ຂປລ
ຂປລ. “ໄຄແຜ່ນ” ເປັນອາຫານພື້ນບ້ານຂອງລາວ ທີ່ມີຄຸນຄ່າທາງໂພຊະນາການສູງ ທີ່ຜະລິດຈາກແຫລ່ງວັດຖຸດິບທຳມະຊາດ, ທີ່ສືບທອດກັນມາເປັນເວລາຫລາຍສິບປີ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ແລະ ຍັງເປັນອາຫານທີ່ອຸດົມໄປດ້ວຍເສັ້ນໄຍອາຫານ, ໂປຣຕີນ, ໂຄໂລຟີລ, ແຮ່ທາດ ແລະ ວິຕາມີນ ຫລາຍຊະນິດ.

ຂປລ. “ໄຄແຜ່ນ” ເປັນອາຫານພື້ນບ້ານຂອງລາວ ທີ່ມີຄຸນຄ່າທາງໂພຊະນາການສູງ ທີ່ຜະລິດຈາກແຫລ່ງວັດຖຸດິບທຳມະຊາດ, ທີ່ສືບທອດກັນມາເປັນເວລາຫລາຍສິບປີ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ແລະ ຍັງເປັນອາຫານທີ່ອຸດົມໄປດ້ວຍເສັ້ນໄຍອາຫານ, ໂປຣຕີນ, ໂຄໂລຟີລ, ແຮ່ທາດ ແລະ ວິຕາມີນ ຫລາຍຊະນິດ. ຖືເປັນຜະລິດຕະພັນພື້ນບ້ານ ທີ່ຖືກພັດທະນາມາເປັນຜະລິດຕະພັນ ທີ່ມີຄວາມໂດດເດັ່ນ ບໍ່ວ່າຈະເປັນການຜະລິດ ຫລື ການຫຸ້ມຫໍ່ ໂດຍການໃຊ້ເຄື່ອງມື ເຄື່ອງຈັກທີ່ທັນສະໄໝ ເພື່ອໃຫ້ກາຍເປັນຜະລິດຕະພັນທີ່ມີຄຸນນະພາບສູງ, ເປັນທີ່ຍອມຮັບ ຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ.
ເມື່ອບໍ່ດົນມານີ້, ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ ໄດ້ນໍາສະເໜີ ໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາ ຊົນ ຢູ່ຊົນນະບົດແຂວງຫລວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫລາດທີ່ທັນສະໄໝ. ໂດຍໂຄງການດັ່ງກ່າວມີຈຸດປະສົງ ເພື່ອເພີ່ມລາຍໄດ້ໃຫ້ແກ່ປະຊາຊົນຢູ່ຊົນນະບົດ ໂດຍນຳໃຊ້ເຕັກນິກ ແລະ ນະວັດຕະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເຂົ້າໃນຂະບວນການປຸງແຕ່ງອາຫານພື້ນເມືອງ ແລະ ເສີມສ້າງຄວານທົນທານ ຕໍ່ການປ່ຽນແປງດິນຟ້າອາກາດຂອງຊຸມຊົນໃນໄລຍະຍາວ. ຜະລິດຕະພັນໄຄ ທີ່ຮູ້ຈັກກັນໃນທ້ອງຖິ່ນວ່າ ໄຄແຜ່ນ ແມ່ນໄຄແມ່ນ້ຳທີ່ອຸດົມໄປດ້ວຍສານອາຫານ ຊຶ່ງຊຸມຊົນຕາມແຄມແມ່ນ້ຳຂອງໄດ້ເກັບກ່ຽວ ແລະ ປຸງແຕ່ງມາແຕ່ດົນນານ. ໂຄງການໃໝ່ນີ້ ຈະພັດທະນາການຜະລິດໃຫ້ທັນສະໄໝ, ຮັບປະກັນຄຸນນະພາບໃຫ້ສູງຂຶ້ນ, ຍືດອາຍຸການເກັບຮັກສາໃຫ້ຍາວຂຶ້ນ ແລະ ເຊື່ອມຕໍ່ຊາວກະສິກອນໃຫ້ເຂົ້າເຖິງຕະຫລາດພາກພື້ນ ແລະ ສາກົນທີ່ກວ້າງຂຶ້ນ. ໂດຍການສະໜັບສະໜູນຈາກ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີແຫ່ງປະເທດໄທ (TISTR) ເພື່ອພັດທະນາ ແລະ ປັບປຸງການແປຮູບ, ການຫຸ້ມຫໍ່ ແລະ ການຕະຫລາດຂອງໄຄແຜ່ນ ຊຶ່ງການຮ່ວມມືນີ້, ຊາວກະສິກອນທ້ອງຖິ່ນ ຈະໄດ້ຮັບການຝຶກອົບຮົມພາກປະຕິບັດຕົວຈິງ ທາງດ້ານວິທີການເກັບ ແລະ ການຕາກແຫ້ງແບບທັນສະໄໝ. ພ້ອມນັ້ນໂຄງການຍັງຈະແນະນຳວິທີການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ຮັກສາລົດຊາດທຳມະຊາດ ແລະ ສານອາຫານຂອງໄຄແຜ່ນ ພ້ອມທັງຫລຸດຜ່ອນສິ່ງເສດເຫລືອ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວໃນໂອກາດເຂົ້າຮ່ວມງານຄັ້ງນີ້ວ່າ: