ຂປລ
ທ້າຍປີ 2023 ແລະ ຕໍ່ໃສ່ປີ 2024 ທີ່ຈະມາເຖິງນີ້, ສຳລັບປະເທດເຮົາກໍ່ມີຫລາຍໆວັນສຳຄັນຂອງຊາດ ໂດຍສະເພາະແມ່ນວັນ ສະຖາປະນາ ສປປ ລາວກໍວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ. ຂະນະທີ່ໃນຕົ້ນປີ 2024 ສປປ ລາວ, ກໍ່ຈະໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຕິດພັນກັບການເປີດ ທ່ອງທ່ຽວລາວ, ເຊິ່ງວັນສຳຄັນເຫລົ່ານັ້ນ ລ້ວນແລ້ວ ແຕ່ມີຄວາມສຳຄັນ ທີ່ພວກເຮົາຕ້ອງໄດ້ເປັນເຈົ້າ ການສ້າງຜົນງານ ຂ່ຳນັບຮັບຕ້ອນຢ່າງເປັນຂະບວນຟົດຟື້ນ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ.

*ທ້າຍປີ 2023 ແລະ ຕໍ່ໃສ່ປີ 2024 ທີ່ຈະມາເຖິງນີ້, ສຳລັບປະເທດເຮົາກໍ່ມີຫລາຍໆວັນສຳຄັນຂອງຊາດ ໂດຍສະເພາະແມ່ນວັນສະຖາປະນາ ສປປ ລາວກໍວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດຂອງທ່ານປະທານໄກສອນ ພົມວິຫານ. ຂະນະທີ່ໃນຕົ້ນປີ 2024 ສປປ ລາວ, ກໍ່ຈະໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຕິດພັນກັບການເປີດທ່ອງທ່ຽວລາວ, ເຊິ່ງວັນສຳຄັນເຫລົ່ານັ້ນ ລ້ວນແລ້ວ ແຕ່ມີຄວາມສຳຄັນ ທີ່ພວກເຮົາຕ້ອງໄດ້ເປັນເຈົ້າການສ້າງຜົນງານ ຂ່ຳນັບຮັບຕ້ອນຢ່າງເປັນຂະບວນຟົດຟື້ນ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ. ໜຶ່ງໃນຫລາຍໜ້າວຽກທີ່ຄວນເອົາໃຈໃສ່ທີ່ສຸດກໍ່ຄື: ສ. ສະອາດ ໂດຍທຸກພາກສ່ວນ, ທຸກຊັ້ນຄົນໃນສັງຄົມຕ້ອງເອົາໃຈໃສ່ຢ່າງເອົາຈິງເອົາຈັງ ເພື່ອເຮັດໃຫ້ທຸກສະຖານທີ່ ມີຄວາມສະອາດງາມຕາໜ້າຢູ່, ໜ້າພັກຜ່ອນຂອງນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາທ່ຽວຢູ່ປະເທດລາວເຮົາ ຢູ່ໃນປັດຈຸບັນ ແລະ ເປີດປີທ່ອງທ່ຽວລາວໃນປີໜ້າ.
ໃນໄລຍະຜ່ານມາ ບັນຫາການຈັດສັນຂີ້ເຫຍື້ອຢູ່ໃນປະເທດເຮົາຍັງເປັນສິ່ງທ້າທາຍຕະຫລອດມາ, ເຖິງວ່າພາກສ່ວນກ່ຽວຂ້ອງໄດ້ມີມາດຕະການຫລາຍອັນກໍ່ຕາມ, ແຕ່ການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີຫລາຍຢ່າງ ທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງຄືນ ແລະ ມາຮອດປັດຈຸບັນປະຊາຊົນ ໃນຕົວ ເມືອງໃຫຍ່ ໂດຍສະເພາະແມ່ນນະຄອນຫລວງວຽງຈັນ ມີບາງບ້ານປະຊາຊົນຕ້ອງໄດ້ລໍຖ້າຫລາຍມື້ ລົດເກັບຂີ້ເຫຍື້ອມາເກັບໄປຖິ້ມ. ສິ່ງດັ່ງກ່າວ ໄດ້ກາຍເປັນບັນຫາການຖິ້ມຂີ້ເຫຍື້ອຊະຊາຍ, ຫລາຍຄົວເຮືອນໄດ້ໃຊ້ວິທີກຳຈັດຂີ້ເຫຍື້ ອດ້ວຍການຈູດ. ຂະນະທີ່ບາງຄອບຄົວບໍ່ມີບ່ອນຈູດກໍ່ ຕ້ອງໄດ້ຮັກສາຫລາຍມື້ ອັນໄດ້ສ້າງຄວາມເປິະເປື້ອນ ແລະ ສົ່ງກິ່ນເໝັນຂຶ້ນ.
