ພະທາດອີງຮັງ ສະຖາປັດຕະຍະກຳທີ່ເກົ່າແກ່

19/11/2025 11:46
ຂປລ ຂປລ. ພະທາດອີງຮັງ ແມ່ນຕັ້ງຢູ່ບ້ານທາດອີງຮັງ ແຂວງສະຫວັນນະເຂດ ເປັນມໍລະດົກຂອງຊາດ, ເປັນພະທາດທີ່ສັກສິດ ແລະ ເປັນທີ່ສັກກະລະບູຊາ ຂອງຊາວແຂວງສະຫວັນນະເຂດ. ພະທາດອົງນີ້ ສ້າງຂຶ້ນປະມານປີ ພສ 500

ຂປລ. ພະທາດອີງຮັງ ແມ່ນຕັ້ງຢູ່ບ້ານທາດອີງຮັງ ແຂວງສະຫວັນນະເຂດ ເປັນມໍລະດົກຂອງຊາດ, ເປັນພະທາດທີ່ສັກສິດ ແລະ ເປັນທີ່ສັກກະລະບູຊາ ຂອງຊາວແຂວງສະຫວັນນະເຂດ. ພະທາດອົງນີ້ ສ້າງຂຶ້ນປະມານປີ ພສ 500 ຊຶ່ງນໍາພາໂດຍ ພະເຈົ້າສຸມິດຕະທໍາ ຜູ້ປົກຄອງເມືອງມະຣຸກຂະນະຄອນ (ອານາຈັກສີໂຄດຕະບູນ) ເພື່ອເປັນອະນຸສອນວ່າ ຄັ້ງໜຶ່ງພະພຸດທະເຈົ້າ ໄດ້ສະເດັດມາໂຜດສັດໃນດິນແດນສຸວັນນະພູມ ແລະ ໄດ້ນັ່ງສັນເຂົ້າອີງຕົ້ນຮັງ ຈຶ່ງໄດ້ເອີ້ນຊື່ວ່າ: ພະທາດອີງຮັງ, ພະທາດອົງນີ້ ໃນເບື້ອງຕົ້ນ ເປັນພະທາດນ້ອຍມີ 4 ລ່ຽມ, ໃນປີ ຄສ 1548, ພະເຈົ້າໄຊຍະເສດ ຖາຖິລາດ ແຫລ່ງອານາຈັກລ້ານຊ້າງ ໄດ້ນໍາພາປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ພະທາດອົງນີ້ ກວ້າງ 9 ແມັດ ແລະ ສູງ 25 ແມັດ ຊຶ່ງຍອດພະທາດ ມີລັກສະນະຄືກັບດອກບົວ, ມີ 3 ຖານຫລຸດກັນເປັນລຳດັບຖານລຸ່ມ, ຖານກາງ ເປັນສິລະປະດັ້ງເດີມ, ຖານເທິງ ແລະ ຍອດພະທາດເປັນສິລະປະສະໄໝລ້ານຊ້າງ.ທຸກໆປີ ຈະມີງານສະເຫລີມສະຫລອງ ເພື່ອສັກກະລະບູຊາ ເຖິງພະພຸດທະເຈົ້າ ແລະ ຜູ້ທີ່ສ້າງພະທາດ.

