ຂປລ
ອ້າງຕາມ ກົມການລົງທຶນ ຕ່າງປະເທດ (ກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ) ລາຍງານວ່າ ໄລ່ມາຮອດ ວັນທີ 20 ກັນຍາ, ຍອດການລົງທຶນ ຈາກ ຕ່າງປະເທດ (FDI) ໄດ້ຈົດທະບຽນເຂົ້າ ຫວຽດນາມ ບັນລຸ ຫລາຍກວ່າ 20,2 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ.
ຂປລ. ອ້າງຕາມຂ່າວ ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ອ້າງຕາມ ກົມການລົງທຶນ ຕ່າງປະເທດ (ກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ) ລາຍງານວ່າ ໄລ່ມາຮອດ ວັນທີ 20 ກັນຍາ, ຍອດການລົງທຶນ ຈາກ ຕ່າງປະເທດ (FDI) ໄດ້ຈົດທະບຽນເຂົ້າ ຫວຽດນາມ ບັນລຸ ຫລາຍກວ່າ 20,2 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ. ຕົວເລກນີ້ ແມ່ນໄລ່ທັງທຶນ ຈົດທະບຽນ ໃໝ່, ດັດແປງ ແລະ ປະກອບດ້ວຍ ທຶນຊື້ຫຸ້ນ , ທຶນຫຸ້ນສ່ວນ ຂອງ ບັນດາ ນັກລົງທຶນ ຕ່າງປະເທດ .
ໃນໄລຍະ 9 ເດືອນ ຜ່ານມາ ບັນດາ ນັກລົງທຶນ ຕ່າງປະເທດ ໄດ້ລົງທຶນເຂົ້າໃນ 18 ຂະແໜງ, ໃນຍອດຈຳນວນ 21 ຊະແໜງ ເສດຖະກິດ ແຫ່ງຊາດ. ໂດຍສະເພາະ ຂະແໜງ ອຸດສາຫະກຳ ປຸງແຕ່ງ , ການປະດິດສ້າງ ພ້ອມກັນນັ້ນ ຍັງສືບຕໍ່ ຮັກສາ ລະດັບ ແຖວໜ້າ ໃນຫລາຍປີ ຕິດຕໍ່ກັນ ດ້ວຍຍອດການລົງທຶນ ບັນລຸ ກວ່າ 14 ຕື້ໂດລາ ສະຫະລັດ, ກວມເອົາ 69% ຂອງ ຍອດຈົດທະບຽນ ແລະ ເພີ່ມຂຶ້ນ 15,5% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ໂດຍສະເພາະ ບັນດາ ໂຄງການໃໝ່, ຂະແໜງ ອຸດສາຫະກຳ ປຸງແຕ່ງ , ການປະດິດສ້າງ ຖືເປັນ ແຖວໜ້າ, ກວມເອົາເຖິງ 32,6%, ສ່ວນໂຄງການ ດັດປັບທຶນ ກວມເອົາ 56%. ຂະແໜງການ ຊື້-ຂາຍຍ່ອຍ ນໍາໜ້າ ກ່ຽວກັບ ການທຸລະກຳ ການປະກອບທຶນ ຊື້ຫຸ້ນ ກວມເອົາ 41,4%. /
KPL