ອີງຕາມການລາຍຂອງທະນາຄານໂລກໃຫ້ຮູ້ວ່າ: ມີພຽງແຕ່ປະມານ 40-60% ຂອງຂີ້ເຫຍື້ອໃນນະຄອນຫລວງວຽງຈັນໄດ້ຖືກເກັບ ແລະ ນຳໄປຖອດຖິ້ມຢູ່ສະໜາມຂິ້ີ້ເຫຍື້ອ ທີ່ຍັງບໍ່ທັນມີການຈັດການທີ່ດີ ແລະ ສ່ວນທີ່ເຫລືອນັ້ນ, ແມ່ນປະຊາຊົນໄດ້ນຳໄປຈູດ, ຖອດຖິ້ມຊະຊາຍ ໂດຍສະ ເພາະຕາມຄອງນ້ຳ, ຫ້ວຍຮ່ອງ ແລະ ອື່ນໆ ທີ່ອາດນຳມາເຊິ່ງມົນລະພິດຮ້າຍແຮງ. ເປັນເລື່ອງບໍ່ແປກເລີຍທີ່ແຕ່ລະປີນະຄອນຫລວງວຽງຈັນ ປະສົບມົນລະພິດທາງອາກາດ ໂດຍສ່ວນໃຫຍ່ພວກເຮົາ ແມ່ນຕຳນິປະຊາຊົນຈູດໄຮ່, ຈູດສວນ, ແຕ່ຄວາມຈິງແລ້ວ ຄົນໃນຕົວເມືອງຈູດຂີ້ເຫຍື້ອ ທີ່ເປັນ ປຣາສະຕິກນັ້ນ ເປັນສາເຫດໜຶ່ງທີ່ເຮັດໃຫ້ມີມົນລະພິດທາງອາກາດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ ອັນເກີດຈາກຂ້ອຍ ແລະ ເຈົ້າ ກາຍເປັນຫລາຍຄົນຈູດ, ພວກບໍລິການເກັບຂີ້ເຫຍື້ອ ຍັງບໍ່ສາມາດຕອບໂຈດໄດ້ ເຮັດໃຫ້ບັນຫາຂີ້ເຫຍື້ອກຳລັງເກີດເປັນເລື່ອງໃຫຍ່ນັບມື້.

ຢ່າງໃດກໍ່ດີເວລາເດີນທາງແຕ່ເໜືອຮອດໃຕ້ມີບາງຂອບເຂດມີກອງຂີ້ເຫຍື້ອຢູ່ແຄມທາງ, ເຊິ່ງພວກເຮົາຮູ້ນຳກັນວ່າ ພື້ນຖານໂຄງລ່າງ ໂດຍສະເພາະການເກັບ ແລະ ສະໜາມຂີ້ເຫຍື້ອແຕ່ລະແຂວງ ມີຈຳກັດທາງດ້ານຂີດຄວາມສາມາດ, ຂາດແຄນພາຫະນະ, ອຸປະກອນຮັບໃຊ້ ແລະ ການບໍລິຫານ ບໍລິການທີ່ດີ. ບັນຫາດັ່ງກ່າວ ອາດກາຍເປັນພາບພົດບໍ່ດີຕໍ່ບ້ານເມືອງເຮົາ, ຖ້າບັນຫາຂີ້ເຫຍື້ອຍັງບໍ່ສາມາດແກ້ໄຂໄດ້ຄືແນວນີ້, ໂດຍສະເພາະແມ່ນການກະກຽມ ເປີດທ່ອງທ່ຽວລາວປີ 2024, ຄຽງຄູ່ກັບການເປັນເຈົ້າພາບ ຈັດກອງປະຊຸມອາຊຽນ ຖືໄດ້ວ່າເປັນງານໃຫຍ່ ຂອງປະເທດເຮົາ. ໃນເບື້ອງນະໂຍບາຍນັ້ນ ເຫັນວ່າ ລັດຖະ ບານໄດ້ເອົາໃຈໃສ່ໃນຂະແໜງການດັ່ງກ່າວເປັນຢ່າງດີ ໂດຍສະເພາະການສ້າງແຜນຈັດຕັ້ງປະຕິບັດ ປຣາສະຕິກ, ການເຕີບໂຕສີຂຽວ ແລະ ແນວທາງການສ້າງໂຕເມືອງສະອາດ ສີຂຽວເປັນຕົ້ນ.
ເມື່ອລັດຖະບານມີນະໂຍບາຍເປັນບ່ອນອີງການດຳເນີນງານຄືແນວນັ້ນແລ້ວ, ຢາກສ້າງປະເທດເຮົາເປັນປະເທດທີ່ສະອາດງາມຕາ ທັງດຶງດູດແຂກມາທ່ຽວຊົມ, ພັກຜ່ອນຍ່ອນອາລົມນັ້ນ, ຮີບຮ້ອນແກ້ໄຂການເກັບຂີ້ເຫຍື້ອຢ່າງທົ່ວເຖິງ ແລະ ທັນເວລາ, ເພີ່ມຂີດຄວາມສາມາດຂອງບຸກຄະລາ ກອນ, ອຸປະກອນພາຫະນະຮັບໃຊ້ທີ່ຈຳເປັນ, ການເຊັນສັນຍາພາກສ່ວນເອກະຊົນ ທີ່ໃຫ້ບໍລິການເກັບຂີ້ເຫຍື້ອໃຫ້ມີຄວາມໂປ່ງໃສ, ຮັດກຸມ ທັງເຊື່ອຖືໄດ້. ເຖິງເວລາແລ້ວ ການຈັດການສິ່ງເສດເຫລືອ, ການເກັບຂີ້ເຫຍື້ອຕ້ອງ ໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອຄວາມສວຍຂອງສະພາບແວດລ້ອມ ແລະ ສຸຂະພາບຂອງຄົນ ແລະ ສັດ.
ຂຽນ: ຢາຕົ້ງ
KPL