ໂຄງການຮ່ວມມືນີ້ສາມາດເວົ້າໄດ້ວ່າ ເປັນການສືບທອດພູມປັນຍາຂອງຊຸມຊົນທ້ອງຖິ່ນຈາກການຜະລິດແບບປະຖົມປະຖານ ໄປສູ່ການຜະລິດທີ່ທັນສະໄໝ ໂດຍນຳໃຊ້ນະວັດຕະກຳ ທີ່ຍັງຮັກສາເອກະລັກ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫລາດໃນປັດຈຸບັນ ຊຶ່ງສອດຄ່ອງກັບແຜນພັດທະນາຂະແໜງກະສິກຳ ແລະ ສິ່ງແວດລ້ອມ 2026-2030, ໂດຍສະເພາະ ແມ່ນວຽກງານຄວາມໝັ້ນຄົງດ້ານສະບຽງອາຫານ-ໂພຊະນາການ ແລະ ແຜນງານການຜະລິດ-ການປຸງແຕ່ງ. ເປົ້າໝາຍຫລັກຂອງໂຄງການນີ້ ແມ່ນຄວາມມຸ່ງໝັ້ນຕໍ່ການປັບຕົວ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ສົ່ງເສີມໄຄແຜ່ນ ໃຫ້ເປັນຜະລິດຕະພັນທີ່ຍືນຍົງ ແລະ ທົນທານຕໍ່ການປ່ຽນແປງດິນຟ້າອາກາດ ທີ່ຍົກລະ ດັບຄວາມຮູ້ຂອງປະຊາຊົນ ແລະ ການນໍາໃຊ້ຊັບພະຍາກອນຢ່າງມີຄວາມຮັບຜິດຊອບໃນທ້ອງຖິ່ນ.
ທ່ານ ນາງ Busadee Santipitaks ຫົວໜ້າກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ໃຫ້ຮູ້ວ່າ ວ່າ: ໂຄງການໄຄແຜ່ນນີ້ ແມ່ນຕົວຢ່າງທີ່ໜ້າພູມໃຈຂອງການສະໜັບສະໜູນຂອງ MRC ໃຫ້ແກ່ການພັດທະນາຊຸມຊົນ ໂດຍຜ່ານນະວັດຕະກໍາ ແລະ ການຮ່ວມມື ຊຶ່ງໄດ້ເນັ້ນໜັກໃສ່ກິດຈະກຳການຮ່ວມມືກັນ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດທີ່ສະຫລາດ ແລະ ການຂັບເຄື່ອນໂດຍຊຸມຊົນເອງ. ການສະໜອງເຄື່ອງມື ແລະ ການຝຶກອົບຮົມໃຫ້ແກ່ຊາວກະສິກອນທ້ອງຖິ່ນ ໂດຍໂຄງການຈະຊ່ວຍເຊື່ອມຕໍ່ການເກັບກ່ຽວແບບຍືນຍົງຂອງຊຸມຊົນເຂົ້າກັບຕະຫລາດໂລກ, ພວກເຮົາກຳລັງສ້າງຄວາມທົນທານທາງດ້ານເສດຖະກິດ ຈາກລະດັບຮາກຖານ, ການເຊື່ອມໂຍງທາງວັດທະນະທຳຢ່າງເລິກເຊິ່ງ ລະຫວ່າງ ແມ່ນ້ຳ ແລະ ປະຊາຊົນທີ່ອາໄສຢູ່ລຽບຕາມແມ່ນ້ຳ.
ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ, ໄດ້ເນັ້ນໜັກເຖິງການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນດ້ວຍວິ ທະຍາສາດ, ນະວັດຕະກຳ ແລະ ການຮ່ວມມືທີ່ຊ່ວຍໃຫ້ໂຄງການນີ້ ສາມາດເພີ່ມທະວີຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງຄວາມທົນທານໃນການຮັບມືກັບສິ່ງທ້າທາຍຕ່າງໆທີ່ຈະເກີດຂຶ້ນ, ສະແດງໃຫ້ເຫັນວ່າການສະໜັບສະໜູນດັ່ງກ່າວແມ່ນມີຄວາມສຳຄັນທີ່ຈະເຮັດໃຫ້ຊຸມຊົນສາມາດເຕີບໂຕ ແລະ ເປັນຜູ້ນຳໃນການພັດທະນາແບບຍືນຍົງ. ໃນຖານະອົງການປົກຄອງທ້ອງຖິ່ນ, ພວກເຮົາມີຄວາມມຸ່ງໝັ້ນຢ່າງເຕັມທີ່ທີ່ຈະສືບຕໍ່ສະໜັບສະໜູນໂຄງການນີ້. ພວກເຮົາຈະເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມງານ ເພື່ອຂະຫຍາຍໂຄງການນີ້ໄປຫາຊຸມຊົນອື່ນໆ, ສົ່ງເສີມການຄົ້ນ ຄວ້າ ແລະ ການພັດທະນາຕື່ມອີກ ແລະ ເພີ່ມຄວາມຫລາກຫລາຍຂອງຜະລິດຕະພັນ ທີ່ມາຈາກໄຄໃຫ້ມີມູນຄ່າເພີ່ມຂຶ້ນ, ມີຄວາມຍືນຍົງ ແລະ ໃຫ້ໂອກາດແກ່ທຸກຄົນ.
ໂດຍ: ເຂັມມະໄລ ສົນດາວັນ
KPL