ສປ ຈີນ ເປີດທາງລົດໄຟຄວາມໄວສູງທີ່ສຸດຂ້າມທະເລ

29/09/2023 12:05
Email Print 844
ຂປລ ສປ ຈີນ ເປີດໃຊ້ ທາງລົດໄຟ ຄວາມໄວສູງ ຂ້າມທະເລ ຊຶ່ງມີຄວາມໄວສູງທີ່ສຸດ ຂອງປະເທດ ໂດຍມີ ຂະບວນ ລົດໄຟ ແລ່ນດ້ວຍ ຄວາມໄວສູງເຖິງ 350 ກິໂລແມັດ ຕໍ່ຊົ່ວໂມງ

ຂປລ.ຕາມຂ່າວຈາກ ຊິນຮວາ ຂອງ ສປ ຈີນ,ວັນທີ28 ກັນຍານີ້, ສປ ຈີນ ເປີດໃຊ້ ທາງລົດໄຟ ຄວາມໄວສູງ ຂ້າມທະເລ ຊຶ່ງມີຄວາມໄວສູງທີ່ສຸດ ຂອງປະເທດ ໂດຍມີ ຂະບວນ ລົດໄຟ ແລ່ນດ້ວຍ ຄວາມໄວສູງເຖິງ 350 ກິໂລແມັດ ຕໍ່ຊົ່ວໂມງ ຕາມແຄມຝັ່ງ ຕາເວັນຕົກ ຂອງຊ່ອງແຄບ ໄຕ້ຫວັນ ຂອງ ສປ ຈີນ ຫລັງຈາກ ຂະບວນ ລົດໄຟ ຈີ 9801 ອອກຈາກ ເມືອງຝູໂຈວ ແຂວງຝູຈຽງ ທາງຕາເວັນອອກ ຂອງປະເທດ ຊຶ່ງເປັນການເປີດໃຊ້ ເສັ້ນທາງລົດໄຟ ຄວາມໄວສູງ ສາຍຝູໂຈວ-ຊຽງເໜີນ-ຈາງໂຈວ ມີຄວາມຍາວ 277 ກິໂລແມັດ ຢ່າງເປັນທາງການ./.

(ບັນນາທິການ​ຂ່າວ: ຕ່າງປະ​ເທດ), ຮຽບຮຽງ​ໂດຍ ສະ​ໄຫວ ລາດ​ປາກ​ດີ
KPL

ຂ່າວອື່ນໆ

ads
ads

Top