ງານລ້ຽງຄ່ຳຄືນວັນໄວ້ພະຈັນ ເທສະການກາງລະດູໃບໄມ້ຫລົ່ນ ຈັດຂຶ້ນຢູ່ນະຄອນຢາງກຸ້ງ ປະເທດມຽນ

30/09/2023 20:01
Email Print 939
ຂປລ ຂປລ. ຫ້ອງການຖະແຫລງຂ່າວປະຊາຊົນ ແຂວງຢຸນນານ ແລະ ສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ທີ່ນະຄອນຢາງກຸ້ງ ປະເທດມຽນມາ ຈັດງານລ້ຽງໃນຕອນຄ່ຳວັນທີ 28, ກ່ອນຄືນວັນໄຫວ້ພະຈັນຂອງຈີນ “ດອກໄມ້ບານພະຈັນເຕັມດວງ” ຄ່ຳຄືນວັນໄວ້ພະຈັນ ເທສະການກາງລະດູ ໃບໄມ້ຫລົ່ນ ຢູ່ນະຄອນຢາງກຸ້ງ, ນັກສິລະປິນຈີນ ແລະ ມຽນມາ ຮ່ວມກັນສະແດງວັດທະນະທຳຂອງສອງປະເທດ ແລະ ເຊື່ອມນ້ຳໃຈມິດຕະພາບ “ພີ່ນ້ອງທ້ອງດຽວກັນ” ໂດຍສິລະປິນທັງສອງປະເທດ 50 ກວ່າຄົນ ໃຊ້ຄວາມສາມາດຂອງຕົນ ເພື່ອສະແດງໃຫ້ເຫັນວັດທະນະທຳທີ່ສືບທອດມາແຕ່ດົນນານ ແລະວັດທະ ນະທຳດັ່ງເດີມທີ່ອຸດົມສົມບູນຂອງສອງປະເທດ.


ຂປລ. ຫ້ອງການຖະແຫລງຂ່າວປະຊາຊົນ ແຂວງຢຸນນານ ແລະ ສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ທີ່ນະຄອນຢາງກຸ້ງ ປະເທດມຽນມາ ຈັດງານລ້ຽງໃນຕອນຄ່ຳວັນທີ 28, ກ່ອນຄືນວັນໄຫວ້ພະຈັນຂອງຈີນ ດອກໄມ້ບານພະຈັນເຕັມດວງຄ່ຳຄືນວັນໄວ້ພະຈັນ ເທສະການກາງລະດູ ໃບໄມ້ຫລົ່ນ ຢູ່ນະຄອນຢາງກຸ້ງ, ນັກສິລະປິນຈີນ ແລະ ມຽນມາ ຮ່ວມກັນສະແດງວັດທະນະທຳຂອງສອງປະເທດ ແລະ ເຊື່ອມນ້ຳໃຈມິດຕະພາບ ພີ່ນ້ອງທ້ອງດຽວກັນໂດຍສິລະປິນທັງສອງປະເທດ 50 ກວ່າຄົນ ໃຊ້ຄວາມສາມາດຂອງຕົນ ເພື່ອສະແດງໃຫ້ເຫັນວັດທະນະທຳທີ່ສືບທອດມາແຕ່ດົນນານ ແລະວັດທະ ນະທຳດັ່ງເດີມທີ່ອຸດົມສົມບູນຂອງສອງປະເທດ.

ງານລ້ຽງຄັ້ງນີ້, ນັກສິລະປິນຂອງສອງປະເທດ ຍັງໄດ້ສະແດງການຟ້ອນລຳແຫ່ງຊາດມຽນມາ ຫລື ເຕັ້ນລະບຳຫຸ່ນ, ເຕັ້ນ ມິງລາບາ, ການສະແດງຂອງຫູລູຊື (ຄວາມເລິກລັບໃນປ່າໄມ້ໄຜ່), ການສະແດງດົນຕີປະຈຳຊາດ ອໍບີ (ດອກໄມ້ມັນດາເລ), ຟ້ອນມຽນມາທີ່ສວຍງາມ (ເລື່ອງການພົບຮັກ) ແລະ ອື່ນໆ ເຊິ່ງມີລັກສະນະວັດ ທະນະທຳທີ່ເຂັ້ມແຂງຂອງຈີນ ແລະ ມຽນມາ. ນອກນັ້ນ, ຍັງມີການສາຍຮູບເງົາສັ້ນ (ຂ້ອຍສ້າງວັດຢູ່ມຽນມາ) ທີ່ໄດ້ເລົ່າເລື່ອງທີ່ໜ້າປະທັບໃຈຂອງຄະນະຜູ້ຊ່ຽວຊານຈີນ ທີ່ສ້ອມແປງພະວິຫານບິງຢູ ທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວທີ່ເມືອງບາການ, "ເມືອງສິບພັນວັດ" ຂອງມຽນມາ ແລະ ດອກໄມ້ໄມຕີຈິດມິດຕະພາບລະຫວ່າງຈີນກັບມຽນມາ ໄດ້ສ້າງສາຍພົວພັນຂຶ້ນ ໃນໄລຍະດຳເນີນການຊ່ວຍເຫລືອປົກປັກຮັກສາບູຮານວັດຖຸຫລາຍປີ.

ສຳລັບກິດຈະກຳ ໃນໂອກາດບຸນໄຫວ້ພະຈັນຂອງຈີນ ປະກອບມີ: ງານຕະຫລາດນັດແລກປ່ຽນວັດທະ ນະທຳກາງລະດູໃບໄມ້ຫລົ່ນປີ 2023 “ດອກໄມ້ບານພະຈັນເຕັມດວງຈະຈັດຂຶ້ນຢູ່ຫລາຍເຂດຂອງມຽນມາ ແຕ່ວັນທີ 25 ກັນຍາ ຫາວັນທີ 1 ຕຸລານີ້, ລວມທັງງານວາງສະແດງຮູບພາບ ມີສິ່ງໜຶ່ງທີ່ເອີ້ນວ່າ ການດຳລົງຊີວິດໃນ ຢຸນນານງານລ້ຽງເທສະການກາງລະດູໃບໄມ້ຫລົ່ນຂ້າມຊາດປີ 2023 “ດອກໄມ້ບານພະຈັນເຕັມດວງຈັດຢູ່ຢາງກຸ້ງ, ມັນດາເລ)ເທສະການສິນລະປະວັນນະຄະດີ ດອກໄມ້ບານພະຈັນເຕັມດວງ” (ຈັດຢູ່ເກາະມາເຕີ) ແລະ ກິດ ຈະກຳອື່ນໆ ເພື່ອອວຍເທສະການກາງລະດູໃບໄມ້ຫລົ່ນທີ່ສວຍງາມໃຫ້ແກ່ປະຊາຊົນມຽນມາ ແລະ ປະຊາຊົນຈີນເຊື້ອສາຍຈີນ, ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອ້າຍນ້ອງທ້ອງດຽວກັນທີ່ເປັນມູນເຊື້ອລະຫວ່າງຈີນກັບມຽນມາ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ, ເພີ່ມທະວີການແລກ ປ່ຽນວັດທະນະທຳ ແລະ ການພົວພັນລະຫວ່າງແຂວງຢຸນນານ ແລະ ມຽນມາ.

KPL

ຂ່າວອື່ນໆ

ads
ads

Top