ຂປລ
ບັນດາ ເຈົ້າໜ້າທີ່ ແລະ ນັກຊ່ຽວຊານ ໃນຂົງເຂດ ການທ່ອງທ່ຽວ ຫລາຍກວ່າ 500 ທ່ານ ທີ່ມາຈາກ 120 ປະເທດ ໄດ້ເຂົ້າຮ່ວມ ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນທ່ອງທ່ຽວໂລກ (27ກັນຍາ) ຄັ້ງທີ່ 43 ຈັດຂຶ້ນ ຢູ່ ນະຄອນຫລວງ ຣິຢັດ ປະເທດ ອາຣັບບີ ຊາອຸດິດ .
ຂປລ .ອ້າງຕາມຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ, ບັນດາ ເຈົ້າໜ້າທີ່ ແລະ ນັກຊ່ຽວຊານ ໃນຂົງເຂດ ການທ່ອງທ່ຽວ ຫລາຍກວ່າ 500 ທ່ານ ທີ່ມາຈາກ 120 ປະເທດ ໄດ້ເຂົ້າຮ່ວມ ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນທ່ອງທ່ຽວໂລກ (27ກັນຍາ) ຄັ້ງທີ່ 43 ຈັດຂຶ້ນ ຢູ່ ນະຄອນຫລວງ ຣິຢັດ ປະເທດ ອາຣັບບີ ຊາອຸດິດ .
ວັນທ່ອງທ່ຽວໂລກ 2023 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ ແລະ ການລົງທຶນສີຂຽວ” ເພື່ອຊຸກຍູ້ ການຮ່ວມມືທົ່ວໂລກ ໃນການ ຕີລາຄາ ບັນດາ ໂອກາດ ໃນການລົງທືນ ເພີ່ມຂຶ້ນ ແລະ ມີເປົ້າໝາຍ ທີ່ດີ ຫລາຍກວ່າເກົ່າ ເຂົ້າໃນຂະແໜງ ອຸດສາຫະກຳ ປອດຄວັນ ເພື່ອສ້າງ ວຽກເຮັດງານທຳ ໃຫ້ໄດ້ຫລາຍຂຶ້ນ, ການປົກປັກຮັກສາ ສິ່ງແວດລ້ອມ ແລະ ຊຸກຍູ້ການ ພັດທະນາ ຢ່າງຮອບດ້ານ ແລະ ຍຶນຍົງ.
ທ່ານ ອັນໂຕນີໂອ ກູເຕຣ ເລຂາທິການໃຫຍ່ ສະຫະປະຊາຊາດ (ສປຊ) ໃຫ້ຮູ້ວ່າ: ການທ່ອງທ່ຽວແມ່ນກຳລັງ ສຳຄັນ ໃນການຊຸກຍູ້ ຢ່າງແຂງແຮງ ໃຫ້ແກ່ ຄວາມກ້າວໜ້າ ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ . ເຖິງຢ່າງໃດກໍ່ຕາມ ກຳລັງແຮງນີ້ ຕ້ອງປົກປ້ອງງ ແລະ ຫລໍ່ລ້ຽງ ເພື່ອນໍາເອົາ ຜົນປະໂຫຍດ ຢ່າງຄົມຖ້ວນ. ສປຊ ເຫັນໄດ້ເຖິງຄວາມຈຳເປັນ ກ່ຽວກັບ ການລົງທຶນສີຂຽວ ເພື່ອສ້າງ ຂະແໜງ ການທ່ອງທ່ຽວ ໃຫ້ນໍາເອົາ ຜົນປະໂຫຍດ ມາໃຫ້ແກ່ ມວນມະນຸດ ແລະ ໜ່ວຍໂລກ ອຶ່ນໆ. /
KPL