ທາດອິງຮັງ ຫລື ຄົນທົ່ວໄປມັກຮ້ອງວ່າ ອິນຮັງ ເປັນປູຊະນິຍະສະຖານເກົ່າແກ່ທີ່ສັກສິດ ແລະ ສຳຄັນ ເປັນທີ່ເຊີດໜ້າຊູຕາທາງວັດທະນະທຳຂອງແຂວງສະຫວັນນະເຂດ ພະທາດນີ້ຖືກສະຫລັກດ້ວຍລວດລາຍສິລະປະກຳສະໄໝບູຮານ ແລະ ຮັກສາໄວ້, ພະທາດດັ່ງຖືກປະຕິສັງຂອນມາແລ້ວຫລາຍຄັ້ງ.ພະທາດນີ້ຖືກສ້າງສະໄໝອານາຈັກສີໂຄດຕະບອງ (ປະມານສະຕະວັດທີ 6) ໂດຍພະເຈົ້າສຸມິນທະຣາຊ ຣາຊາແຫ່ງອານາຈັກສີໂຄດຕະບອງ ຊຶ່ງຖືກວາງຮາກຖານຈາກການແນະນຳຂອງພະເຖຣະ (ຄູບາອາຈານ) ຊາວອິນເດຍ ເພື່ອເປັນເຄື່ອງໝາຍເຖິງການສະເດັຈປະລິນິພານຂອງພະພຸດທະເຈົ້າທີ່ປ່າໄມ້ຮັງ ເມືອງກຸລິນາຣາຍ ປະເທດອິນເດຍ ເມື່ອສ້າງສຳເລັດ ເພິ່ນໄດ້ນຳເອົາກະດູກພະພຸດທະເຈົ້າມາໃສ່ໄວ້, ແຕ່ໜັງສືອຸລັງຄະທາດກ່າວວ່າ ສ້າງຂຶ້ນເພື່ອເປັນເຄື່ອງໝາຍສະຖານທີ່ບ່ອນນັ່ງຂອງພະພຸດທະເຈົ້າຄາວເພິ່ນມາຢ້ຽມຢາມພະຍາສີໂຄດຕະບອງ ແຕ່ຄວາມຈິງຄົງຈະມີຈຸດປະສົງເພື່ອໃຫ້ປະຊາຊົນເຫັນຄວາມສຳຄັນຂອງພະທາດອົງນີ້.ໃນລະຫວ່າງຂະເໝນມີອຳນາດພຣະທາດໜ່ວຍນີ້ ຖືກດັດແປງໃຫ້ເປັນເທວະສະຖານຂອງຊາວຮີນດູ ແລະ ໄດ້ເສີມສ້າງຕໍ່ຂຶ້ນໄປຕື່ມ ຊຶ່ງລິງລາຍຕົບແຕ່ງອອກມາໃນລັກສະນະຂອງຮີນດູ ໂດຍສະເພາະເລື່ອງເມຖຸນສັງວາດ ແລະ ອື່ນໆ ຈາກນັ້ນພະທາດອິງຮັງ ກໍຕົກຢູ່ໃຕ້ອິດທິພົນຂອງຜູ້ສືບຣາຊະການສະໄໝຕ່າງໆ.

ຄຽງຄູ່ກັນນັ້ນ, ສຳລັບຂໍ້ຫ້າມໃນການເຂົ້າກາບໄຫ້ວພະທາດແມ່ນຫ້າມແມ່ຍິງເຂົ້າໄປຊັ້ນໃນອົງພະທາດ ໄດ້ແຕ່ຂາບໄຫວ້ດ້ານນອກເທົ່ານັ້ນ ແລະ ກ່ອນເຂົ້າບໍລິເວນວັດຈະຕ້ອງນຸ່ງສິ້ນເທົ່ານັ້ນ.ແມ່ຍິງທີ່ນຸ່ງສົ້ງແອວຕ່ຳແອວສູງແມ່ນບໍ່ສາມາດເຂົ້າໄປກາບໄຫວ້ ແຕ່ສຳລັບແມ່ຍິງທີ່ຈະເຂົ້າໄປກາບໄຫວ້ແມ່ນຕ້ອງໄດ້ນຸ່ງສິ້ນ ແລະ ທາງຜູ້ດູແລພະທາດກໍຈະມີ ບໍລິການເຊົ່າສິ້ນພ້ອມ. ສ່ວນຜູ້ທີ່ຈະໄປຂາບໄຫວ້ພະທາດຫາກຕ້ອງການຊື້ເຄື່ອງບູຊາກໍມີຊາວບ້ານມາວາງຂາຍຢູ່ແຄມທາງກ່ອນເຖິງພະທາດ ສ່ວນຢູ່ບໍລິເວນວັດຈະມີແຕ່ທູບທຽນເທົ່ານັ້ນ. ໃກ້ໆອົງພະທາດຈະມີສາລາຫລັງນ້ອຍໆ ມີພະ ແລະ ແມ່ຊີໝູນວຽນກັນມາປະຈຳ ເພື່ອໃຫ້ຜູ້ມີສັດທາເຂົ້າໄປຂໍພອນ ຫລື ຜູກແຂນ ຈະບໍລິຈາກ ຫລື ບໍ່ກໍຕາມ.ດ້ານໜ້າຂອງອົງພະທາດຈະມີຜູ້ເຖົ້າມາຄອຍທຳພິທີພິເສດໃຫ້ທ່ານທີ່ຕ້ອງການ. ເຖິງແນວໃດກໍຕາມ, ເພິ່ນຈະຈັດບຸນສະເຫລີມສະຫລອງພະທາດໃນມື້ຂຶ້ນ15 ຄໍ່າ ເດືອນຈຽງ ( ເດືອນ 1 ລາວ ) ຂອງທຸກໆປີ ( ແຕ່ກ່ອນຈັດງານເດືອນ 12 ເພັງພ້ອມທາດຫລວງ ແຕ່ເນື່ອງຈາກວ່າ ເຈົ້າໄຊເຊດຖາທິລາດພະອົງມີພະຣາຊະກິດທີ່ພະທາດຫລວງ ເພິ່ນຈຶ່ງເລື່ອນມາຈັດງານໃນເດືອນຈຽງເພັງ).
ພາບປະກອບ

KPL

ຂ່າວອື່ນໆ

ads
ads

Top