ຖືປະຫວັດສາດເປັນແວ່ນແຍງ ປົກປ້ອງໝາກຜົນແຫ່ງໄຊຊະນະຂອງສົງຄາມໂລກຄັ້ງທີ 2

12/05/2025 15:06
ຂປລ ພິ​ທີ​ສະ​ເຫລີມ ​ສະຫລອງ ວັນ​ໄຊ​ຊະ​ນະ​ ຂອງ​ສົງ​ຄາມ ​ປ້ອງ​ກັນ​ປິ​ຕຸ​ພູມ ສະ​ຫະ​ພາບ​ໂຊ​ວຽດ ​ຄົບ​ຮອບ 80 ປີ ໄດ້​ຈັດ​ຂຶ້ນ ​ຢ່າງ​ຍິ່ງໃຫຍ່ ຢູ່​ນະ​ຄອນຫລວງ​ ມົ​ດສະ​ກູ ​ປະ​ເທດ​ຣັດ​ເຊຍ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ພິ​ທີ​ສະ​ເຫລີມ ​ສະຫລອງ ວັນ​ໄຊ​ຊະ​ນະ​ ຂອງ​ສົງ​ຄາມ ​ປ້ອງ​ກັນ​ປິ​ຕຸ​ພູມ ສະ​ຫະ​ພາບ​ໂຊ​ວຽດ ​ຄົບ​ຮອບ 80 ປີ ໄດ້​ຈັດ​ຂຶ້ນ ​ຢ່າງ​ຍິ່ງໃຫຍ່ ຢູ່​ນະ​ຄອນຫລວງ​ ມົ​ດສະ​ກູ ​ປະ​ເທດ​ຣັດ​ເຊຍ ເມື່ອບໍ່ດົນມານີ້.ໂດຍມີ ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ພ້ອມ​ກັບ​ຜູ້​ນຳ 20​ກວ່າປະ​ເທດ ​​ກໍ​ຄື ອົງ​ການ​ຈັດ​ຕັ້ງສາ​ກົນ​ ໄດ້​ເຂົ້າ​ຮ່ວມ​ພິ​ທີ ​ດັ່ງ​ກ່າວ​ຕາມ​ຄຳ​ເຊີນ. ຫາງ​ສຽງ​ ຣັດ​ເຊຍ ​ເຫັນ​ວ່າ: ທ່ານ ​ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ເຂົ້າ​ຮ່ວມ ​ພິ​ທີ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ ​ດ້ານ​ປະ​ຫວັດ​ສາດ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ ​ສະ​ຕິ ແລະ ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ຂອງ​ ສປ ຈີນ ແລະ ຣັດ​ເຊຍ ​ທີ່​ຮ່ວມ​ກັນປົກ​ປ້ອງໝາກ​ຜົນ ​ແຫ່ງ​ໄຊ​ຊະ​ນະ ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ກໍ​ຄື ປົກ​ປັກ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ໃນ​ສາ​ກົນ. ຄົນ​ຈີນ​ມັກ​ເວົ້າ​ວ່າ “ຖື​ປະ​ຫ​ວັດ​ສາດ ​ເປັນ​ແວ່ນ​ແຍງ”. ບົດ​ຮຽນ​​ທາງ​ລົບທີ່​ໜ້າ​ເຈັບ​ແສບ​ ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເຕືອນ​ໃຫ້​ຊາວ​ໂລກວ່າ: ຄວາມ​ເຫັນ​ອະ​ຄະ​ຕິ ແລະ ການ​ດູ​ໝິ່ນ​ຈຳ​ແນກ, ຄວາມ​ຄຽດ​ແຄ້ນ ແລະ ສົງ​ຄາມ ພຽງ​ແຕ່​ຈະ​ນຳ​​ມາ​ເຊິ່ງ​ໄພ​ພິ​ບັດ ແລະ ຄວາມ​ເຈັບ​ປວດ​ເທົ່າ​ນັ້ນ; ການ​ເຄົາ​ລົບ​ກັນ ຢູ່​ຮ່ວມ​ກັນ​ຢ່າງ​ສະ​ເໝີ​ພາບ ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ຈຶ່ງ​ເປັນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ໂລກ​ມະ​ນຸດ. ແຕ່​ສິ່ງ​ທີ່​ໜ້າ​ເສຍ​ໃຈ​ຄື: ຫຼັງ​ຈາກ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ​ສິ້ນ​ສຸດ​ລົງເປັນ​ເວ​ລາ 80 ປີ ຄື​ໃນ​ປັດ​ຈຸ​ບັນ​ນີ້, ບາງ​ຄົນ​ໄດ້ຫລົງ​ລືມ ​ປະ​ຫວັດ​ສາດ, ຊູ​ຊີ​ເຮັດ​ລັດ​ທິ​ຝ່າຍ​ດຽວ ລັດ​ທິ​ເຈົ້າ​ອຳ​ນາດ ແລະ ການ​ເມືອງ​ມະ​ຫາ​ອຳ​ນາດ, ປັ້ນ​ແຕ່ງ​ຖ້ອຍ​ຄຳ​ ທີ່​ເອີ້ນ​ວ່າອົງ​ການ ​ສະ​ຫະ​ ປະ​ຊາ​ຊ​າດ​ ໄຮ້​ຄຸນ​ປະ​ໂຫຍດ” ຫລື ຖ້ອຍ​ຄຳ​ທີ່​ເອີ້ນ​ວ່າກົດ​ໝາຍ​ສາ​ກົນ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້”. ນອກ​ນີ້, ບາງ​ປະ​ເທດ​ເຈ​ຕະ​ນາ​ສະ​ແຫວງ​ຫາ​ຄວາມ​ເປັນ​ເຈົ້າ​ອຳ​ນາດ ແລະ ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ໄດ້​ບິດ​ເບືອນ​ໝາກ​ຜົນ ​ແຫ່ງ​ໄຊ​ຊະ​ນະ​ຂອ​ງ​ສົງ​ຄາມ​ໂລກ ​ຄັ້ງ​ທີ 2. ເມື່ອມວນ​ມະ​ນຸດ​ ໄດ້​ຢືນ​ຢູ່​ ທາງ​ແຍກ​ ແຫ່ງ​ປະ​ຫວັດ​ສາດ ​ອີກ​ຄັ້ງ​ໜຶ່ງ, ຈີນ ແລະ ຣັດ​ເຊຍ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່ ທັງ​ເປັນ​ສະ​ມາ​ຊິກ​ຖາ​ວອນ​ໃນ​ສະ​ພາ​ ຄວາມ​ໝັ້ນ​ຄົງ ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ໄດ້​ອອກ​ໜ້າ​ອີກ​ຄັ້ງ​ໜຶ່ງ. ໃນ​ເວ​ລາ​ພົບ​ປະ​ກັນ​ຢູ່​ນະ​ຄອນຫຼວງ​ມົ​ສ​ກູ​ໃນ​ຄັ້ງ​ນີ້, ປະ​ມຸກ​ລັດ​ສອງ​ປະ​ເທດ​ຈີນ - ຣັດ​ເຊຍເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ວ່າ ຮ່ວມ​ກັນ​ສົ່ງ​ເສີມ​ ທັດ​ສະ​ນະ ​ປະ​ຫວັດ​ສາດ ​ອັນ​ຖືກ​ຕ້ອງ ​ກ່ຽວ​ກັບ​ ສົງ​ຄາມ​ໂລກ​ຄັ້ງ​ທີ 2, ປົກ​​ປ້ອງ​ ຄວາມ​ສັກ​ສິດ ແລະ ຖາ​ນະ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ປົກ​ປັກ​ຮັກ​ສາ ​ຄວາມ​ຍຸ​ຕິ​ທຳ ແລະ ຄວາມ​ເປັນ​ທຳ​ໃນ​ສາ​ກົນ, ເຊິ່ງ​ໄດ້​ຊີ້​ແຈງ​ທິດ​ທາງ​ໃຫ້​ແກ່​ ປະ​ຊາ​ຄົມ​ໂລກ​ ໃນ​ການ​ປົກ​ປັກ​ຮັກ​ສາ​ໝາກ​ຜົນ ​ແຫ່ງ​ໄຊ​ຊະ​ນະ​ ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ ​ຫລາຍ​ປະ​ການ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top