ເວທີປາໄສວິສາຫະກິດ ຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023

20/11/2023 14:31
Email Print 1181
ຂປລ ເວທີ ປາໄສ ວິສາຫະກິດ ຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ແຂວງ ອຸດອນ ທານີ ຂອງ ໄທ ພາຍໃຕ້ ການອຸປະຖຳ ຂອງສະຖານທູດ ຫວຽດນາມ ປະຈຳ ໄທ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ເວທີ ປາໄສ ວິສາຫະກິດ ຫວຽດນາມ-ລາວ-ໄທ-ກຳປູເຈຍ-ມຽນມາ ປີ 2023 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ແຂວງ ອຸດອນ ທານີ ຂອງ ໄທ ພາຍໃຕ້ ການອຸປະຖຳ ຂອງສະຖານທູດ ຫວຽດນາມ ປະຈຳ ໄທ. ຈາກນັ້ນ ບັນດາ ຜູ້ແທນ ທີ່ເຂົ້າຮ່ວມ ໄດ້ແບ່ງປັນ, ແລກປ່ຽນ ບົດຮຽນ, ປະສົບການ ເພື່ອແນໃສ່ ເພີ່ມທະວີ ການແລກປ່ຽນ ການຄ້າ, ການເຊື່ອມຈອດ ແລະ ສ້າງຕາໜ່າງ ລະຫວ່າງ ບັນດາ ວິສາຫະກິດ ຫວຽດນາມ ກັບວິສາຫະກິດ ຂອງ 5 ປະເທດ ກໍຄື ບັນດາ ປະເທດ ສະມາຊິກ ຂອງສະຫະ ສະມາຄົມ ນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ໃນຂົງເຂດ: ກະສິກຳ, ການທ່ອງທ່ຽວ, ການບໍລິການ, ເຕັກໂນໂລຊີ ຂັ້ນສູງ, ການສົ່ງອອກ ແລະ ດ້ານການເງິນ.ໄປຄຽງຄູ່ ກັນນັ້ນ, ເວທີປາໄສ ກໍແມ່ນໂອກາດ ເພື່ອແນະນຳ, ໂຄສະນາ ສະພາບ ແວດລ້ອມ ລົງທຶນ, ດຳເນີນ ທຸລະກິດ ຂອງ ສສ ຫວຽດນາມ, ຊຸກຍູ້ ການສົ່ງອອກ ສິນຄ້າ ຫວຽດນາມ ໄປບັນດາ ປະເທດ ໃນພາກພື້ນ; ພ້ອມທັງ ປະກອບສ່ວນ ປະຕິບັດ ແຜນຮ່າງ ຂອງລັດຖະບານ ກ່ຽວກັບ ການ ລະດົມ ຊາວຫວຽດນາມ ຢູ່ຕ່າງປະເທດ ເຂົ້າຮ່ວມ ການແນະນຳ, ຈຳໜ່າຍ ສິນຄ້າ ແລະ ພັດທະນາ ບັນດາ ຊ່ອງຈຳໜ່າຍ ສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020–2024 ໃຫ້ປະກົດ ຜົນເປັນຈິງ. ໃນຂອບເຂດ ຂອງເວທີ ປາໄສ, ບັນດາ ວິສາຫະກິດ ໄດ້ລົງນາມ ໃນຂໍ້ຕົກລົງ ຮ່ວມມື,  ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນການ ປັບປຸງ, ຍົກສູງ ປະສິດທິຜົນ ການຮ່ວມມື ດ້ານເສດຖະກິດ ລະຫວ່າງ 5 ປະເທດ ດັ່ງກ່າວ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top