ 31 ສິງຫາ 2024 ເປັນໄລຍະເວລາ 6 ເດືອນ ສາມາດເກັບກໍາຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມຕາດນໍ້າ ດີ 35.628 ຄົນ ໃນນັ້ນ, ມີທັງນັກທ່ອງທ່ຽວທີ່ຢູ່ພາຍໃນແຂວງ 50% ຕ່າງແຂວງ 35% ໂດຍປະມານ ແລະ ໃນລະຫວ່າງການເປີດໃຫ້ບໍລິການໄດ້ພົບຂໍ້ສະດວກ, ຂໍ້ຫຍຸ້ງຍາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກຫລາຍຮູບແບບ. ສຳລັບຂໍ້ສະດວກແມ່ນສະຖານທີ່ບໍ່ໄກຈາກຕົວເມືອງເຮັດໃຫ້ການຊອກຫາ ແລະ ເດີນທາງເຂົ້າມາທ່ຽວຊົມໄດ້ງ່າຍ, ດ້ານບຸກຄະລາກອນສາມາດໝູນວຽນທົດແທນປ່ຽນແທນເນື່ອງຈາກບຸກຄະກອນສ່ວນຫລາຍເປັນຄົນທ້ອງຖິ່ນ. ສ່ວນຂໍ້ຫຍຸ້ງຍາກແມ່ນພື້ນທີ່ຈອດລົດບໍ່ພຽງພໍເພື່ອ ຮອງຮັບລູກຄ້າໃນບາງມື້, ການບໍລິການໃນບາງຂອດມີຄວາມຫຍຸ້ງຍາກ ແລະ ພົບບັນຫາສົ່ງຜົນກະທົບຫລາຍໃນໄລຍະຜ່ານມາ. ໃນຕົ້ນເດືອນກັນຍາ 2024 ໄດ້ມີຝົນຕົກໜັກເຮັດໃຫ້ແຫລ່ງທ່ອງທ່ຽວຕາດນໍ້າດີໄດ້ຮັບຜົນກະທົບເສຍຫາຍຫລາຍຕໍ່ກັບໄພທຳມະຊາດທີ່ເກີດຂຶ້ນບໍລິສັດພວມ ເລັ່ງໃຫ້ຕາດນໍ້າດີສາມາດເປີດຄືນໄດ້, ສຳລັບແຜນການພັດທະນາບ້ານທາງບໍລິສັດຈະໄດ້ສືບຕໍ່ພັດທະນາບ້ານ ໂດຍສະເພາະຈະໄດ້ສ້ອມແປງບຳລຸງຝາຍ, ຄອງເໝືອງ, ຕະຫລາດຊຸມຊົນ, ເດີ່ນໂຮງຮຽນ ແລະ ບ່ອນຂາຍຢາງພາລາຄືນໃໝ່ ໂດຍທີ່ທາງບໍລິສັດອອກວັດຖຸ ແລະ ໃຫ້ບ້ານເປັນແຮງງານ.
KPL